ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຕ້ອງການເພີ່ມກຳລັງ ໃນ Ivory Coast

ກຳລັງຮັກສາສັນຕິພາບຄົນນຶ່ງ ຂອງອົງການ ສປຊ ໃນ Ivory Coast ຢືນຍາມໃກ້ໆເຮືອບິນເຮຣີຄອບເຕີ້ລຳນຶ່ງ ຂອງ ສປຊ ທີ່ລຳລຽງພວກເຈົ້າໜ້າທີ່ແລະນັກຂ່າວໄປມາ ລະຫວ່າງສຳນັກງານ ສປຊ ແລະໂຮງແຮມ du Golft ສຳນັກງານຊົ່ວຄາວຂອງທ່ານ Alassane Ouattara ຜູ້ທີ່ປະຊາຄົມນາໆຊາດຮັບຮູ້ວ່າ ເປັນຜູ້ຊະນ

ອົງການສະຫະປະຊາຊາດກ່າວວ່າ ຕົນຕ້ອງການກຳລັງ
ທະຫານຕື່ມອີກ 1,000 ຫາ 2,000 ຄົນ ໃນ Ivory
Coast ຫຼື Cote D’Ivoire ທ່າມກາງທີ່ໄດ້ເກີດຄວາມ
ວຸ້ນວາຍຫຼັງການເລືອກຕັ້ງ ຍ້ອນປະທານາທິບໍດີບໍ່ຍອມ
ລົງຈາກອຳນາດ.

ຫົວໜ້າກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດ
ໃນ Cote D’Ivoire ທ່ານ Alain Le Roy ກ່າວໃນ
ມື້ວັນພຸດວານນີ້ວ່າອົງການສະຫະປະຊາຊາດຈະຮ້ອງຂໍ
ຕໍ່ສະພາຄວາມໝັ້ນຄົງ ກ່ຽວກັບກຳລັງທະຫານເພີ່ມຕື່ມ
ໂດຍຫວັງວ່າ ກຳລັງເຫຼົ່ານີ້ ຈະຖືກສົ່ງໄປ ພາຍໃນສອງ
ສາມອາທິດຂ້າງໜ້ານີ້.

ກຳລັງຮັກສາສັນຕິພາບໄດ້ຮັກສາການຢູ່ອ້ອມໂຮງແຮມບ່ອນທີ່ທ່ານ Alassane Ouatta-
ra ຜູ້ທີ່ປະຊາຄົມນາໆຊາດຮັບຮູ້ວ່າເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີ ໄດ້​ເຂົ້າ​ໄປ
ອາ​ໃສ​ຢູ່​ເພື່ອຫລົບ​ໄພເປັນເວລາຫຼາຍອາທິດມາແລ້ວ.

ແລະອົງການສະຫະປະຊາຊາດກ່າວວ່າ ມີ 170 ກວ່າຄົນໄດ້ຖືກຂ້າຕາຍໄປແລ້ວໃນຄວາມ
ຮຸນແຮງທີ່ເກີດຂຶ້ນ ນັບແຕ່ໄດ້ມີການເລືອກຕັ້ງໃນເດືອນພະຈິກ.

ເປັນທີ່ປາກົດວ່າ ການດຳເນີນຄວາມພະຍາຍາມ ເພື່ອຢຸດຕິວິກິດການທາງດ້ານການເມືອງ
ຕົກຢູ່ໃນສະພາບບໍ່ໄປບໍ່ມາ ທັງໆທີ່ໄດ້ມີການດຳເນີນຄວາມພະຍາຍາມ ທາງດ້ານການທູດ
ຢ່າງຂຸ້ນຂ້ຽວ ໂດຍປະເທດຕ່າງໆໃນອາຟຣິກາ.

XS
SM
MD
LG