ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Ivory Coast ກ່າວຫາ ພວກຜູ້ນໍາໂລກ


ທະຫານສະຫະປະຊາຊາດ ຢູ່ພາຍໃນບໍລິເວນ ສຳນັກງານອົງການສະຫະປະຊາຊາດ ໃນນະຄອນຫຼວງ Abidjan ປະເທດ Ivory Cost (31 ທັນວາ 2010)
ທະຫານສະຫະປະຊາຊາດ ຢູ່ພາຍໃນບໍລິເວນ ສຳນັກງານອົງການສະຫະປະຊາຊາດ ໃນນະຄອນຫຼວງ Abidjan ປະເທດ Ivory Cost (31 ທັນວາ 2010)

ປະທານາທິບໍດີ ທີ່ບໍ່ຍອມອອກຈາກຕຳແໜ່ງ ຂອງ Ivory
Coast ຫຼື C’ote D’Ivoire ທ່ານ Laurent Gbagbo
ກ່າວຫາພວກຜູ້ນຳຂອງໂລກວ່າ ໄດ້ດຳເນີນຄວາມພະຍາ
ຍາມທີ່ຈະກໍ່ການລັດຖະປະຫານ ເພື່ອໂຄ່ນລົ້ມທ່ານ ລຸນ
ຫຼັງການເລືອກຕັ້ງ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ.

ໃນຄຳອວຍພອນວັນຂຶ້ນປີໃໝ່ ທີ່ມີການອ່ານອອກທາງ
ສື່ມວນຊົນຂອງລັດຖະບານນັ້ນປະທານາທິບໍດີ Gbagbo
ເວົ້າວ່າ ທ່ານບໍ່ເຄີຍເຫັນມາກ່ອນ ການແຊກແຊງຂອງປະ
ຊາຄົມນາໆຊາດເຂົ້າໃນກິດຈະການພາຍໃນຂອງປະເທດ
ແບບນີ້.

ທ່ານ Alassane Ouattara ຄູ່ແຂ່ງທາງການເມືອງຂອງທ່ານແລະຜູ້ທີ່ປະຊາຄົມນາໆຊາດ
ຮັບຮູ້ວ່າເປັນຜູ້ຊະນະການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກນັ້ນກໍໄດ້ອອກຖະແຫຼງ
ຂ່າວສະບັບນຶ່ງເວົ້າວ່າ ປີ 2010 ໄດ້ສິ້ນສຸດລົງ ດ້ວຍຄວາມເສົ້າເສຍໃຈ.

ທ່ານກ່າວວ່າ ທ່ານ Gbagbo ໄດ້ປະຕິເສດບໍ່ຍອມຮັບຮູ້ການປະລາໄຊໃນການເລືອກຕັ້ງ
ຂອງຜູ້ກ່ຽວ ແລະໄດ້ສ້າງຄວາມອັບອາຍຂາຍໜ້າ ໃຫ້ແກ່ທະວີບອາຟຣິກາ.

ນາຍົກລັດຖະມົນຕີຂອງ ທ່ານ Ouattara ຄືທ່ານ Guillaume Soro ກ່າວວ່າ ທ່ານ
Gbagbo ມີເວລາຈົນຮອດທ່ຽງຄືນວັນສຸກ ພື່ອລົງຈາກຕຳແໜ່ງໂດຍປາດສະຈາກຄວາມ
ວິຕົກກັງວົນ ກ່ຽວກັບຄວາມປອດໄພຂອງທ່ານ.

XS
SM
MD
LG