ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ຜົນການເລືອກຕັ້ງຂອງ Ivory Coast


ພວກທະຫານຂອງ IvoIvory Coast ໄດ້ຢືນຍາມຢູ່ທາງເຂົ້າຂອງສຳນັກງານໃຫຍ່ຂອງຄະນະກຳມະການ ເລືອກຕັ້ງຂອງ Ivory Coast ໃນນະຄອນ Abidjan ໃນວັນທີ 01 ທັນວາ 2010

ຄະນະ​ກຳມະການ​ເລືອກ​ຕັ້ງຂອງ Ivory Coast ໄດ້
ປະກາດໃຫ້ຜູ້ນຳ​ພັກ​ຝ່າຍ​ຄ້ານ​ ທ່ານ Alassane
Ouattara ​ເປັນ​ຜູ້​ຊະນະ​ການ​ເລືອກຕັ້ງຮອບຕັດສິນ​ຊີ້
ຂາດ ​ແຕ່​ວ່າທາງ​ອົງການທີ່ຢັ້ງຢືນ ຫລືຮັບຮອງ​ຜົນ​ການ
ເລືອກຕັ້ງເວົ້າວ່າ ການ​ຕັດສິນ​ດັ່ງກ່າວ​ບໍ່ຖືກຕ້ອງ​ຕາມ​ກົດ ໝາຍ.

ປະທານຄະນະ​ກຳມະການ​ເລືອກ​ຕັ້ງກ່າວ ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ທ່ານ Ouattara ​ໄດ້​ຊະນະ​ທ່ານ​ປະທາ​ນາ​ທິບໍດີ Lauren Gbagbo ຢູ່​ໃນ​ການ​ເລືອກ​ຕັ້ງ​ ເມື່ອວັນ​ອາທິດ​ແລ້ວນີ້ ​ໂດຍ​ໄດ້ຮັບ​ຄະ​ແນນ 54% ຕໍ່ 46%.

ຫາກ​ແຕ່​ວ່າ ຫົວໜ້າສະພາ​ລັດຖະທຳ​ມະນູນ ທີ່​ຕ້ອງ​ໄດ້​ຢັ້ງ​ຢືນ​ຜົນ​ການ​ເລືອກ​ຕັ້ງ​ ໄດ້​ປະກາດ​ອອກ​ທາງໂທລະພາບວ່າ ຜົນ​ການ​ເລືອກ​ຕັ້ງດັ່ງກ່າວ​ເປັນໂມຄະ ເພາະວ່າຄະນະ​ກຳມະການ​ເລືອກ​ຕັ້ງ​ ບໍ່ໄດ້ປະກາດ​ຜົນການນັບ​ຄະ​ແນນ​ທັນ​ກໍາ ນົດ​ເສັ້ນຕາຍ ຊຶ່ງ​ແມ່ນ​ທ່ຽງຄືນ​ຂອງ​ວັນ​ພຸດທີ່ຜ່ານ​ມານີ້. ຫົວໜ້າສະພາ​ລັດຖະທຳ​ມະນູນ ທ່ານ Paul Yao N’Dre ​ເປັນ​ພັນທະ​ມິດກັບທ່ານ​ປະທາ​ນາ​ທິບໍດີ Gbagbo.

ໃນ​ເວລາ​ບໍ່ພໍ​ເທົ່າ​ໃດ​ລຸນ​ຫລັງ​ການ​ປະກາດອອກ​ອາກາດດັ່ງກ່າວ ທາງກອງທັບ ຂອງ Ivory Coast ກໍ​ໄດ້​ປະກາດອອກໂທລະພາບ​ເຊັ່ນ​ກັນວ່າ ພວກ​ທະຫານ ​ໄດ້​ອັດຊາຍ​ແດນ​ທາງ​ອາກາດ, ທາງບົກ ​ແລະ ທາງ​ທະ​ເລ​ໄວ້​ໝົດແລ້ວ ​ແລະ ອົງການຄວບຄຸມສື່​ຂອງ​ປະ​ເທດ​
ກໍຖະແຫລງວ່າ ຕົນໄດ້ງົດ​ການ​ອອກ​ອາກາດຂອງ​ອົງການຂ່າວສານຕ່າງປ​ະ​ເທດ​ໄວ້​ ໃນ​ປັດ ຈຸບັນ​ນີ້.

XS
SM
MD
LG