ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳສະຫະປະຊາຊາດ ເຕືອນ Ivory Coast


ເອກອັກຄະລັດຖະທູດ Ivory Coast ປະຈຳສະຫະປະຊາຊາດ ທ່ານ Youssoufou Bamba (ຊ້າຍ) ຈັບມື ກັບເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ຢູ່ນະຄອນນິວຢອກ (29 ທັນວາ 2010)
ເອກອັກຄະລັດຖະທູດ Ivory Coast ປະຈຳສະຫະປະຊາຊາດ ທ່ານ Youssoufou Bamba (ຊ້າຍ) ຈັບມື ກັບເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ທີ່ສຳນັກງານໃຫຍ່ສະຫະປະຊາຊາດ ຢູ່ນະຄອນນິວຢອກ (29 ທັນວາ 2010)

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດທ່ານ
Ban Ki-moon ເຕືອນພວກສະໜັບສະໜຸນປະທານາ
ທິບໍດີ Ivory Coast ຫລື C’ote D’Ivoire ທ່ານ
Laurent Gbagbo ວ່າການໂຈມຕີ ຕໍ່ກຸ່ມການເມືອງ
ທີ່ເປັນປໍລະປັກນັ້ນອາດຈະກໍ່ໃຫ້ເກີດສົງຄາມກາງເມືອງ
ຄືນໃໝ່ກໍເປັນໄດ້.

ໂຄສົກຄົນນຶ່ງຂອງທ່ານ Ban ກ່າວໃນວັນພະຫັດວານ
ນີ້ວ່າ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ມີ
ຄວາມວິຕົກກັງວົນເປັນທີ່ສຸດ ຕໍ່ການຮຽກຮ້ອງ ໃຫ້ໂຈມ
ຕີໂຮງແຮມບ່ອນທີ່ທ່ານ Alassane Ouattara ພວມ
ເຮັດວຽກ ພາຍໃຕ້ການຄຸ້ມ ຄອງຂອງອົງການສະຫະປະ
ຊາຊາດນັ້ນ. ອົງການສະຫະປະຊາຊາດ ຮັບຮູ້ທ່ານ Ouattara ວ່າເປັນຜູ້ຊະນະ ການ
ເລືອກຕັ້ງປະທານາທິບໍດີຮອບສອງ ໃນເດືອນແລ້ວ ແຕ່ທ່ານ Gbagbo ໄດ້ໂຕ້ແຍ້ງຜົນ
ການເລືອກຕັ້ງດັ່ງກ່າວ.

ໂຄສົກຂອງທ່ານ Ban ເວົ້າວ່າ ກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາດໄດ້ຮັບ
ອະນຸຍາດ ໃຫ້ນຳໃຊ້ທຸກໆວິທີທາງທີ່ຈຳເປັນເພື່ອໃຫ້ການປົກປ້ອງຄຸ້ມຄອງພະນັກງານແລະ
ເຈົ້າໜ້າທີ່ລັດຖະບານທີ່ໂຮງແຮມດັ່ງກ່າວ.

ລັດຖະມົນຕີກະຊວງການຕ່າງປະເທດອັງກິດ ທ່ານ William Hague ກ່າວຕໍ່ວິທະຍຸບີບີຊີ
ໃນວັນສຸກມື້ນີ້ວ່າ ອັງກິດຈະໃຫ້ການສະໜັບສະໜຸນຕໍ່ການແຊກແຊງທາງທະຫານທີ່ໄດ້ຮັບ ການອະນຸມັດຈາກອົງການສະຫະປະຊາຊາດຖ້າຄະນະເຈລະຈາຫາກບໍ່ສາມາດ ຊັກຊວນໃຫ້
ທ່ານ Gbagbo ລົງຈາກອຳນາດ.

XS
SM
MD
LG