ປະທານາທິບໍດີຈາກອາຟຣິກາຕາເວັນຕົກກຸ່ມນຶ່ງພວມ
ກະກຽມຈະລາຍງານ ໃຫ້ປະທານາທິບໍດີໄນຈີເຣຍຊາບ
ກ່ຽວກັບການດຳເນີນຄວາມພະຍາຍາມຂອງພວກທ່ານ
ໃນການກົດດັນ ໃຫ້ປະທານທິບໍດີ Ivory Coast ຫຼື
Cote D’Ivoire ທ່ານ Laurent Gbagbo ສະລະ
ອຳນາດນັ້ນ.
ເປັນທີ່ຄາດກັນວ່າ ປະທານາທິບໍດີຂອງເບນິນ, Cape
Verde ແລະຊີເອຣາລີອອນຈະພົບປະກັບປະທານາທິ
ບໍດີໄນຈີເຣຍທ່ານ Goodluck Jonathan ທີ່ນະຄອນ
ຫຼວງອາບູຈາ ໃນວັນພຸດມື້ນີ້. ຜູ້ນຳຂອງໄນຈີເຣຍ ເປັນ
ປະທານຂອງ ກຸ່ມປະຊາຄົມເສດຖະກິດແຫ່ງຂົງເຂດອາ
ຟຣິກາຕາເວັນຕົກ ທີ່ເອີ້ນຫຍໍ້ວ່າ ECOWAS ທີ່ໄດ້ເວົ້າວ່າ ທ່ານ Gbagbo ຕ້ອງອອກ
ຈາກຕຳແໜ່ງຫຼື ຖ້າບໍ່ດັ່ງນັ້ນກໍຈະປະເຊີນກັບການດຳເນີນມາດຕະການທາງທະຫານ.
ຄະນະຜູ້ນໍາທັງ 3 ໄດ້ພົບປະກັບທ່ານ Gbagbo ທີ່ທຳນຽບປະທານາທິບໍດີໃນວັນອັງຄານ
ວານນີ້ແລະໄດ້ທວງໃຫ້ທ່ານຮັບເອົາຜົນຂອງການເລືອກຕັ້ງໃນເດືອນແລ້ວ. ປະຊາຄົມນາໆ ຊາດໄດ້ຮັບຮູ້ຄູ່ແຂ່ງຂອງທ່ານ ຄືທ່ານ Alassane Ouattara ເປັນຜູ້ຊະນະໃນການເລືອກ
ຕັ້ງ.
ປະທານາທິບໍດີທັງ 3 ບໍ່ໄດ້ອອກຖະແຫຼງການໃດໆ ລຸນຫຼັງການພົບປະໃນເວລາຕໍ່ມາ ກັບ
ທ່ານ Ouattara. ປະທານາທິບໍດີຂອງເບນິນ ທ່ານ Boni Yani ກ່າວແຕ່ພຽງວ່າທຸກຢ່າງ
ໄດ້ດຳເນີນໄປດ້ວຍດີ.
ຂະນະດຽວກັນລັດຖະບານຂອງທ່ານ Gbagbo ກ່າວໃນວັນອັງຄານວານນີ້ວ່າ ຕົນຈະຕັດ
ຄວາມສຳພັນ ກັບປະເທດຕ່າງໆ ທີ່ຮັບຮູ້ພວກທູດທີ່ແຕ່ງຕັ້ງໂດຍທ່ານ Ouattara. ຄໍາຖະແຫລງສະບັບນຶ່ງຂອງລັດຖະບານເວົ້າວ່າ ລັດຖະບານຈະຂັບໄລ່ເອກອັກຄະລັດຖະທູດຂອງ
ບັນດາປະເທດທີ່ໄດ້ຕັດຄວາມສຳພັນກັບພວກທີ່ທ່ານ Gbagbo ໄດ້ແຕ່ງຕັ້ງ.