ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຜູ້ນຳຈາກເຂດອາຟຣິກາຕາເວັນຕົກ ຈະທວງໃຫ້ທ່ານ Gbagbo ລາອອກ


ປະທານາທິບໍດີ Ivory Coast ທ່ານ Laurent Gbagbo (26 ທັນວາ 2010)
ປະທານາທິບໍດີ Ivory Coast ທ່ານ Laurent Gbagbo (26 ທັນວາ 2010)

ປະທານາທິບໍດີຈາກເຂດອາຟຣິກາຕາເວັນຕົກກຸ່ມນຶ່ງ ພວມຈະ​ໄປທວງໃຫ້ປະທານາທິບໍດີ ທີ່ບໍ່ຍອມອອກຈາກຕຳແໜ່ງຂອງ Ivory Coast ທ່ານ Laurent Gbagbo ລົງຈາກອຳ
ນາດແລະຮັບເອົາຜົນຂອງການເລືອກຕັ້ງທີ່ສະແດງໃຫ້ເຫັນວ່າ ຄູ່ແຂ່ງຂອງທ່ານເປັນຜູ້ໄດ້
ຮັບໄຊຊະນະ ໃນການເລືອກຕັ້ງເດືອນແລ້ວນັ້ນ.

ມີກຳນົດວ່າປະທານາທິບໍດີຂອງ Sierra Leone, Cape Verde ແລະ Benin ຈະ
ເດີນທາງໄປຍັງ Ivory Coast ໃນວັນອັງຄານມື້ນີ້ໃນນາມຂອງກຸ່ມຮ່ວມມືທາງດ້ານເສດ
ຖະກິດ ຂອງບັນດາປະເທດໃນອາຟຣິກາຕາເວັນຕົກ ທີ່ເອີ້ນຫຍໍ້ວ່າ ECOWAS ທີ່ໄດ້
ຂົ່ມຂູ່ວ່າຈະໃຊ້ກຳລັງຖ້າທ່ານ Gbagbo ຫາກບໍ່ຍອມລົງຈາກຕຳແໜ່ງ.

ເປັນທີ່ຄາດກັນວ່າ ພວກຜູ້ນຳທັງ 3 ຈະສະເໜີໃຫ້ບ່ອນລີ້ໄພທາງການເມືອງ ແກ່ທ່ານ
Gbagbo ເພື່ອເປັນການແລກປ່ຽນ ກັບການລາອອກຈາກຕຳແໜ່ງຂອງທ່ານ.

ຄູ່ແຂ່ງຂອງທ່ານ Gbagbo ຄືທ່ານ Alassane Ouattara ໄດ້ຮຽກຮ້ອງໃຫ້ມີການນັດ
ຢຸດງານໃນທົ່ວປະເທດໃນມື້ວັນຈັນວານນີ້ ເພື່ອບີບບັງຄັບໃຫ້ທ່ານ Gbagbo ອອກຕຳ
ແໜ່ງ.

ແຕ່ປາກົດວ່າຫ້າງຮ້ານຕ່າງໆທີ່ນະຄອນ Abidjan ຊຶ່ງເປັນຫົວເມືອງໃຫຍ່ສຸດຂອງ Ivory
Coast ບໍ່ໄດ້ພາກັນປິດກິດຈະການ ແລະຕະຫລາດແຄມທາງຕ່າງໆກໍຍັງດຳເນີນໄປຕາມ
ປົກກະຕິ. ພວກຄົນງານບາງຄົນເວົ້າວ່າພວກເຂົາເຈົ້າບໍ່ສາມາດຢຸດພັກໄດ້.

ທັງທ່ານ Gbagbo ແລະທ່ານ Ouattara ຕ່າງກໍອ້າງວ່າ ຕົນເປັນຜູ້ເປັນຜູ້ໄດ້ຮັບໄຊຊະ
ນະໃນການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກຜ່ານມາ.

XS
SM
MD
LG