ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳອາຟຣິກາຕາເວັນຕົກ ຂູ່ຈະໃຊ້ກຳລັງໃນ Ivory Coast


ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan (ຂວາ) ໂອ້ລົມກັບ ປະທານາທິບໍດີເບນິນ ທ່ານ Boni Yayi ໃນລະຫວ່າງກອງປະຊຸມສຸກເສີນສຸດຍອດ ຂອງພວກຜູ້ນຳ ຈາກເຂດອາຟຣິກາຕາເວັນຕົກ ກ່ຽວກັບ ສະຖານະການໃນ Ivory Coast ທີ່ນະຄອນຫຼວງອາບູຈາ ຂອງໄນຈີເຣຍ (24 ທັນວາ 2010)
ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan (ຂວາ) ໂອ້ລົມກັບ ປະທານາທິບໍດີເບນິນ ທ່ານ Boni Yayi ໃນລະຫວ່າງກອງປະຊຸມສຸກເສີນສຸດຍອດ ຂອງພວກຜູ້ນຳ ຈາກເຂດອາຟຣິກາຕາເວັນຕົກ ກ່ຽວກັບ ສະຖານະການໃນ Ivory Coast ທີ່ນະຄອນຫຼວງອາບູຈາ ຂອງໄນຈີເຣຍ (24 ທັນວາ 2010)

ພວກຜູ້ນຳຂອງບັນດາປະເທດໃນເຂດອາຟຣິກາຕາເວັນຕົກ
ຂົ່ມຂູ່ວ່າຈະໃຊ້ກຳລັງກັບປະທານາທິບໍດີທີ່ບໍ່ຍອມອອກຈາກ
ຕຳແໜ່ງ ຂອງ Ivory Coast ທ່ານ Laurent Gbag-
bo ນອກຈາກວ່າທ່ານຈະຮັບເອົາຜົນການເລືອກຕັ້ງ ແລະ
ຍອມສະລະອຳນາດ.

ພວກຜູ້ນຳໃນເຂດອາຟຣິກາຕາເວັນຕົກ ກ່າວລຸນຫຼັງການ
ປະຊຸມກັນທີ່ປະເທດໄນຈີເຣຍໃນມື້ວັນສຸກວານນີ້ວ່າຕົນຈະ
ສົ່ງຜູ້ແທນຄະນະນຶ່ງໄປຫາທ່ານ Gbagbo ໃນຄວາມຫວັງ
ເພື່ອຊັກຊວນໃຫ້ທ່ານອອກຈາກຕຳແໜ່ງດ້ວຍຄວາມສັນຕິ.

ພວກຜູ້ນຳເຫຼົ່ານີ້ເວົ້າວ່າ ຖ້າທ່ານຫາກປະຕິເສດ ບັນດາປະເທດເພື່ອນບ້ານກໍຈະບໍ່ມີທາງ
ເລືອກນອກໄປຈາກການໃຊ້ມາດຕະການອື່ນໆຮວມທັງການໃຊ້ກຳລັງທີ່ຖືກຕ້ອງຕາມກົດ
ໝາຍເພື່ອປະຕິບັດຕາມຜົນຂອງການເລືອກຕັ້ງ.

ສະຫະພາບອາຟຣິກາ ອົງການສະຫະປະຊາຊາດ ແລະອີກຫຼາຍໆປະເທດ ໄດ້ຮັບຮູ້ທ່ານ
Alassane Ouattara ວ່າເປັນຜູ້ໄດ້ຮັບໄຊຊະນະ ໃນການເລືອກຕັ້ງເດືອນພະຈິກ. ແຕ່
ແນວໃດກໍຕາມທ່ານ Gbagbo ໄດ້ປະຕິເສດຕໍ່ທຸກໆ ການດຳເນີນຄວາມພະຍາຍາມທີ່ຈະ
ເຮັດໃຫ້ທ່ານອອກຈາກຕຳແໜ່ງນັ້ນ.

ອົງການສະຫະປະຊາຊາດກ່າວວ່າ ມີ 170 ກວ່າຄົນໄດ້ເສຍຊີວິດ ໃນຄວາມຮຸນແຮງລຸນ
ຫຼັງການເລືອກຕັ້ງ. ນອກນັ້ນ ອົງການສະຫະປະຊາຊາດ ຍັງເວົ້າວ່າ ກຳລັງຂອງທ່ານ
Gbagbo ແລະພວກມືປືນທີ່ໃສ່ໜ້າກາກ ພວມທຳການຂັດຂວາງບໍ່ໃຫ້ຜູ້ຄົນເຂົ້າໄປເຖິງ ສະຖານທີ່ໆອາດເປັນຂຸມຝັງສົບຂະໜາດໃຫຍ່ທີ່ບ້ານ N’Dotre.

XS
SM
MD
LG