ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົບສົບຄົນຕາຍ 100 ກວ່າສົບ ທີ່ Ivory Coast


ກຳລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ທີ່ນາໆຊາດຮັບຮູ້ ທ່ານ Alassane Ouattara ພວມກະກຽມໄປສູ້ລົບ ຢູ່ເຂດແນວໜ້າ ທີ່ນະຄອນ Abidjan (2 ເມສາ 2011)
ກຳລັງທີ່ຈົງຮັກພັກດີຕໍ່ປະທານາທິບໍດີ ທີ່ນາໆຊາດຮັບຮູ້ ທ່ານ Alassane Ouattara ພວມກະກຽມໄປສູ້ລົບ ຢູ່ເຂດແນວໜ້າ ທີ່ນະຄອນ Abidjan (2 ເມສາ 2011)

ເຈົ້າໜ້າທີ່ອົງການສະຫະປະຊາຊາດກ່າວວ່າ ຄະນະສືບ
ສວນໄດ້ພົບເຫັນຊາກສົບຫຼາຍກວ່າ 100 ສົບໃນພາກ
ຕາເວັນຕົກຂອງປະເທດ Ivory Coast ໃນໄລຍະ 24
ຊົ່ວໂມງຜ່ານມານີ້.

ໂຄສົກຄົນນຶ່ງຂອງພະແນກສິດທິມະນຸດອົງການສະຫະ
ປະຊາຊາດກ່າວວ່າ ຊາກສົບເຫຼົ່ານີ້ ໄດ້ຖືກພົບເຫັນໃນ
ສະຖານທີ່ຫຼາຍກວ່ານຶ່ງແຫ່ງ ແລະເປັນທີ່ປາກົດວ່າການ
ສັງຫານສ່ວນໃຫຍ່ແມ່ນມີຈຸດປະສົງໃນດ້ານຊົນຊາດຊົນ
ເຜົ່າ.

ໃນວັນພະຫັດວານນີ້ທ່ານ Alassane Ouattara ປະ
ທານາທິບໍດີທີ່ນາໆຊາດຮັບຮູ້ຂອງ Ivory Coast ໄດ້
ຮຽກຮ້ອງໃຫ້ປະຊາຊົນທັງໝົດລະເວັ້ນຈາກການກໍ່ຄວາມ
ຮຸນແຮງ.

ໃນການກ່າວຄຳປາໄສທາງໂທລະພາບນັ້ນ ທ່ານ
Ouattara ເວົ້າວ່າ ກຳລັງຂອງທ່ານໄດ້ປິດລ້ອມທຳນຽບປະທານາທິບໍດີ ຢູ່ທີ່ນະຄອນ
Abidjan ບ່ອນທີ່ທ່ານ Laurent Gbag-bo ຄູ່ປໍລະປັກຂອງທ່ານຕ້ານຢັນຢູ່ຂ້າງໃນນັ້ນ.

ທ່ານ Ouattara ໄດ້ຖິ້ມໂທດໃສ່ຄູ່ປໍລະປັກຂອງທ່ານທີ່ພາໃຫ້ເກີດວິກິດການທາງດ້ານມະ
ນຸດສະທຳຢູ່ໃນ Ivory Coast ເວລານີ້.

ທ່ານ Gbagbo ກ່າວອ້າງວ່າ ທ່ານເປັນຜູ້ຊະນະການເລືອກຕັ້ງ ໃນເດືອນພະຈິກປີກາຍ
ແລະໄດ້ປະຕິເສດ ບໍ່ຍອມສະລະອຳນາດ.

ທ່ານ Ouattara ຍັງໄດ້ຮຽກຮ້ອງໃຫ້ສະຫະພາບຢູໂຣບຍົກເລີກການລົງໂທດຕໍ່ທ່າກຳປັ່ນ ແລະບໍລິສັດສາທາລະນຸປະໂພກ ຫຼືບໍລິສັດທີ່ໃຫ້ບໍລິການຕ່າງໆ ແກ່ປະຊາຊົນ ແລະຮຽກ
ຮ້ອງໃຫ້ທະນາຄານກາງຂອງເຂດອາຟຣິກາຕາເວັນຕົກເປີີດສາຂາຂອງຕົນຄືນໃໝ່ຢູ່ Ivory
Coast.

XS
SM
MD
LG