ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງຝ່າຍຍັງສືບຕໍ່ສູ້ລົບກັນ ໃນ Ivory Coast


ທະຫານທີ່ຈົງຮັກພັກດີຕໍ່ທ່ານ Alassane Ouattara ພວມພັກຜ່ອນຢູ່ຄຸ້ມ Youpougon (7 ເມສາ 2011)
ທະຫານທີ່ຈົງຮັກພັກດີຕໍ່ທ່ານ Alassane Ouattara ພວມພັກຜ່ອນຢູ່ຄຸ້ມ Youpougon (7 ເມສາ 2011)

ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ປະທານາທິບໍດີ Alassane Ouattara ທີ່​ໄດ້​ຮັບ​ຮູ້​ຈາກ​ນາໆ​ຊາດ ​ໄດ້​ປິດ​ລ້ອມ​ບ້ານ​ພັກ ​ຂອງ​ປະທານາທິບໍດີ Laurent Gbagbo ທີ່​ບໍ່ ຍອມລົງຈາກອຳນາດແລະຍັງປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​ໃນ​ວັນ​ພະຫັດ​ມື້​ນີ້ ຫລັງ​ຈາກ​ໄດ້​ມີ​ການ​ປະ​ທະ​ກັນ​ຢ່າງ​ກະຈັດກະຈາຍ​ຫລາຍ​ບັ້ນ​ລະຫວ່າງກໍາລັງ​ສອງ​ຝ່າຍ​ໃນ​ຄືນ​ຜ່ານ​ມາ​ນີ້.

ການ​ປິດ​ລ້ອມ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ເວລາ 1 ມື້​ຫລັງ​ຈາກ​ພວກ​ກໍາລັງ​ທີ່​ສະໜັບສະ​ໜຸນ​ທ່ານ Alassane Ouattara ​ບຸກ​ໂຈມ​ຕີ​ຂຸມ​ລີ້​ໄພ​ຂອງ​ທ່ານ Gbagbo ແຕ່​ໄດ້​ພາກັນ​ຖອຍ​ກັບຄືນ​ໃນ​ເວລາ​ຕໍ່​ມາ​ຫລັງ​ຈາກ​ປະສົບ​ການ​ຕີ​ໂຕ້ຄືນ​ຢ່າງ​ແຂງ​ແຮງ​ຈາກ​ພວກ​ທະຫານ​ທີ່​ນິຍົມ​ທ່ານ Gbagbo ນັ້ນ.

ໃນ​ວັນ​ພະຫັດ​ມື້​ນີ້ ພວກ​ເຮືອບິນ​ເຮ​ຄີ​ຄອບ​ເຕີ​ຝຣັ່ງ​ໄດ້​ເຂົ້າໄປຊ່ອຍເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະ​ຈໍາ Ivory Coast ອອກມາ​ຈາກ​ບ້ານ​ພັກ​ຂອງ​ທ່ານທີ່​ຕັ້ງ​ຢູ່​ໃນເຂດ​ທີ່ມີ​ການ​ປະ​ທະ​ກັນ​ລະຫວ່າງ​ພວກ​ກໍາລັງ​ຂອງ​ ປະ​ນາທີ​ບໍດີ​ທັງສອງທີ່ເປັນ​ຄູ່ປໍລະປັກກັນ​ນັ້ນ.

ທ່ານ Alain Juppe ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງ ກ່າວ​ວ່າ ອີສຣາ​ແອນ​ກໍ​ໄດ້​ຂໍຄວາມ​ຊ່ອຍ​ເຫລືອ​ຈາກ​ຝຣັ່ງ​ເຊ່ນ​ກັນ​ເພື່ອ​ຊ່ອຍ​ອົບ​ພະຍົບພວກ​ນັກ​ການ​ທູດ​ຂອງ​ຕົນ​ອອກ​ຈາກ Ivory Coast ນັ້ນ.

ພວກ​ກໍາລັງ​ທີ່ຈົງ​ຮັກ​ພັກດີ​ຕໍ່​ທ່ານ Ouattara ​ໄດ້​ເລີ່​ມບຸກລຸກ​ເຂົ້າ​ໄປໃນ​ບໍລິ​ເວນ​ບ້ານ​ພັກ​ຂອງ​ທ່ານ Gbagbo ​ໃນ​ວັນ​ພຸດ​ວານ​ນີ້ ຫລັງ​ຈາກ​ທ່ານ​ບໍ່​ຍອມຮັບ​ເອົາການ​ປາ​ໄຊ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ​ຍອມ​ຈໍານົນ​ນັ້ນ.

ບັນດາ​ຜູ້​ຊ່ອຍ​ວຽກ​ທ່ານ Ouattara ກ່າວ​ວ່າ ກຳລັງຂອງ​ທ່ານ​ໄດ້​ຮັບ​ຄໍາ​ສັ່ງ​ໃຫ້​ຈັບເປັນ ​ທ່ານ Gbagbo.

ປະ​ເທດ Ivory Coast ​ໄ​ດ້ປະສົບ​ກັບ​ວິ​ກິດ​ການ​ດ້ານ​ການ​ເມືອງ​ມາ​ຕັ້ງ​ແຕ່​ເດຶອ​ນທັນວາ​ປີ​ແລ້ວ​ນີ້ ​ເວລາ​ທ່ານ Gbagbo ບໍ່​ຍອມຮັບ​ເອົາ​ຜົນຂອງ​ການ​ເລືອກ​ຕັ້ງ​ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ປະຊາຊົນ Ivory Coast ​ໄດ້​ເລືອກ​ເອົາ​ທ່ານ Ouattara ​ເປັນປະທານາທິບໍດີ​ນັ້ນ.

XS
SM
MD
LG