ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນ ຍັງດຳເນີນຕໍ່ມາ ໃນນະຄອນ Abidjan


ຄວັນພວມພຸ່ງຂຶ້ນ ຈາກເຂດໃຈກາງ ນະຄອນ Abidjan (2 ເມສາ 2011)
ຄວັນພວມພຸ່ງຂຶ້ນ ຈາກເຂດໃຈກາງ ນະຄອນ Abidjan (2 ເມສາ 2011)

ສຽງປືນ ແລະສຽງລະເບີດ ໄດ້ດັງຂຶ້ນທີ່ນະຄອນ Abidjan
ຫົວເມືອງໃຫຍ່ສຸດຂອງ Ivory Coast ຂະນະທີ່ການສູ້ລົບ
ກັນເພື່ອເຂົ້າຄວບຄຸມປະເທດດັ່ງກ່າວໄດ້ລະເບີດຂຶ້ນຢູ່ນອກ
ທຳນຽບປະທານາທິບໍດີ ແລະບ້ານພັກ ໃນເຂດຊານເມືອງ
ຂອງທ່ານ Laurent Gbagbo ປະທານາທິບໍດີທີ່ບໍ່ຍອມ
ລົງຈາກອຳນາດ.

ໃນມື້ວານນີ້ ປະຊາຊົນ ໄດ້ພາກັນຫຼົບລີ້ ຢູ່ໃນເຮືອນຂອງ
ພວກເຂົາເຈົ້າ ຂະນະທີ່ພວກທະຫານທີ່ຈົງຮັກພັກດີຕໍ່ທ່ານ
Alassane Ouattara ປະທານາທິບໍດີ ທີ່ນາໆຊາດຮັບຮູ້
ທຳການສູ້ລົບກັບກຳລັງທີ່ຍັງຈົງຮັກພັກດີຕໍ່ທ່ານ Gbagbo.

ນອກນັ້ນແລ້ວ ການສູ້ລົບກັນຍັງໄດ້ລະເບີດຂຶ້ນ ຢູ່ນອກ
ສຳນັກງານ ໂທລະພາບແຫ່ງຊາດ. ໂທລະພາບ ໄດ້ຢຸດ
ອອກອາກາດໃນມື້ວັນພະຫັດຜ່ານມາ ແຕ່ໄດ້ເລີ້ມອອກ
ຂ່າວນິຍົມທ່ານ Gbagbo ຄືນອີກ ໃນຕອນແລງຂອງມື້ວັນສຸກວານນີ້.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານ Gbagbo ຢູ່ທີ່ເຮືອນຂອງທ່ານ ຢູ່ທີ່ທຳນຽບປະທາ
ນາທິບໍດີ ຫຼືຢູ່ໃສກັນແທ້. ທີ່ປຶກສາຄົນນຶ່ງ ທີ່ມີສຳນັກງານຢູ່ກຸງປາຣີ ທ່ານ Alain Tous-
saint ກ່າວໃນມື້ວານນີ້ວ່າ ທ່ານ Gbagbo ບໍ່ມີຄວາມປະສົງທີ່ ຈະສະລະອຳນາດ.

ໂຄສົກຄົນນຶ່ງຂອງຄະນະປະຕິບັດງານອົງການສະຫະປະຊາຊາດໃນ Ivory Coast ກ່າວ
ຕໍ່ວີໂອເອ ພາກພາສາຝຣັ່ງໄປຍັງອາຟຣິກາວ່າ ອົງການສະຫະປະ ຊາຊາດໄດ້ສະເໜີທີ່ຈະ
ສົ່ງທ່ານ Gbagbo ອອກໄປຈາກປະເທດ ເພື່ອຈະຊ່ອຍແກ້ໄຂວິກິດການ.

ທ່ານ Ouattara ໄດ້ຖືກປະກາດໃຫ້ເປັນຜູ້ຊະນະໃນການເລືອກຕັ້ງປະທານາທິ ບໍດີໃນ
ເດືອນພະຈິກຜ່ານມາ ແຕ່ທ່ານ Gbagbo ໄດ້ປະຕິເສດບໍ່ຍອມລົງຈາກອຳນາດ ແລະຍັງ
ສາມາດຄວບຄຸມສ່ວນໃຫຍ່ຂອງປະເທດເອົາໄວ້ຍ້ອນໄດ້ຮັບການຊ່ອຍເຫຼືອຈາກພວກທະ
ຫານ.

ແຕ່ແນວໃດກໍຕາມກຳລັງທີ່ຈົງຮັກພັກດີຕໍ່ທ່ານ Ouattara ໄດ້ຮັບການຕ້ານຢັນແຕ່ພຽງ ເລັກນ້ອຍເທົ່ານັ້ນຈາກພວກທະຫານທີ່ນິຍົມທ່ານ Gbagbo ເວລາພວກ ເຂົາເຈົ້າບຸກເຂົ້າ
ໄປໃນນະຄອນ Abidjan ໃນມື້ວັນພະຫັດຜ່ານມາຫຼັງຈາກໄດ້ບຸກໂຈມຕີຢ່າງວ່ອງໄວຜ່ານ
ຫຼາຍໆເຂດຂອງປະເທດແລະຢຶດໄດ້ຫົວເມືອງຕ່າງໆ

ໃນມື້ວານນີ້ສະພາກາແດງກ່າວວ່າມີຢ່າງນ້ອຍ 800 ຄົນເສຍຊີວິດໃນລະຫວ່າງການສູ້ລົບ
ກັນທີ່ເມືອງ Douekoue ໃນພາກຕາເວັນຕົກຂອງ Ivory Coast. ຍັງບໍ່ທັນເປັນທີ່ຈະແຈ້ງ
ວ່າ ແມ່ນພວກໃດເປັນຜູ້ຮັບຜິດຊອບໃນການເສັຍຊີວິດດັ່ງກ່າວນີ້.

XS
SM
MD
LG