ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງທ່ານ Ouatara ອ້ອມທຳນຽບປະທານາທິບໍດີ ໃນນະຄອນ Abidjan


ກຳລັງທີ່ຈົງຮັກພັກດິຕໍ່ທ່ານ Alassane Ouattara ປະທານາທິບໍດີ ທີ່ນາໆຊາດຮັບຮູ້ຂອງ Ivory Coast ປິດລ້ອມທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ Abidjan (1 ເມສາ 2011)
ກຳລັງທີ່ຈົງຮັກພັກດິຕໍ່ທ່ານ Alassane Ouattara ປະທານາທິບໍດີ ທີ່ນາໆຊາດຮັບຮູ້ຂອງ Ivory Coast ປິດລ້ອມທຳນຽບປະທານາທິບໍດີ ທີ່ນະຄອນຫຼວງ Abidjan (1 ເມສາ 2011)

ກຳລັງທີ່ຈົງຮັກພັກດີຕໍ່ທ່ານ Alassane Ouatara ປະທາ
ນາທິບໍດີຂອງ Ivory Coast ຫຼື Cote D’Ivoire ທີ່ນາໆ
ຊາດຮັບຮູ້ພວມທຳການປິດລ້ອມບ້ານພັກຂອງທ່ານ Lau-
rent Gbagbo ປະທານາທິບໍດີທີ່ບໍ່ຍອມລົງຈາກອຳນາດ
ຢູ່ທີ່ນະຄອນຫຼວງ Abidjan ແຕ່ຍັງບໍ່ສາມາດໃຫ້ການຢືນ
ຢັນໄດ້ວ່າທ່ານ Gbagbo ຢູ່ທີ່ນັ້ນຫຼືບໍ່.

ການສູ້ລົບກັນຢ່າງໜັກ ໄດ້ລະເບີດຂຶ້ນຢູ່ໃນບໍລິເວນອ້ອມ
ແອ້ມບ້ານພັກຂອງທ່ານ Gbagbo ໃນວັນພະຫັດວານນີ້
ຫຼັງຈາກກຳລັງທີ່ຈົງຮັກພັກດີ ຕໍ່ທ່ານ Ouatara ໄດ້ບຸກ
ເຂົ້າໄປ ໃນນະຄອນຫຼວງ Abidjan ໂດຍມີການຕ້ານຢັນ
ແຕ່ພຽງເລັກນ້ອຍທໍ່ນັ້ນ.

ໂທລະພາບຂອງທາງການ Ivory Coast ໄດ້ຢຸດການ
ອອກອາກາດໃນຕອນແລງຂອງວັນພະຫັດວານນີ້.

ທ່ານ Ouatara ກ່າວວ່າ ມັນເຖິງເວລາແລ້ວທີ່ທະຫານລັດຖະບານທັງໝົດ ຮວມທັງພວກ
ທີ່ຈົງຮັກພັກດີຕໍ່ທ່ານ Gbagbo ມາຮ່ວມສົມທົບກັບທ່ານ ເພື່ອຕໍ່ສູ້ສຳລັບປະເທດຊາດ.

ສະຫະລັດ ອົງການສະຫະປະຊາຊາດ ອະດີດເຈົ້າອານານິຄົມຝຣັ່ງ ແລະພວກເຈົ້າໜ້າທີ່ລັດ
ຖະບານທ່ານ Ouatara ໄດ້ທຳການຮຽກຮ້ອງໃຫ້ທ່ານ Gbagbo ລາອອກ.

ທ່ານ Gbagbo ໄດ້ຕ້ານຢັນການກົດດັນໃຫ້ທ່ານລາອອກ ນັບແຕ່ທ່ານ Ouatara ໄດ້ຖືກ
ປະກາດໃຫ້ເປັນຜູ້ຊະນະ ໃນການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກປີກາຍ.

ອາຟຣິກາໃຕ້ກ່າວວ່າ ຜູ້ບັນຊາການທະຫານຂອງທ່ານ Gbagbo ແລະຄອບຄົວໄດ້ເຂົ້າໄປ
ຂໍລີ້ໄພ ທີ່ບ້ານພັກຂອງເອກອັກຄະລັດຖະທູດອາຟຣິກາໃຕ້ ທີ່ນະຄອນຫຼວງ Abidjan.

ກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດໄດ້ເຂົ້າຄວບຄຸມສະໜາມບິນນະ
ຄອນຫຼວງ Abidjan ຂະນະທີ່ປະເທດຝຣັ່ງກ່າວວ່າ ກຳລັງຮັກສາສັນຕິພາບຂອງຕົນພວມ
ທຳການລາດຕະເວນຢູ່ໃນບາງເຂດຂອງນະຄອນຫຼວງ ບ່ອນທີ່ໄດ້ມີການບຸກເຂົ້າໄປລັກເອົາ
ເຄື່ອງເອົາຂອງນັ້ນ.

XS
SM
MD
LG