ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

3 ປະທານາທິບໍດີ ຈາກ ອາຟຣິກາຕາເວັນຕົກ ຈະເດີນທາງໄປຍັງ Ivory Coast


ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan(ຂວາ) ແລະປະທານາທິບໍດີເບນິນ ທ່ານ Boni Yayi ໃນລະຫວ່າງການພົບປະກັນ ທີ່ກອງປະຊຸມສຸກເສີນຂອງກຸ່ມປະເທດ ECOWAS ກ່ຽວກັບວິກິດການການເມືອງ ທີ່ປະເທດ Ivory Coast, ວັນທີ 24 ທັນວາ 2010.
ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan(ຂວາ) ແລະປະທານາທິບໍດີເບນິນ ທ່ານ Boni Yayi ໃນລະຫວ່າງການພົບປະກັນ ທີ່ກອງປະຊຸມສຸກເສີນຂອງກຸ່ມປະເທດ ECOWAS ກ່ຽວກັບວິກິດການການເມືອງ ທີ່ປະເທດ Ivory Coast, ວັນທີ 24 ທັນວາ 2010.

ສາມປະທານາທິບໍດີຈາກຂົງເຂດອາຟຣິກາຕາເວັນຕົກ ຈະ
ເດີນທາງໄປຍັງ ປະເທດ Ivory Coast ເພື່ອຈະບອກປະ
ທານາທິບໍດີ Laurent Gbagbo ໃຫ້ລາອອກ ລຸນຫລັງ
ການເລືອກຕັ້ງທີ່ເກີດມີການຂັດແຍ້ງກັນ​ໃນ Ivory Coast ນັ້ນ.

ທ່ານນາງ Jean Marie Ehouzou ລັດຖະມົນຕີຕ່າງ
ປະເທດເບນິນ ບອກພວກ​ນັກຂ່າວວ່າ ປະທານາທິບໍດີ
Benin, Sierra Leone ແລະ Cape Verde ຈະບິນ ໄປຍັງ Ivory Coast ໃນວັນອັງຄານອາທິດ​ໜ້ານີ້.

ເມື່ອວັນສຸກຜ່ານມານີ້ ອົງການ ECOWAS ຫລື​ກຸ່ມພວກ​
ປະ​ເທດ​ໃນຂົງເຂດອາຟຣິກາຕາເວັນຕົກ​ໄດ້ຂູ່ທີ່ຈະໃຊ້ກໍາລັງ
ຕໍ່ທ່ານ Gbagbo ຖ້າທ່ານບໍ່ຍອມຮັບເອົາຜົນການເລືອກ
ຕັ້ງແລະສະຫລະອໍານາດ. ພວກຫົວໜ້າປະເທດກ່າວຫລັງ
ຈາກປະຊຸມກັນທີ່ປະເທດໄນຈີເຣຍ ວ່າພວກເຂົາເຈົ້າຈະສົ່ງ
ຜູ້ແທນຄະ​ນະນຶ່ງໄປພົບທ່ານ Gbagbo ໃນຄວາມຫວັງທີ່
ຈະໄປເກ້ຍກ່ອມໃຫ້ທ່ານຍອມ​ລົງ​ຈາກອໍານາດ ໂດຍສັນຕິ.

ໂຄສົກຄົນນຶ່ງຂອງລັດຖະບານທ່ານ Gbagbo ກ່າວເມື່ອວັນເສົາວານນີ້ວ່າ ການຂົ່ມຂູ່ທີ່ຈະ
ໃຊ້ກໍາລັງດັ່ງກ່າວນັ້ນ ແມ່ນບໍ່ຍຸຕິທໍາແລະບໍ່ຖືກຕ້ອງຕາມກົດໝາຍ.

ທ່ານ Gbagbo ປະຕິເສດທີ່ຈະລົງ​ຈາກອໍານາດ ເຖິງແມ່ນທາງປະຊາຄົມໂລກພາກັນຮັບຮູ້
ຄູ່ແຂ່ງຂອງທ່ານ ຄືທ່ານ Alassane Ouattara ວ່າເປັນຜູ້ຊະນະການເລືອກຕັ້ງປະທານາ ທິບໍດີຂອງ Ivory Coast ເມື່ອເດືອນພະຈິກ ທີ່ຜ່ານມານັ້ນກໍຕາມ.

XS
SM
MD
LG