ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Ivory Coast ຈະດຳເນີນການ ທາງກົດໝາຍ ຕໍ່ທ່ານ Gbagbo


ອະດີດປະທານາທິບໍດີ Ivory Coast ທ່ານ Laurent Gbagbo
ອະດີດປະທານາທິບໍດີ Ivory Coast ທ່ານ Laurent Gbagbo

ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ຂອງ Ivory Coast
ທ່ານ Alassane Outtara ກ່າວວ່າ ທ່ານຈະໄດ້ຮ້ອງຂໍ
ໃຫ້ລັດຖະມົນຕີກະຊວງຍຸຕິທໍາ ເລີ່ມດຳເນີນການທາງ
ກົດໝາຍຕໍ່ອະດີດປະທານາທິບໍດີ ທ່ານ Laurent
Gbagbo ທີ່ຖືກຈັບໃນເວລານີ້.

ໃນຄຳປາໄສທີ່ມີການຖ່າຍທອດອອກອາກາດທົ່ວປະເທດ
ໃນວັນຈັນວານນີ້ ທ່ານ Outtara ໄດ້ກ່າວວ່າ ນີ້ແມ່ນຍຸກ
ສະໄໝໃໝ່ແຫ່ງຄວາມຫວັງ ຂອງ Ivory Coast. ທ່ານ
ໄດ້ຮຽກຮ້ອງໃຫ້ປະຊາຊົນຕັ້ງຢູ່ໃນຄວາມສະງົບເພື່ອວ່າ
ສັນຕິພາບຈະສາມາດກັບຄືນມາສູ່ປະເທດຊາດໄດ້ຢ່າງແນ່
ນອນ.

ທ່ານໄດ້ກ່າວວ່າ ນີ້ແມ່ນໂອກາດທີ່ຈະຂຽນປະຫວັດສາດ
ຄືນໃໝ່ກ່ຽວກັບການສ້າງຄວາມປອງດອງຊາດ ແລະໃຫ້ອະໄພຊຶ່ງກັນແລະກັນ.

ກ່ອນໜ້ານີ້. ທ່ານ Gbagbo ໄດ້ຮຽກຮ້ອງໃຫ້ຢຸດເຊົາການສູ້ລົບກັນໃນປະເທດ. ທ່ານໄດ້ໄປ
ປາກົດຕົວເປັນເວລາສັ້ນໆໃນການຖ່າຍທອດໂທລະພາບຂອງທ່ານ Outtara ໃນວັນຈັນ
ວານນີ້, ຫຼາຍໆຊົ່ວໂມງ ຫຼັງຈາກກອງກໍາລັງທີ່ສະນັບສະ ໜູນທ່ານ Outtara ຈັບກຸມທ່ານ
ທີ່ທໍານຽບປະທານາທິບໍດີໃນນະຄອນ Abidjan.

ພວກນັກລົບທີ່ສະນັບສະໜູນທ່ານ Outtara ແລະໜ່ວຍກໍາລັງພິເສດຂອງຝຣັ່ງໄດ້ບຸກເຂົ້າ
ໄປໃນທໍານຽບປະທານາທິບໍດີ ຫຼັງຈາກເຮືອບິນເຮຣີຄອບເຕີ້ຂອງອົງ ການສະຫະປະຊາ
ຊາດແລະຝຣັ່ງໄດ້ໂຈມຕີສະຖານທີ່ດັ່ງກ່າວ. ທ່ານ Gbagbo ໄດ້ຫຼົບລີ້ຢູ່ທີ່ທຳນຽບປະທາ
ນາທິບໍດີ ກັບພວກນັກລົບທີ່ຈົງຮັກພັກດີຈຳນວນນຶ່ງ.

ທ່ານ Gbagbo ໄດ້ປະຕິເສດມາໄດ້ຫຼາຍເດືອນແລ້ວ ບໍ່ຍອມສະລະອໍານາດໃຫ້ ທ່ານ
Outtara ທີ່ທາງອົງການສະຫະປະຊາຊາດໄດ້ຮັບວ່າ ເປັນຜູ້ຊະນະການເລືອກຕັ້ງປະທາ
ນາທີບໍດີ ໃນເດືອນພະຈິກທີ່ແລ້ວ.

ທ່ານ Gbagbo ແລະພັນລະຍາ ທ່ານນາງ Simone ແມ່ນໄດ້ຖືກຄຸມຂັງທີ່ກອງບັນຊາ
ການຂອງທ່ານ Outtara ທີ່ໂຮງແຮມ Golf ໃນນະຄອນ Abidjan. ຫົວໜ້າກຳລັງຮັກສາ
ສັນຕິພາບຂອງອົງການສະຫະປະຊາຊາດ ທ່ານ Alain Le Roy ກ່າວ​ວ່າ ທ່ານ Gbagbo
ແມ່ນໄດ້ຖືກກັກຂັງ ໂດຍກອງກໍາລັງຂອງທ່ານ Outtara ແຕ່ໄດ້ຮ້ອງຂໍແລະກໍໄດ້ຮັບຄວາມ
ຄຸ້ມຄອງ ຈາກອົງການສະຫະປະຊາຊາດ.



XS
SM
MD
LG