ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນໍາອາຟຣິກາຕາເວັນຕົກ ຈະໄປເຈລະຈາຮອບ 2 ກັບທ່ານ Gbagbo


ປະທານາທິບໍດີ Ivory Coast ທ່ານ Laurent Gbagbo
ປະທານາທິບໍດີ Ivory Coast ທ່ານ Laurent Gbagbo

ຜູ້ນໍາ Ivory Coast ທ່ານ Gbagbo
ຜູ້ນໍາ Ivory Coast ທ່ານ Gbagbo

ພວກຜູ້ນຳຂົງ​ເຂດອາຟຣິກາຄະນະ​ນຶ່ງ ມີ​ກໍານົດເດີນທາງໄປ Ivory Coast ໃນວັນຈັນ
ມື້ນີ້ໃນການ​ດໍາ​ເນີນຄວາມພະຍາຍາມເປັນຄັ້ງທີ່ 2 ທີ່ຈະໄກ່ເກ່ຍໃຫ້ ປະທານາທິບໍດີ
LaurentGbagbo ທີ່​ບໍ່​ຍອມ​ລົງ​ຈາກ​ຕໍາ​ແໜ່​ງນັ້ນລາອອກແລະມອບອໍານາດໃຫ້ຄູ່​ແຂ່ງ
ຄື​ທ່ານ Alassane Ouattara ຖ້າ​ບໍ່​ດັ່ງ​ນັ້ນ ກໍຈະຖືກບັງຄັບດ້ວຍກໍາລັງທະຫານໃຫ້
ອອກຈາກອໍານາດ.

ນາຍົກລັດຖະມົນຕີ ເຄນຍາ ທ່ານ Raila Odinga ຈະຮ່ວມກັບພວກຜູ້ນໍາຂອງ Benin,
Sierra Leone ແລະ Cape Verde ໃນການ​ເຈລະຈາ​ຮອບທີ 2 ກັບທ່ານ Gbagbo
ທີ່ Abidjan. ທັງ 3 ປະທານາທິບໍດີຂອງຂົງເຂດຈະໄດ້ຕາງໜ້າໃຫ້ ECOWAS ຫລື
ກຸ່ມ​ຮ່ວມ​ມື​ດ້ານ​ເສດຖະກິດ​ແຫ່ງຂອງເຂດ Africa ຕາເວັນຕົກ ທີ່ໄດ້ຂູ່ວ່າຈະໃຊ້ອໍານາດ
ທາງທະຫານບັງຄັບ​ໃຫ້ຜູ້ນໍາທີ່ບໍ່​ຍອມ​ລາ​ອອກ​ຂອງ Ivory Coast ລົງ​ຈາກອໍານາດ.

XS
SM
MD
LG