ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລຂາທິການໃຫຍ່ ສປຊ ເຕືອນກ່ຽວກັບ Ivory Coast


ທ່ານ Laurent Gbagbo ຖະແຫລງຢືນຢັດວ່າ ທ່ານແມ່ນປະທານາທິບໍດີ ທີ່ແທ້ຈິງ ຂອງ Ivory Coast.
ທ່ານ Laurent Gbagbo ຖະແຫລງຢືນຢັດວ່າ ທ່ານແມ່ນປະທານາທິບໍດີ ທີ່ແທ້ຈິງ ຂອງ Ivory Coast.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ
ທ່ານ Ban Ki-moon ເຕືອນວ່າ Ivory Coast
ປະເຊີນກັບການສ່ຽງຢ່າງແທ້ຈິງ ທີ່ຈະກັບຄືນໄປ
ສູ່ສົງຄາມກາງເມືອງອີກ ຂະນະທີ່ທ່ານ Laurent
Gbagbo ຜູ້ນຳທີ່ກຳຕຳແໜ່ງຂອງປະເທດດັ່ງກ່າວ
ຍັງສືບຕໍ່ຢືນຢັດວ່າ ທ່ານເປັນຜູ້ຊະນະການເລືອກ
ຕັ້ງປະທານາທິບໍ ດີໃນເດືອນແລ້ວ.

ທ່ານ Ban ໄດ້ເຕືອນໃນວັນອັງຄານວານນີ້ວ່າ ສະຖາ
ນະການອາດຈະ​ເຖິງ​ຂັ້ນ ຫຼໍ່ແຫຼມພາຍໃນສອງສາມມື້
ຂ້າງໜ້ານີ້ ແລະທ່ານກ່າວຫາກຳລັງທີ່ຈົງຮັກພັກດີຕໍ່
ທ່ານ Gbagbo ວ່າ ພະຍາຍາມຫາທາງປິດລ້ອມໜ່ວຍປະຕິບັດງານຂອງອົງການ
ສະຫະປະຊາຊາດໃນ Ivory Coast.

ປະຊາຄົມນາໆຊາດໄດ້ຮັບຮູ້ທ່ານ Alassane Ouattara ວ່າເປັນຜູ້ຊະນະໃນການ
ປ່ອນບັດໃນເດືອນພະຈິກ ທີ່ຍັງເປັນບັນຫາຖົກຖຽງໂຕ້ແຍ້ງນັ້ນ ແຕ່ທ່ານ Gbagbo ຢືນຢັດໃນວັນອັງຄານວານນີ້ວ່າ ທ່ານແມ່ນປະທານາທິບໍດີທີ່ແຈ້ງຈິງ ຂອງ Ivory
Coast.

ແຕ່ແນວໃດກໍຕາມທ່ານ Gbagbo ຍັງເວົ້າວ່າ ທ່ານຍິນດີທີ່ຈະອະນຸຍາດໃຫ້ ທູດພິເສດ
ຈາກສະຫະພາບອາຟຣິກາ ສະຫະພາບຢູໂຣບແລະອົງການສະຫະປະຊາຊາດ ຈັດຕັ້ງ
ຄະນະກຳມະການນຶ່ງຂຶ້ນມາ ເພື່ອສຶກສາເບິ່ງວິກິດການລຸນຫຼັງ ການເລືອກຕັ້ງ. ຜູ້ນຳທີ່
ຍັງກຳຕຳແໜ່ງຢູ່ຂອງ Ivory Coast ກ່າວວ່າ ທ່ານບໍ່ ຕ້ອງການຢາກໃຫ້ມີການນອງ
ເລືອດຕື່ມອີກຢູ່ໃນປະເທດຂອງທ່ານ.

XS
SM
MD
LG