ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານອາຍານາໆຊາດ ຕັດ​ສິນ​ຈຳຄຸກ 20 ປີ ຕໍ່ອະດີດສະຕີ ​ໝາຍ​ເລກ​ນຶ່ງ Ivory Coast


ສະຕີ​ໝາຍ​ເລກ​ນຶ່ງ​ຂອງ Ivory Coast ທ່ານ​ນາງ Gbagbo
ສະຕີ​ໝາຍ​ເລກ​ນຶ່ງ​ຂອງ Ivory Coast ທ່ານ​ນາງ Gbagbo

ອະດີດສະຕີ​ໝາຍ​ເລກ​ນຶ່ງ​ຂອງ Ivory Coast ທ່ານ​ນາງ Simone
Gbagbo ໄດ້ຖືກຕັດ ສິນລົງໂທດຈຳຄຸກ 20 ປີ ຍ້ອນບົດບາດ
ຂອງທ່ານນາງ ໃນຄວາມຮຸນແຮງຫຼັງຈາກການເລືອກຕັ້ງໃນ
ປີ 2011.

ສານໃນນະຄອນ Abidjan ໃນວັນອັງຄານມື້ນີ້ ໄດ້ພົບເຫັນວ່າ
ທ່ານ​ນາງ Gbagb ມີຄວາມຜິດໃນຂໍ້ຫາບ່ອນທຳລາຍຄວາມ
ປອດໄພຂອງປະເທດແລະຈັດຕັ້ງກຸ່ມອັນທະພານຕິດອາວຸດ
ໃນຄວາມຮຸນແຮງທີ່ເຮັດໃຫ້ມີ 3 ພັນຄົນ ເສຍຊີວິດ. ທ່ານ​ນາງ
ແລະສາມີຂອງທ່ານນາງ ທ່ານ Laurent Gbagbo ບໍ່ຍອມຮັບເອົາຜົນການເລືອກ
ຕັ້ງໃນປີ 2010ທີ່ໄດ້ມອບໄຊຊະນະໃນການເລືອກຕັ້ງປະທານາທິບໍດີໃຫ້ແກ່ຄູ່ແຂ່ງຂອງທ່ານ ກໍຄື ທ່ານ Alassane Ouattara.

ໃນເດືອນທັນວາປີກາຍນີ້ ສານອາຍານາໆຊາດ ຫຼື ICC ໄດ້ກ່າວວ່າ Ivory Coast ຕ້ອງໄດ້
ມອບຕົວອະດີດສະຕີ​ໝາຍ​ເລກ​ນຶ່ງໃຫ້ປະເຊີນໜ້າກັບຂໍ້ຫາຂ້າລ້າງເຊື້ອຊາດເຜົ່າພັນຈາກສົງ
ຄາມກາງເມືອງໃນປະເທດດັ່ງກ່າວ.

Ivory Coast ໄດ້ປະຕິເສດທີ່ຈະມອບຕົວອະດີດສະຕີ​ໝາຍ​ເລກ​ນຶ່ງໃຫ້ແກ່ສານອາຍາ ທີ່ມີ
ສຳນັກງານທີ່ນະຄອນ Hague ໃນໄລຍະຜ່ານມາ ເພື່ອຈະດຳເນີນຄະດີທ່ານນາງຢູ່ໃນສານ
ພາຍໃນປະເທດ.

ລັດຖະບານ Ivory Coast ໄດ້ຍື່ນຂໍ້ທ້າທາຍຕໍ່ສານອາຍານາໆຊາດ ທີ່ຕ້ອງການຕົວທ່ານ Gbagbo ໃນເດືອນກັນຍາປີກາຍ.ການຕັດສິນໃນເດືອນທັນວາ ກໍແມ່ນການເສຍໄຊໃນການ
ທ້າທາຍດັ່ງກ່າວ.

ອະດີດປະທານາທິບໍດີ Gbagbo ແລະຜູ້ນຳເຍົາວະຊົນທ່ານ Charlie Ble Goude ແມ່ນໄດ້ຢູ່ໃນການຄຸ້ມຄອງຂອງສານອາຍານາໆຊາດແລ້ວ.

XS
SM
MD
LG