ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຜູ້ນໍາອາຟຣິກາສະເໜີ ຂໍ້​ຕົກລົງ​ໃຫ້ ທ່ານ Laurent Gbagbo ມອບອໍານາດ


ພວກຜູ້ນໍາອາຟຣິກາ ພົບກັບທ່ານ Gbagbo ທີ່ນະຄອນຫລວງ Abidjan ຂອງ Ivory Coast, ວັນທີ 3 ມັງກອນ 2011.
ພວກຜູ້ນໍາອາຟຣິກາ ພົບກັບທ່ານ Gbagbo ທີ່ນະຄອນຫລວງ Abidjan ຂອງ Ivory Coast, ວັນທີ 3 ມັງກອນ 2011.

ພວກຜູ້ນຳຂົງ​ເຂດອາຟຣິກາໄດ້ພົບ​ປະ​ກັບປະທານາທິບໍດີ
Ivory Coast ທ່ານ Laurent Gbagbo ທີ່ທ້າທາຍນັ້ນ
ໃນວັນຈັນວານນີ້ແລະສະເໜີຂໍ້​ຕົກລົງ​ໃຫ້ນິລະໂທດກໍາ
ຖ້າວ່າທ່ານຍອມມອບອໍານາໃຫ້ຄູ່​ແຂ່ງ ຄື​ທ່ານ
Alassane Ouattara ນັ້ນ.

ຄັ້ງນີ້​ແມ່ນເປັນຄັ້ງທີ່ສອງໃນນຶ່ງສັບປະດາ ທີ່ປະທານາທິບໍດີ
ຈາກ Benin, Cape Verde ແລະ Sierra Leone
ໄດ້ພົບປະກັບທ່ານ Gbagbo ຊຶ່ງການ​ພົບ​ປະໃນວັນຈັນ
ວານນີ້ ​ໄດ້ມີປະທານາທິບໍດີ​ເຄັນ​ຍາທ່ານ Raila Odinga
ເຂົ້າ​ຮ່ວມ​ນໍາ. ກຸ່ມພວກຜູ້ນໍາດັ່ງກ່າວໄດ້ອອກຈາກນະຄອນຫລວງ Abidjan ​ໄປ
ຫຼັງຈາກທີ່ໄດ້ສົນທະນາກັບທ່ານ Ouattara ທີ່​ໄດ້ບອກພວກນັກຂ່າວໃນ​ເວລາ​ນັ້ນວ່າ
ການສົນທະນາຫາລືແລະການ​ທູດ​ແມ່ນສິ້ນສຸດລົງແລ້ວ.

ເຈົ້າໜ້າທີ່ຂອງທ່ານ Odinga ຄົນ​ນຶ່ງກ່າວວ່າ ຜູ້ນໍາ Ivory Coast ທີ່​ຍັງ​ກໍາ​ຕໍາແໜ່​ງ​
ໄວ້​ຢູ່​ນັ້ນ ຈະໄດ້ຮັບການຄໍ້າປະກັນ​ຄວາມ​ປອດ​ໄພ ຖ້າຫາກທ່ານຍອມ​ໂອນອໍານາດ
ໂດຍ​ຮັບເອົາ​ການ​ຕົກລົງ​ທີ່​ຕໍ່​ຮອງ​ບໍ່​ໄດ້​ ທີ່ພວກຜູ້ນໍາອາຟຣິກາ​ໄດ້​ສະ​ເໜີໃຫ້​ນັ້ນ.

ໃນອີກດ້ານນຶ່ງ ທາງເຈົ້າໜ້າທີ່ສະຫະລັດກ່າວໃນວັນຈັນວານ​ນີ້ວ່າ ສະຫະລັດຈະ​ເຕັມ​ໃຈ
ທີ່​ຈະຊ່ອຍ​ໃຫ້ທ່ານ Gbagbo ອອກ​ຈາກ​ວິ​ກິດ​ການ​ນີ້​ໄປ​ໄດ້ຢ່າງມີກຽດແລະສັກສີ ຖ້າຫາກ
ທ່ານຍອມສະລະອໍານາດ ຊຶ່ງອາດຮວມທັງການ​ໃຫ້​ມາລີ້ໄພຢູ່ສະຫະລັດນໍາ ແຕ່​ວ່າ​ເວລາ​
ສໍາລັບ​ໂອກາ​ດດັ່ງກ່າວ​ນີ້ແມ່ນ​ໃກ້​ຈະໝົດ​ລົງ​ແລ້ວ.

XS
SM
MD
LG