ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ກໍາລັງທະຫານທ່ານ Gbagbo ໂຈມຕີໂຮງແຮມ ທີ່ພັກຂອງທ່ານ Ouattara


ກໍາລັງທະຫານຝຣັ່ງທີ່ກໍາລັງປະຕິບັດການຢູ່ໃນເຂດນະຄອນ Abijan ຂອງ Ivory Coast ເມື່ອວັນທີ່ 9 ເດືອນນີ້
ກໍາລັງທະຫານຝຣັ່ງທີ່ກໍາລັງປະຕິບັດການຢູ່ໃນເຂດນະຄອນ Abijan ຂອງ Ivory Coast ເມື່ອວັນທີ່ 9 ເດືອນນີ້

ກໍາລັງທະຫານທີ່ຈົ່ງຮັກພັກດີຕໍ່ທ່ານ Laurent Gbagbo ປະທານາທິບໍດີທີ່ ຢູ່ໃນຕໍາແໜ່ງຂອງ Ivory Coast ໄດ້ເປີດສາກໂຈມຕີໂຮງແຮມບ່ອນທີ່ ປະທານາທິບໍດີ Alassane Ouattara ທີ່ຖືກຮັບຮູ້ໂດຍນານາຊາດ ໄດ້ອາໄສຢູ່ ນັບຕັ້ງແຕ່ການເລືອກຕັ້ງເມື່ອເດືອນພະຈິກ ປີຜ່ານມາ ທີ່ກາຍເປັນຫົວຂໍ້ຂັດແຍ້ງກັນນັ້ນ.

ໂຄສົກຂອງອົງການສະຫະປະຊາຊາດຄົນນຶ່ງກ່າວວ່າ ເມື່ອວັນເສົາວານນີ້ ພວກໂຈມຕີໄດ້ຍິງປືນຄົກຫລາຍລູກໃສ່ໂຮງແຮມ Golf Hotel ທີ່ເມືອງ Abijan ທີ່ເປັນເມືອງໃຫຍ່ສຸດຂອງປະເທດ ໂຄສົກກ່າວວ່າ ການໂຈມຕີດັ່ງ ກ່າວມາຈາກບ່ອນໃກ້ກັບບ້ານພັກຂອງປະທານາທິບໍດີ ບ່ອນທີ່ທ່ານ Gbagbo ໄດ້ຫລົບຢູ່ໃນຂຸມລີ້ໄພແຫ່ງນຶ່ງນັ້ນ.

ໂຄສົກກ່າວຕໍ່ໄປວ່າ ກໍາລັງທະຫານຂອງອົງການສະຫະປະຊາຊາດທີ່ປະຈໍາ ຢູ່ເຂດອ້ອມແອ້ມໂຮງແຮງດັ່ງກ່າວ ໄດ້ຍິງໂຕ້ຕອບ.

ທ່ານ Mark Toner ໂຄສົກກະຊວງຕ່າງປະເທດສະຫະລັດ ໄດ້ປະນາມ ການຈູ່ໂຈມເມື່ອວັນເສົາວານນີ້ ແລະວ່າ ມັນເປັນທີ່ແຈ້ງຂາວແລ້ວວ່າ ຄວາມພະຍາຍາມໃດໆກ່ອນໜ້ານີ້ຂອງທ່ານ Gbagbo ນັ້ນແມ່ນບໍ່ມີຫຍັງ ໄປກວ່າການທ້ອນໂຮມແລະປະກອບອາວຸດໃຫ້ແກ່ກໍາລັງທີ່ຈົ່ງຮັກພັກດີຂອງ ຕົນນັ້ນຄືນໃໝ່.

ອົງການສະຫະປະຊາຊາດ ໄດ້ກ່າວຫາພວກຕໍ່ສູ້ທີ່ນິຍົມທ່ານ Gbagbo ທີ່ໄດ້ໃຊ້ເວລາຢຸດການເຈລະຈາສັນຕິພາບເມື່ອຫລາຍໆມື້ຜ່ານມານັ້ນ ເພື່ອ ທໍາການເສີມກໍາລັງຢູ່ຕາມທີ່ໝັ້ນຕ່າງໆຂອງພວກເຂົາເຈົ້າໃນເມືອງໃຫຍ່ Abijan.

XS
SM
MD
LG