ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ ອີ​ວານ​ກາ ທ​ຣຳ ເຂົ້າ​ຮ່ວມ ກອງ​ປ​ະ​ຊຸມ​ສຸດຍອດ ເສດ​ຖະ​ກິດ​ແມ່​ຍິງ​ໃນ ອາ​ຟ​ຣິ​ກາ


ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານ​ນາງ ອີ​ວານ​ກາ ທ​ຣຳ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ປະ​ຕິ​ຮູບ​ຄຸກ 2019 ໃນ​ຫ້ອງ​ປະ​ຊຸມ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ. 1 ເມ​ສາ, 2019.
ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານ​ນາງ ອີ​ວານ​ກາ ທ​ຣຳ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ປະ​ຕິ​ຮູບ​ຄຸກ 2019 ໃນ​ຫ້ອງ​ປະ​ຊຸມ​ກ້ຳ​ຕາ​ເວັນ​ອອກ​ຂອງ​ທຳ​ນຽບ​ຂາວ. 1 ເມ​ສາ, 2019.

ທ່ານ​ນາງ ອີ​ວານ​ກາ ທ​ຣຳ ໄດ້​ເດີນ​ທາງ​ຮອດ​ນະ​ຄອ​ນຫຼວງ ອາ​ດິ​ສ ອາ​ບາ​ບາ ປະ​ເທດ
ເອທິໂອເປຍ ໃນວັນອາທິດມື້ນີ້ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ກ່ຽວກັບ ການລວມ
ແລະ ມອບອຳນາດໃຫ້ແມ່ຍິງໃນເສດຖະກິດ ອາຟຣິກາ.

ນອກ​ຈາກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ແລ້ວ, ລູກ​ສາວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​
ລັດ, ຜູ້ທີ່ຍັງເປັນທີ່ປຶກສາຂອງພໍ່ຂອງລາວນັ້ນ, ຈະພົບປະກັບບັນດາກຳມະກອນແມ່
ຍິງໃນອຸດສາຫະກຳ ກາເຟ ແລະ ທ່ຽວຊົມໂຮງງານຕ່ຳແຜ່ນທີ່ດຳເນີນໂດຍແມ່ຍິງ.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ເຊັນ​ບັນ​ທຶກປະ​ທາ​ນາ​ທິ​ບໍ​ດີ ກ່ຽວ​ກັບ ​ຄວາມ​ປອດ​ໄພ
ແຫ່ງຊາດໃນເດືອນກຸມພາທີ່ຜ່ານມາ, ກໍ່ຕັ້ງໂຄງການລິເລີ່ມ ການພັດທະນາ ແລະ
ຄວາມຈະເລີນຮຸ່ງເຮືອງຂອງແມ່ຍິງທົ່ວໂລກ ຫຼື W-GDP. ໂຄງການ W-GDP ກ່າວ
ວ່າ ເຂົາເຈົ້າຫວັງທີ່ຈະ “ເຂົ້າຫາແມ່ນຍິງໃຫ້ໄດ້ 50 ລ້ານຄົນພາຍໃນປີ 2025, ຜ່ານ
ວຽກງານຂອງລັດຖະບານ ສະຫະລັດ ແລະ ຄູ່ຮ່ວມຂອງເຂົາເຈົ້າ.

ນັກ​ຂ່າວ ເອ​ທິ​ໂອ​ເປຍ ທ່ານ ຊິ​ເຊ ວູບ​ເຊັດ, ໄດ້​ກ່າວ ກ່ຽວ​ກັບ ການ​ຢ້ຽມ​ຢາມ​ທະ​ວີບ​
ອາຟຣິກາໂດຍລູກສາວຂອງປະທານາທິບໍດີວ່າ “ຂ້າພະເຈົ້າບໍ່ຄິດວ່າປະຊາຊົນຈະມີ
ຄວາມຮູ້ສຶກດີ.”

ນັກ​ເຄື່ອນ​ໄຫວ ທ່ານ ມາ​ຣາ​ຄ​ເລ ເທັ​ສ​ຟາ​ເຢ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ລາວ​ໄດ້​
ມາເພື່ອສະໜັບສະໜູນແມ່ຍິງຢ່າງແທ້ຈິງ ແລະ ມັນດີທີ່ວ່າລາວໄດ້ມາ ເພາະວ່າລາວ
ຈະເປັນຜູ້ຜັກດັນວາລະວຽກງານຂອງເຮົາ.”

ທ່ານ​ນາງ ທ​ຣຳ ຍັງ​ມີ​ກຳ​ນົດ​ທີ່​ຈະ​ເຂົ້າ​ຮ່ວມ​ໃນ​ກອງ​ປະ​ຊຸມ​ສຸດຍອດ ນະ​ໂຍ​ບາຍ​ທະ​ນາ​
ຄານໂລກ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG