ລູກສາວຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະທັງເປັນທີ່ປຶກສາຂັ້ນສູງ
ຂອງທຳນຽບຂາວ ກໍຄື ທ່ານນາງອີວັງກາ ທຣຳ ໄດ້ກ່າວຖະແຫລງ ຕໍ່ກອງປະຊຸມສຸດຍອດ
ຂອງບັນດາແມ່ຍິງທີ່ປະກອບທຸລະກິດ ໃນປະເທດກົດດີວົວ ຫຼື ໄອວໍຣີ ໂຄສຕ໌ ໃນວັນພຸດ
ວານນີ້.
ທ່ານນາງ ໄດ້ກ່າວຕໍ່ຜູ້ຊົມ ໃນຫໍປະຊຸມທີ່ເຕັມໄປດ້ວຍບັນດາແມ່ຍິງທີ່ເປັນເຈົ້າຂອງ
ທຸລະກິດ ຮວມທັງຜູ້ຈັດການຊຸມຊົນ ນັກການເມືອງ ແລະນັກສຶກສາທັງຫຼາຍ ວ່າ
“ສັງຄົມທັງຫຼາຍ ທີ່ສົ່ງເສີມສິດອຳນາດເພື່ອໃຫ້ປະສົບຄວາມສຳເລັດ ແມ່ນຈະມີ ຄວາມສະຫງົບສຸກຫຼາຍຂຶ້ນ ແລະຄວາມຈະເລີນຮຸ່ງເຮືອງຫຼາຍຂຶ້ນ. ແລະອັນນີ້
ເປັນຫຼັກຖານຢືນຢັນ ໃນການຄົ້ນຄວ້າທັງໝົດ ທີ່ພວກເຮົາໄດ້ເຫັນ.”
ການກ່າວຄຳປາໄສ ຢູ່ທີ່ກອງປະຊຸມສຸດຍອດທີ່ເອີ້ນວ່າ ໂຄງການລິເລີ້ມດ້ານໃຫ້ທຶນ
ຊ່ອຍເຫຼືອ ແກ່ພວກແມ່ຍິງທີ່ປະກອບທຸລະກິດ ຫຼືເອີ້ນຫຍໍ້ວ່າ “WeFi” ຢູ່ໃນໄອວໍຣີ
ໂຄສຕ໌ ນັ້ນ ແມ່ນເປັນການຢຸດແວ່ແຫ່ງສຸດທ້າຍ ຂອງທ່ານນາງ ອີວັງກາ ທຣຳ ໃນການ
ເດີນທາງໄປຢ້ຽມຢາມທະວີບອາຟຣິກາ ໄລຍະ 4 ວັນ ເພື່ອການສົ່ງເສີມໂຄງການລິເລີ້ມ
ດັ່ງກ່າວ ທີ່ມີມູນຄ່າ 50 ລ້ານໂດລາ ຊຶ່ງໄດ້ຖືກກຳນົດອອກມາ ໂດຍພໍ່ຂອງທ່ານນາງ ໃນ
ເດືອນກຸມພາຜ່ານມານີ້ ທີ່ມີເປົ້າໝາຍເພື່ອຊຸກຍູ້ໃຫ້ພວກແມ່ຍິງ ມີວຽກເຮັດງານທຳ ໃນ
ບັນດາປະເທດທີ່ກຳລັງ ພັດທະນາ.
ທ່ານນາງ ໄດ້ອະທິບາຍ ຢູ່ທີ່ກອງປະຊຸມສຸດຍອດ ວ່າ “ພວກເຮົາໄດ້ເປີດໂຕ ໂຄງການ
WGDP ທີ່ຫຍໍ້ມາຈາກ Women’s Global Development and Prosperity
Initiative ຫຼືໂຄງການລິເລີ້ມການພັດທະນາທົ່ວໂລກແລະຄວາມຮຸ່ງເຮືອງ ໃນເດືອນ
ກຸມພາ ຂອງປີນີ້. ມັນເປັນໂຄງການທຳອິດ ທີ່ບໍ່ເຄີຍມີມາກ່ອນ ຊຶ່ງເປັນແນວທາງ ທີ່ລັດຖະບານໂດຍລວມ ຈະສົ່ງເສີມສິດອຳນາດໃຫ້ແກ່ ພວກແມ່ຍິງໃນທາງດ້ານ
ເສດຖະກິດ ຢູ່ປະເທດທີ່ກຳລັງພັດທະນາໃນທົ່ວໂລກ ແລະເປົ້າໝາຍກໍແມ່ນວ່າ
ສົ່ງເສີມສິດອຳນາດໃຫ້ແກ່ພວກແມ່ຍິງ 50 ລ້ານຄົນ ພາຍໃນປີ 2025.”
ໂຄງການ WGDP ເປັນໂຄງການນຶ່ງ ໃນຫຼາຍໆໂຄງການກອງທຶນສາກົນ ທີ່ຈະຮ່ວມມື
ກັບທະນາຄານໂລກ ຫຼື World Bank ທະນາຄານພັດທະນາຂອງ ອາຟຣິກາ ແລະ
ທະນາຄານພັດທະນາຂອງອິສລາມ ເພື່ອຈັດສັນເງິນເຂົ້າໃນ ໂຄງການຕ່າງໆ ຢູ່ໃນທົ່ວ
ທະວີບນີ້.
“ມັນເປັນທີ່ຮູ້ຈັກກັນດີແທ້ໆວ່າ ພວກແມ່ຍິງ ຈະປະກອບເປັນສັນຫຼັງເສດຖະກິດຂອງ
ອາຟຣິກາ....ຫາກແຕ່ພວກເຂົາເຈົ້າ ແມ່ນຈະຖືກຈຳກັດຮັດແຄບ ໃນດ້ານ ການເຂົ້າ
ເຖິງແຫລ່ງຊັບພະຍາກອນຕ່າງໆ ທີ່ເປັນປະໂຫຍດ ເຊັ່ນວ່າທີ່ດິນ ຕະຫຼອດເຖິງທຶນ
ຮອນ ເພື່ອທີ່ຈະໄດ້ມາຊຶ່ງຂໍ້ມູນ” ນັ້ນແມ່ນຄຳເວົ້າຂອງ ທ່ານນາງ ວາເນັສຊາ ມູນກາຣ
ຜູ້ອຳນວຍການ ອົງການເພື່ອສັງຄົມພົນລະເຮືອນ ເພດ ແລະແມ່ຍິງ ຢູ່ທີ່ທະນາຄານ
ພັດທະນາອາຟຣິກາ ທີ່ໄດ້ກ່າວຕໍ່ວີໂອເອ.
ທ່ານນາງ ມູນກາຣ ໄດ້ໃຫ້ຕົວຢ່າງ ຂອງໂຄງທີ່ສະເພາະເຈາະຈົງອັນນຶ່ງ ຄື ໂຄງການຮັບ
ຮອງ ເພື່ອໃຫ້ທຶນແກ່ພວກແມ່ຍິງ ໃນອາຟຣິກາ ຫຼືເອີ້ນຫຍໍ້ວ່າ AFAWA ຊຶ່ງໄດ້ຖືກສ້າງ
ຕັ້ງຂຶ້ນມາ ເພື່ອເປັນຂົວເຊື່ອມຕໍ່ຊ່ອງຫວ່າງ ລະ ຫວ່າງພວກຜູ້ຊາຍແລະແມ່ຍິງ ໃນວິທີ
ທີ່ພວກເຂົາເຈົ້າສາມາດ ເຂົ້າເຖິງເງິນລົງ ທຶນ ທີ່ຕ້ອງການ.
ເຊີນຊົມວີດີໂອ ການເດີນທາງຢ້ຽມຢາມ ທະວີບອາຟຣິກາ ຂອງທ່ານນາງ ອີວັງກາ ທຣຳ