ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ອີວັງກາ ທຣຳ ປະຕິບັດ ພາລະກິດ ການສ້າງໂອກາດ ຄວາມສາມາດ ແກ່ ພວກແມ່ຍິງ ໃນເຂດອາຟຣິກາ ຕາເວັນຕົກ

ທີ່ປຶກສາອະວຸໂສຂອງທຳນຽບຂາວ ສະຫະລັດ ທ່ານນາງ ອີວັງກາ ທຣຳ ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ໃນເລື້ອງຂອງການສ້າງໂອກາດຄວາມສາມາດ ໃຫ້ແກ່ພວກແມ່ຍິງ, ໃນວັນທີ 15 ເມສາ 2019, ໃນນະຄອນຫຼວງ ອາດິສ ອາບາບາ.
ທີ່ປຶກສາອະວຸໂສຂອງທຳນຽບຂາວ ສະຫະລັດ ທ່ານນາງ ອີວັງກາ ທຣຳ ເຂົ້າຮ່ວມກອງປະຊຸມ ປຶກສາຫາລື ໃນເລື້ອງຂອງການສ້າງໂອກາດຄວາມສາມາດ ໃຫ້ແກ່ພວກແມ່ຍິງ, ໃນວັນທີ 15 ເມສາ 2019, ໃນນະຄອນຫຼວງ ອາດິສ ອາບາບາ.

ລູກສາວ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະທັງເປັນທີ່ ປຶກສາ
ຂອງທຳນຽບຂາວ ທ່ານນາງ ອີວັງກາ ກຳລັງມຸ້ງໜ້າໄປຍັງປະເທດ ກົດດີວົວ ຫຼື ໄອວໍຣີ
ໂຄສ ອັນເປັນການສືບຕໍ່ເດີນທາງຢ້ຽມຢາມປະເທດຕ່າງໆ ໄລຍະ 4 ວັນ ໂດຍມີເປົ້າ
ໝາຍເພື່ອເພີ້ມໂອກາດ ໃຫ້ແກ່ພວກແມ່ຍິງໃນດ້ານເສດ ຖະກິດ ຢູ່ໃນຂົງເຂດ
ອາຟຣິກາ ຕາເວັນຕົກ.

ທ່ານນາງອີວັງກາ ທຣຳ ຜູ້ທີ່ຮັບໜ້າທີ່ເປັນທີ່ປຶກສາ ໃຫ້ແກ່ພໍ່ຂອງທ່ານນາງ ກ່ຽວກັບ
ການສ້າງຄວາມອາດສາມາດໃຫ້ແກ່ແມ່ຍິງ ໃນດ້ານເສດຖະກິດ ໄດ້ ເລີ້ມຕົ້ນການເດີນ
ທາງໄປຍັງຂົງເຂດດັ່ງກ່າວ ໂດຍການແວ່ຢ້ຽມຢາມນະຄອນ ຫຼວງອາດິສ ອາບາບາ ຂອງເອທິໂອເປຍ ໃນວັນອາທິດຜ່ານມາ ບ່ອນທີ່ທ່ານ ນາງ ໄດ້ປະກາດ ໂຄງການລິ
ເລີ້ມຂອງລັດຖະບານ ທີ່ຈະໃຫ້ການສະໜັບສະໜຸນ ເງິນຫຼາຍລ້ານໂດລາ ແກ່ບັນດາ
ຜູ້ປະກອບທຸລະກິດທີ່ເປັນແມ່ຍິງ.

ທີ່ປຶກສາອະວຸໂສຂອງທຳນຽບຂາວ ທ່ານນາງ ອີວັງກາ ທຣຳ ຍິ້ມແຍ້ມ ຢູ່ກັບທ່ານນາງ ອາຊາເລັຈ ເທສຟາຍ (Azalech Tesfaye), ຜູ້ທີ່ຖືກເລືອກໃຫ້ທຶນກູ້ຢືມຢ່າງແນ່ນອນ ໂດຍຜ່ານອົງການ ພັດທະນາສາກົນຂອງສະຫະລັດ ຫຼື USAID, ໃນຂະນະທີ່ ທ່ານນາງທຣຳ ໄດ້ພົບປະກັບພວກແມ່ຍິງ ຜູ້ທີ່ເຮັດວຽກໃນອຸດສາຫະກຳດ້ານກະເຟຂອງເອທິໂອເປຍ, ວັນອາທິດ ທີ 14 ເມສາ 2019.

ໂຄງການລິເລີ້ມດັ່ງກ່າວທີ່ເອີ້ນວ່າ “2ຄູນ ອາຟຣິກາ ຫຼື 2X Africa” ທີ່ໄດ້ຖືກປະກາດ
ໄປ ໃນວັນຈັນວານນີ້ ໂດຍທ່ານທຣຳ ແລະທ່ານເດວິດ ໂບຮີຈຽນ ຜູ້ຮັກສາການ ເປັນ
ຫົວໜ້າເບິ່ງແຍງ ການລົງທຶນຂອງບໍລິສັດລົງທຶນເອກກະຊົນ ສະຫະລັດຫຼືເອີ້ນຫຍໍ້ວ່າ
OPIC ທີ່ແນໃສ່ການລະດົມເງິນຈຳນວນ 1 ພັນລ້ານ ໂດລ ແລະການລົງທຶນໂດຍກົງ
ມູນຄ່າ 350 ລ້ານໂດລາໃນບໍລິສັດແລະກອງ ທຶນຕ່າງໆ “ທີ່ພວກແມ່ຍິງເປັນເຈົ້າຂອງ
ນຳພາໂດຍພວກແມ່ຍິງ”
ຫຼືໂດຍ “ການສະໜອງສິນຄ້າ ຫຼື ການບໍລິການ ທີ່ມີເຈດ
ຕະນາຊ່ອຍໃຫ້ພວກແມ່ຍິງ ຢູ່ໃນທະວີບດັ່ງກ່າວ ມີຄວາມອາດສາມາດຫຼາຍຂຶ້ນ.”

ນຶ່ງວັນຫຼັງຈາກນັ້ນ ທ່ານນາງອີວັງກາ ທຣຳ ໄດ້ພົບປະກັບ ປະທານາທິບໍດີ ຊາເລ-
ໂວຣກຄ໌ ຊູເດ ຂອງເອທິໂອເປຍ. ພວກເພິ່ນ ໄດ້ປຶກສາຫາລື ເຖິງຄວາມຈຳເປັນ ທີ່ຈະ
ຕ້ອງມີການປະຕິຮູບຢູ່ໃນອາຟຣິກາ ທີ່ຈະນຳໄປສູ່ການປັບປຸງໂອກາດ ແລະການມີ
ສ່ວນຮ່ວມສຳລັບພວກແມ່ຍິງ.

ທ່ານນາງຍັງໄດ້ຈັດການປຶກສາຫາລື ໃນເລື້ອງຄວາມອາດສາມາດ ຂອງພວກແມ່ຍິງ
ກັບນາຍົກລັດຖະມົນຕີ ເອທິໂອເປຍ ທ່ານອາບີ ອາເມດ ໂດຍກ່າວ ຍົກຍ້ອງທ່ານ
ສຳລັບການເພີ້ມຈຳນວນແມ່ຍິງ ໃນຕຳແໜ່ງລະດັບການນຳຕ່າງໆ ຢູ່ໃນລັດຖະບານ.

ໃນວັນອາທິດຜ່ານມານີ້ ທ່ານໂບຮີຈຽນ ໄດ້ລົງນາມໃນ “ຈົດໝາຍຄວາມປະສົງ” ກັບ
ບໍລິສັດຂອງເອທິໂອເປຍແຫ່ງນຶ່ງທີ່ເອີ້ນວ່າ ມູຢາ (Muya) ເພື່ອຈະ ໃຫ້ການຊ່ອຍສະ
ໜັບສະໜຸນດ້ານການເງິນ ແກ່ບໍລິສັດນີ້ ໂດຍຜ່ານໂຄງການລິເລີ້ມ OPIC ຂອງ
ສະຫະລັດ. ບໍລິສັດ ມູຢາ ທີ່ນັກອອກແບບດ້ານແຟຊັນ ທ່ານນາງ ຊາຣາ ອາເບຣາ ເປັນ
ເຈົ້າຂອງນັ້ນ ຜະລິດສິນຄ້າຕ່າງໆ ທີ່ໃຊ້ພາຍໃນບ້ານ ແລະ ເປັນບໍລິສັດທຳອິດຂອງ
ເອທິໂອເປຍ ທີ່ໄດ້ຖືກຮັບເຂົ້າເປັນສະມາຊິກ ໃນອົງການການຄ້າໂລກທີ່ເປັນທຳ ຫຼື
World Fair Trade Organization.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG