ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານນາງ ອີວັງກາ ທຣໍາ ພົບປະກັບ ປ. ເກົາຫຼີໃຕ້ ແລະຫາລື ເລື້ອງເກົາຫຼີເໜືອ ໜ້ອຍນຶ່ງ

Valarie Allman iz Sjedinjenih Država slavi nakon što je osvojila zlatnu medalju u finalu bacanja diska za žene na Letnjim olimpijskim igrama 2020 u Tokiju. 2. avgust, 2021. ( Foto: Dejvid Filip / AP )

ມີ​ພຽງບໍ່ເທົ່າໃດຄົນທີ່​ຄາດກັນ​ວ່າ ຈະ​ມີ​ການບັນລຸຄວາມກ້າວໜ້າໃດໆທາງ​ດ້ານ​ການ
​ທູດ ຈາກ​ການໄປ​ຢ້ຽມຢາມເກົາຫຼີ​ໃຕ້ ຂອງທ່ານ​ນາງ​ອີ​ວັງ​ກາ ທຣໍາ ທີ່​ນຳ ພາຄະນະ​ຜູ້
​ແທນ​ສະຫະລັດ ​ໄປ​ຮ່ວມ​ພິທີ​ປິດການແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ທີ່​ເມືອງ
​ພຽງ​ຈາງ.

ລູກ​ສາວ​ຂອງ​ປະ​ທາ​ນາ​ທິບໍດີດໍ​ໂນ​ລ ​ທຣໍາ​ໄດ້​ຢ້ຽມຢາມ​ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ
​ມູນ ​ແຈ-ອິນ ​ໃນ​ວັນ​ສຸກ​ວານ​ນີ້​ ​ທີ່​ທຳນຽບປະທານາທິບໍດີ ທີ່​ຮູ້​ກັນ​ວ່າ​ ທຳ ນຽບ​ສີຟ້າ ​ໃນ​ນະຄອນຫຼວງໂຊ​ລ ບ່ອນ​ທີ່​ທ່ານ​ນາງ​ໄດ້​ສັນລະ​ເສີນ ປະ​ທານາ​ທິ ບໍດີ ທີ່ເປັນ​ເຈົ້າ​ພາບ
ຈັດການ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ ​ແລະ​ຂອບໃຈທ່ານ ​ແລະ​ສະຕີ​ໝາຍ​ເລກ​ນຶ່ງ​ ໃນ​ການ
ຕ້ອນຮັບ​ຂ​ອງພວກ​ທ່ານ.

ທ່ານ​ນາງ​ອີ​ວັງ​ກາ ທຣໍາ ​ໄດ້​ນຳສານ​ສ່ວນ​ໂຕ​ ໄປມອບໃຫ້ ປະທານາທິບໍດີ​ມູນ​ ຈາກ​ບິ
ດາ​ຂອງ​ທ່ານ​ນາງ ປະ​ທາ​ນາ​ທິບໍດີ​ທຣໍາ ກ່ຽວກັບການ​ປະກາດ​ຂອງ​ທ່ານ​ທີ່​ຈະ​ລົງ​ໂທດເກົາຫຼີເໜືອ “ທີ່ໃຫຍ່​ທີ່ສຸດແບບ​ບໍ່ເຄີຍ​ມີ​ມາ​ກ່ອນ” ໂດຍເປັນການເອົາບາດກ້າວໃນ​ອັນ​
ທີ່​ທຳນຽບຂາວ​ຮ້ອງວ່າ “ຄວາມ​ກົດ​ດັນ​ທີ່ໜັກທີ່ສຸດ” ຕໍ່ປະ​ເທດ​ທີ່ຢູ່ຢ່າງໂດດດ່ຽວ ​ແລະ​ປະຕິບັດແບບຜິດ​ກົດໝາຍ ໃນການຂົນສົ່ງທາງທະເລ ​ແລະການ​ຄ້າ ​ເພື່ອ​ຫລີກ​ລ່ຽງ
ການລົງ​ໂທດ​ຂອງສະຫະ​ປະຊາ​ຊາດ ທີ່​ແນໃສ່​ເປົ້າ​ໝາຍໃສ່ໂຄງການອາວຸດ​ນິວ​ເຄລຍ
​ແລະລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.

Ivanka Trump on Supporting S. Korea, Attending Olympics
please wait

No media source currently available

0:00 0:00:38 0:00

ທ່ານ​ນາງ​ອີ​ວັງ​ກາ ທຣໍາ ​ແລະ​ປະທານາທິບໍດີ​ມູນ ​ໄດ້​ຫາ​ກັນ​ກ່ຽວ​ກັບຄວາມ​ພະ ຍາຍາມ​ສະຫະລັດ​ແລະເກົາຫຼີ​ໃຕ້ເພື່ອ "ຮ່ວມ​ກັນ​ກົດ​ດັນ​ໜັກທີ່ສຸດ” ຕໍ່​ພຽງຢາງ.

ບັນດາ​ຜູ້​ແທນ​ສະຫະລັດ ຍັງ​ໄດ້​ເຂົ້າ​ຮ່ວມ​ປະທານາທິບໍດີ ​ແລະ​ສະຕີ​ໝາຍ​ເລກ​ນຶ່ງພ້ອມ​
ດ້ວຍ​ຄະນະ​ຜູ້​ແທນ​ເກົາຫຼີ​ໃຕ້ ຮັບ​ປະທານ​ອາຫານ​ຄໍ່າ ຊົມ​ການ​ສະ​ແດງ​ດົນຕີ​ທີ່​ທຳ
ນຽບສີຟ້າ.

ຫົວໜ້າເຈລະຈາ ນາຍພົນຕີທະຫານບົກ ທ່ານ ເຈອົງ ເຊີງ-ໂຈ ຊ້າຍ ຈັບມືກັບ ຄູ່ຕຳແໜ່ງເກົາຫຼີເໜືອ ພົນໂທກິມ ຢົງ ຈອຍ ກ່ອນກອງປະຊຸມທະຫານ ຢູ່ພາກເໜືອຊາຍແດນ ບ້ານສະຫງົບເສິກ ປັນມູນຈອມ ເກົາຫຼີເໜືອ.
ຫົວໜ້າເຈລະຈາ ນາຍພົນຕີທະຫານບົກ ທ່ານ ເຈອົງ ເຊີງ-ໂຈ ຊ້າຍ ຈັບມືກັບ ຄູ່ຕຳແໜ່ງເກົາຫຼີເໜືອ ພົນໂທກິມ ຢົງ ຈອຍ ກ່ອນກອງປະຊຸມທະຫານ ຢູ່ພາກເໜືອຊາຍແດນ ບ້ານສະຫງົບເສິກ ປັນມູນຈອມ ເກົາຫຼີເໜືອ.

ທ່ານ​ນາງ​ອີ​ວັງ​ກາແລະ​ທີ່​ປຶກສາ​ຂັ້ນ​ສູງ​ຂອງທຳນຽບຂາວ​ໄດ້​ເດີນທາງ​ໄປ​ເຖິງນະຄອນ
​ຫຼວງໂຊ​ລ​ໃນ​ວັນ​ສຸກ​ວານ​ນີ້​ດ້ວຍ​ສາຍ​ສາຍການບິນ​ເອກ​ກະ​ຊົນ. ນອກຈາກ ​ພິທີໃນ​ວັນ
​ສຸກນີ້​ແລ້ວ ທ່ານ​ນາງອີວັງກາ ​ທຣໍາ ຄາດ​ວ່າ ​ຈະ​ຢູ່​ຫ່າງ​ໆຈາກ​ການ​ເມືອງ ​ແລະ​ຈະ​ໃຊ້​
ເວລາ​ຂອງ​ທ່ານ​ນາງ ​ເຂົ້າ​ຮ່ວມ​ຊົມກິລາ​ໂອ​ລິ​ມປິກ.

ຮອງປະທານາທິບໍດີ ສະຫະລັດ ທ່ານໄມສ໌ ເພັນສ໌ ແລະປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ຮ່ວມຊົມການແຂ່ງຂັນແລ່ນສະເກັດນໍ້າກ້ອນແມ່ຍິງ 500 ແມັດ ທີ່ເດີ່ນກິລາກັງເງິນ ເກົາຫຼີໃຕ້.
ຮອງປະທານາທິບໍດີ ສະຫະລັດ ທ່ານໄມສ໌ ເພັນສ໌ ແລະປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ຮ່ວມຊົມການແຂ່ງຂັນແລ່ນສະເກັດນໍ້າກ້ອນແມ່ຍິງ 500 ແມັດ ທີ່ເດີ່ນກິລາກັງເງິນ ເກົາຫຼີໃຕ້.

ອີງ​ຕາມ​ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດແລ້ວ ທ່ານ​ນາງ​ບໍ່​ມີ​ແຜນ​ທີ່​ຈະ​ພົບ​ປະ​ກັບຜູ້ຕາງໜ້າ
ຂອງ​ເກົາຫຼີ​ເໜືອ​ເພື່ອ​ສົນທະນາກ່ຽວກັບການ​ປະ​ເຊີນ​ໜ້າ​ທາງດ້ານນິວ​ເຄລຍກັບ​ສະຫະ
ລັດ ຫຼື​ພົບ​ປະ​ກັບ​ຊາວເກົາຫຼີ​ເໜືອ​ທີ່​ໂຕນ​ໜີ ​ເພື່ອ​ເນັ້ນໃຫ້ເຫັນເຖິງການກົດຂີ່ ​ແລະການ
ລະເມີດ​ສິດທິ​ມະນຸດໂດຍລັດຖະບານ​ກີ​ມ ຈົງ ອຶນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG