ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຖີບລົດຖີບ ​ຊາວ​ອີ​ຕາ​ລີ ໄດ້ຊະນະເລີດ ການແຂ່ງຂັນ Tour de France (ວີດີໂອ)


Tour De France VO
please wait
Embed

No media source currently available

0:00 0:00:53 0:00

ນັກຖີບລົດຖີບ​ຊາວອີ​ຕາ​ລີ ​ໄດ້​ເປັນ​ຜູ້​ຊະນະ​ຂອງ​ການ​ແຂ່ງຂັນ
ຂີ່ລົດຖີບ "Tour de France" ຂອງ​ປີນີ້.

Vincenzo Nibali ​ໄວ 29 ປີ ທີ່​ເປັນ​ຄົນ​ເກາະ Sicily ​ທຳ​ຄະ​ແນນ
​ລວມ​ນຳ​ໜ້າ​ໝູ່​ ສຳ​ຫລັບ 19 ​ຊ່ວງ ຂອງ​ທັງ​ໝົດ 21​ ຊ່ວງ​ນັ້ນ ​
ໂດຍ​ໄດ້ຊະນະ 4 ຊ່ວງ ​ແລະຖີບມາ ຮອດເສັ້ນ​ໄຊກ່ອນໝູ່ຢູ່​ຖະໜົນ
ໃຫຍ່ທີ່​ມີ​ຊື່​ສຽງ​ Champs Elysees ​ຂອງນະຄອນ​ຫຼວງປາຣີ
ໃນ​ວັນ​ອາທິດ​ວານ​ນີ້.

​ທ້າວ Nibali ມາ​ຮອດ​ກ່ອນ ຜູ້​ທີ່ໄດ້​ທີ​ສອງ Jean-Christophe
Peraud ຈາກ​ຝຣັ່ງ ​ພຽງ​ແຕ່ 7 ນາ​ທີ ກັບ 37 ວິນາທີ ​ແລະ​ລື່ນ
ຊາວ​ຝຣັ່ງອີກ​ຜູ້​ນຶ່ງ ທີ່​ໄດ້​ເປັນ​ທີ 3 ນັ້ນ​ຄື​ທ້າວ Thibul Pinot ນັ້ນ 8 ນາທີ​ກັບ 15 ວິນາທີ
ຊຶ່ງ​ໝາຍ​ຄວາມ​ວ່າ ມີ​ນັກ​ຖີບຊາວ​ຝຣັ່ງ​ ສອງ​ຄົນ ​ໄດ້​ຂຶ້ນ​ເວ​ທີໄຊຊະນະ​ເປັນ​ຄັ້ງ​ທຳ​ອິດ ນັບ​ຕັ້ງ​ແຕ່​ປີ 1984.

ການ​ເ​ເຂ່ງຂັນ ​ເປັນ​ເວລາ 3 ອາທິດ​ຂອງ​ປີ​ນີ້ ​ໄດ້​ເລີ້ມຂຶ້ນດ້ວຍການ​ແຂ່ງ​ຖີບ 3 ​ຊ່ວງ​ຢູ່ໃນ​ປະ​ເທດອັງກິດ ​ໄລຍະ​ໄກ ກ່ວາ 3,600 ຫລັກກິ​ໂລ​ແມັດ.

Nibali ​ເປັນ​ຊາວ​ອີ​ຕາ​ລີ​ຄົນ​ທຳ​ອິດ ທີ່​ໄດ້​ຄອງ​ຕໍາ​ແໜ່​ງຜູ້ຊະນະ Tour de France ​ໃນ​ຮອບ 16 ປີ ແລະ​ເປັນ​ພຽງຄົນທີ 6 ​ທີ່​ໄດ້​ຮັບ​ໄຊຊະນະ ​ໃນການ​ແຂ່ງ​ຂັນ​ທີ່​ຍິ່ງ​ໃຫຍ່ ຫຼື Grand Tour 3 ຄັ້ງ ໃນ​ຝຣັ່ງ ອີ​ຕາ​ລີ ​ແລະ​ສະ​ເປ​ນ.

XS
SM
MD
LG