ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ ໃນ​ປະ​ເທດ ອິ​ຕາ​ລີ ເພີ່ມ​ຂຶ້ນ ໃນ​ຂະ​ນະ​ທີ່​ການ​ກັກ​ຕົວ​ໃນ​ພື້ນ​ທີ່ ມີ​ຜົນ​ບັງ​ຄັບ​ໃຊ້


ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຣມ ຫຼັງ​ຈາກ​ລັ​ດ​ຖະ​ບານ ອິ​ຕາ​ລີ ໄດ້​ກຳ​ນົດ​ການ​ກັກ​ບໍ​ລິ​ເວນ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ, ເມືອງ ໂບ​ໂລນ​ຍາ, ອິ​ຕາ​ລີ.
ລົດ​ໄຟ​ໃນ​ນະ​ຄອນຫຼວງ ໂຣມ ຫຼັງ​ຈາກ​ລັ​ດ​ຖະ​ບານ ອິ​ຕາ​ລີ ໄດ້​ກຳ​ນົດ​ການ​ກັກ​ບໍ​ລິ​ເວນ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ, ເມືອງ ໂບ​ໂລນ​ຍາ, ອິ​ຕາ​ລີ.

ໃນ​ວັນ​ຈັນ​ມື້ນີ້ ຈີນ​ ໄດ້​ລາຍ​ງານ​ຕົວ​ເລກ​ໃໝ່​ຂອງ​ກໍ​ລະ​ນີ​ໄວ​ຣັ​ສ​ໂຄ​ໂຣ​ນາ​ທີ່​ຕ່ຳ​ທີ່​ສຸດ​ຂອງ​ເຂົາ​ເຈົ້າ, ໃນ​ຂະ​ນະ​ທີ່ 25 ເປີ​ເຊັນ​ຂອງ​ປະ​ຊາ​ກອນ ອີ​ຕາ​ລີ ໄດ້​ຖືກ​ສັ່ງ​ໃຫ້​ກັກ​ຕົວ​ກວດ​ໂຣກ ແລະ ຜູ້​ໂດຍ​ສານ​ຈາກ​ກຳ​ປັ່ນ​ສຳ​ລານ​ລຳນຶ່ງ​ໄດ້​ກຽມ​ທີ່​ຈະ​ຂຶ້ນ​ຝັ່ງ​ໃນ​ລັດ ຄາ​ລິ​ຟໍ​ເນຍ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ສະ​ຫະ​ລັດ ຫຼັງ​ຈາກ​ບາງ​ຄົນ​ໄດ້​ຖືກກວດ​ພົບ​ໄວ​ຣັ​ສ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ ຈີນ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ມີ 40 ກໍ​ລ​ະ​ນີ​ໃໝ່, ເຊິ່ງ​ແມ່ນ​ຕົວ​ເລກ​ທີ່​ຕ່ຳ​ທີ່​ສຸດ ​ນັບ​ຕັ້ງ​ແຕ່​ເດືອນ​ມັງ​ກອນ​ເປັນ​ຕົ້ນ​ມາ ບໍ່​ດົນ​ກ່ອນ​ທີ່​ລັດ​ຖະ​ບານ​ໄດ້​ກຳ​ນົດ​ການ​ຈຳ​ກັດ​ທີ່​ເຄັ່ງ​ຄັດ​ໃສ່​ການ​ທ່ອງ​ທ່ຽວ ແລະ ການ​ເຕົ້າ​ໂຮມ​ກັນ​ໃນຫຼາຍ​ຕົວ​ເມືອງ.

ປະ​ເທດ ອິ​ຕາ​ລີ ໄດ້​ເລີ່ມ​ການ​ກັກ​ຕົວ ​ໃນ​ພື້ນ​ທີ່​ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ລວມ​ທັງ​ພາກ​ພື້ນ​ຕ່າງໆ​ທີ່​ປະ​ກອບ​ດ້ວຍ​ເມືອງ ມິ​ລານ ແລະ ເວ​ນີິ​ສ ໃນ​ວັນ​ອາ​ທິດ​ວານນີ້​ ໃນ​ຂະ​ນະ​ທີ່​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ ໄດ້​ເພີ່ມ​ຂຶ້ນ​ 133 ຄົນ​ເປັນ 366 ຄົນ.

ການ​ເດີນ​ທາງ​ເຂົ້າ​ ແລະ ອອກຈາກ​ຂົງ​ເຂດ​ດັ່ງ​ກ່າວ​ ຈະ​ຖືກ​ຈຳ​ກັດ​ຢ່າງ​ເຄັ່ງ​ຄັດ​ຈົນ​ຮອດ​ຕົ້ນ​ເດືອນ​ໜ້າ, ໃນ​ຂະ​ນະ​ທີ່​ປະ​ເທດ​ອີ​ຕາ​ລີ​ພະ​ຍາມ​ທີ່​ຈະ​ບັນ​ເທົາ​ຄວາມ​ໄວ​ຂອງ​ການ​ເສຍ​ຊີ​ວິດ​ຈາກ​ໄວ​ຣັ​ສ​ດັ່ງ​ກ່າວ. ຫໍ​ພິ​ພິ​ຕະ​ພັນ, ໂຮງ​ລະ​ຄອນ, ໂຮງ​ຊີ​ເນ ແລະ ສະ​ຖານ​ທີ່​ບັນ​ເທີງ​ອື່ນໆ ກໍຖືກ​ສັ່ງ​ໃຫ້​ປິດ​ທົ່ວ​ປະ​ເທດ​ເຊັ່ນ​ກັນ.

ອິ​ຕາ​ລີ ຍັງ​ໄດ້​ຂໍ​ໃຫ້​ບັນ​ດາ​ແພດ​ໝໍ​ທີ່​ບຳ​ນານ​ແລ້ວ​ກັບ​ມາ​ເຮັດ​ວຽກ​ຄືນ ເພື່ອ​ຊ່ວຍ​ປິ່ນ​ປົວ​ຜູ້​ເຄາະ​ຮ້າຍຍ້ອນໄວ​ຣັ​ສ​ໂຄ​ໂຣ​ນາ.

ໃນ​ ສະ​ຫະ​ລັດ, ມີ​ຜູ້​ເສຍ​ຊີ​ວິດ​ 21 ຄົນ​ຈາກ​ໄວ​ຮັ​ສ​ດັ່ງ​ກ່າວ ແລະ ມີຫຼາຍກວ່າ 500 ກໍ​ລະ​ນີ​ໄດ້​ຖືກ​ລາຍ​ງານ.

ກຳ​ປັ່ນ​ສຳ​ລານ Grand Princess ໄດ້​ທຳ​ກາ​ນ​ລໍ​ຖ້າ​ຢູ່ນອກ​ຊາ​ຍ​ຝັ່ງ​ລັດ ຄາ​ລິ​ຟໍ​ເນຍ ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ ແລະ ລັດ​ຖະ​ບານ​ກາງ ໄດ້​ວາງ​ແຜນ​ ສຳ​ລັບ​ການ​ຮັບ​ມື​ກັບ​ຜູ້​ໂດ​ຍ​ສານ ແລະ ລູກ​ເຮືອ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ບາງ​ຄົນ​ໃນ​ນັ້ນ​ຖືກກວດ​ພົບ​ໄວ​ຣັ​ສ.

ກຳ​ປັ່ນ​ລຳ​ດັ່ງ​ກ່າວ​ຄາດ​ວ່າ ​ຈະ​ເຂົ້າ​ທຽບ​ທ່າ​ໃນ​ເມືອງ ໂອກ​ແລນ​ ໃນ​ວັນ​ຈັນ​ມື້ນີ້ ເພື່ອ​ໃຫ້​ຜູ້​ໂດຍ​ສານ​ໄດ້​ລົງ​ຈາ​ກ​ກຳ​ປັ່ນ. ຜູ້​ທີ່​ອາ​ໄສ​ຢູ່​ໃນ​ລັດ​ຄາ​ລິ​ຟໍ​ເນຍ ຈະ​ຖືກ​ນຳ​ຕົວ​ໄປ​ສະ​ຖານ​ທີ່​ຕ່າງໆ​ຂອງກອງ​ທັບໃນ​ລັດ​ນັ້ນ ​ເພື່ອກັກ​ຕົວ​ກວດ​ໂຣກ 14 ວັນ, ໃນ​ຂະ​ນະ​ທີ່​ຜູ້​ທີ່​ອາ​ໄສ​ຢູ່​ລັດ​ອື່ນໆ​ ​ຈະ​ຖືກ​ນຳ​ຕົວ​ໄປ​ຖານ​ທັບ​ຕ່າງໆ​ໃນ​ລັດ ເທັກ​ຊັ​ສ ແລະ ຈໍ​ເຈຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG