ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໙ ພຶດສະພາ ໒໐໒໓

ປະທານາທິບໍດີ​ອິຕາ​ລີ ​ຍຸບ​ສະພາ


ປະທານາທິບໍດີອິຕາລີ ທ່ານ Giorgio Napolitano ກວດເບິ່ງເອກະສານ ຢູ່ຫ້ອງທໍາງານຂອງເພິ່ນ ທີ່ທໍານຽບ Quirinale ໃນກຸງໂຣມ, ວັນທີ 22 ທັນວາ 2012.
ທ່ານ Giorgio Napolitano ປະທານາທິບໍດີ​ອິຕາ​ລີ ​ໄດ້​ຍຸບ​ສະພາ​ເມື່ອ ວັນ​ເສົາ​ວານ​ນີ້ ​ເພື່ອ​ແຜ້ວ​ທາງ​ສໍາລັບ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ ​ທີ່​ຄາດ​ວ່າ ​ຈະ​ມີ​ຂຶ້ນໃນ​ເດືອນ​ກຸມພາ​ປີໜ້າ​ນີ້.

ທ່ານ Mario Monti ນາຍົກລັດຖະມົນຕີ​ອິຕາ​ລີ ​ໄດ້​ລາ​ອອກ​ຈາກ​ຕໍາ​ ​ແໜ່​ງ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້ ຫຼັງຈາກ​ສະພາ​ອະນຸມັດ​ຮ່າງ​ງົບ
ປະມານ​ຂອງ ທ່ານ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ນັ້ນ.

ທ່ານ Monti ຈະ​ເປັນ​ຫົວໜ້າ​ລັດຖະບານ​ຮັກສາ​ການ​ຊົ່ວຄາວໄປ​ຈົນກ່ວາ ການ​ເລືອກ ຕັ້ງຜ່ານ​ພົ້ນ​ໄປ. ຄາດ​ວ່າ​ທ່ານ Monti ຈະ​ປະກາດໃຫ້​ຮູ້ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ທ່ານຈະ​ເປັນ​ຜູ້​ນໍາພາກຸ່ມ​ປະສົມ​ນິຍົມ​ກາງ ທີ່​ອາດ​ສາມາດ​ນໍາພາ​ທ່ານ​ທ່ານ​ກັບ​ຄືນ​ສູ່ຕໍາ​ແໜ່​ງ​ໄດ້​ໃນ​ປີ​ໃໝ່ ນັ້ນ​ຫລື​ບໍ່?

ສ່ວນອະດີດ​ນາຍົກລັດຖະມົນຕີ Silvio Berlusconi ​ນັ້ນ ໄດ້​ຖອນ​ການ ສະໜັບສະ​ໜຸນ​ຂອງ​ທ່ານ​ສໍາລັບ​ທ່ານ Monti ກ່ອນ​ການລົງ​ຄະ​ແນນ​ສຽງ​ກ່ຽວ​ກັບຮ່າງ​ງົບປະມານ ​ແລະ​ກ່າວ​ວ່າ​ ທ່ານ​ຈະ​ລົງ​ສະມັກ​ເລືອກ​ຕັ້ງ.

​ເວລາ​ນີ້​ຍັ ງ​ບໍ່ໄດ້​ປະກາດ​ວັນ​ເລືອກ​ຕັ້ງ​ເທື່ອ ​ແຕ່​ປະທານາທິບໍດີ Napolitano ​ໄດ້ຊີ້​ແນະ​ວ່າ ອາດ​ຈະເປັນ​ວັນ​ທີ່ 24 ​ເດືອນ​ກຸມພາ.

ທ່ານ Monti ​ເປັນ​ນັກ​ເສດຖະສາດ ​ແລະ​ອະດີດ​ກໍາມາ​ທິການ​ອີຢູ​ ທີ່​ເຂົ້າ​ໄປບໍລິຫານ​ລັດຖະ
ບານ​ອິຕາ​ລີ​ໃນ​ເດືອນ​ກໍລະກົດ​ປີຜ່ານມາ. ທ່ານ ມອນຕີ ​ແລະ​ຄະນະ​ລັດຖະມົນຕີ​ຂອງ​ທ່ານ ​
ໄດ້​ຈັດ​ຕັ້ງ​ປະຕິບັດ​ມາດ​ຕະການ​ປະຢັດ ມັດທະຍັດ​ເສດຖະກິດ ​ໃນຮູບ​ຂອງການ​ຕັດການ​ໃຊ້
​ຈ່າຍ ​ແລະ​ຂຶ້ນອັດຕາ​ພາສີ ດ້ວຍ​ຄວາມ​ມຸ້ງ​ຫວັງ ​ເພື່ອຈະເຮັດ​ໃຫ້​ອິຕາ​ລີ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ
​ເຊື່ອ​ໃຈຫຼາຍຂຶ້ນແລະ​ສາມາດ​ດຶງ​ດູດ​ນັກ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິ​ທະ​ຍຸ-ໂທ​ລະ​ພາບ ວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG