ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຂດພາກເໜືອ ສອງແຫ່ງ ຂອງອີຕາລີ ຢາກມີສິດ ປົກຄອງຕົນເອງ ຫລາຍຂຶ້ນ


ທ່ານ Roberto Maroni, ປະທານຜູ້ປົກຄອງເຂດ Lombardy ໄດ້ໄປເຖິງກອງປະຊຸມຖະແຫລງຂ່າວ ທີ່ສໍານັກງານໃຫຍ່ຂອງ
ເຂດ Lombardy ໃນເມືອງ Milan, ຂອງອີຕາລີ ໃນວັນທີ 22 ຕຸລາ, 2017.
ທ່ານ Roberto Maroni, ປະທານຜູ້ປົກຄອງເຂດ Lombardy ໄດ້ໄປເຖິງກອງປະຊຸມຖະແຫລງຂ່າວ ທີ່ສໍານັກງານໃຫຍ່ຂອງ ເຂດ Lombardy ໃນເມືອງ Milan, ຂອງອີຕາລີ ໃນວັນທີ 22 ຕຸລາ, 2017.

ທ່າມກາງຄວາມວຸ້ນວາຍ ຢູ່ໃນເຂດ Catalonia ທີ່ມີແນວຄິດ ຢາກແບ່ງແຍກດິນແດນ
ຂອງສະເປນຢູ່ນັ້ນ ຂົງເຂດທີ່ອຸດົມຮ່ັງມີຂອງອີຕາລີສອງແຫ່ງ ກໍໄດ້ລົງຄະແນນສຽງຢ່າງ
ຖ້ວມລົ້ນ ໃນວັນອາທິດວານນີ້ ວ່າຢາກໃຫ້ມີສິດປົກຄອງຕົນເອງຫລາຍຂຶ້ນ ຈາກກຸງໂຣມ.

ການລົງປະຊາມະຕິດັ່ງກ່າວ ໄດ້ຈັດຂຶ້ນທີ່ນະຄອນ Veneto --ເຂດພາກເໜືອຂອງປະ
ເທດ ທີ່ມີເມືອງ Veniceທີ່ເປັນເມືອງສະຫວັນຂອງ ນັກທ່ອງທ່ຽວ--ແລະຈັດຂຶ້ນຢູ່ໃນ
ເມືອງ Lombardy ຊຶ່ງເປັນເຂດພາກເໜືອ​ອີກເຂດນຶ່ງຂອງປະເທດ ທີ່ມີເມືອງ Milan ເປັນຈຸດ ດຶງດູດນັກທ່ອງທ່ຽວຫລັກຂອງຂົງເຂດດັ່ງກ່າວ.

ປະທານຜູ້ປົກຄອງທັງສອງຂົງເຂດ ເວົ້າວ່າ ຜູ້ທີ່ໄປປ່ອນບັດຫລາຍກວ່າ 90 ເປີເຊັນ ໄດ້ລົງຄະແນນສຽງເຫັນດີ ໃຫ້ມີສິດໃນການປົກຄອງຕົນເອງຫລາຍຂຶ້ນ.

ການລົງປະຊາມະຕິ ຢູ່ໃນທັງສອງບ່ອນ ແມ່ນເປັນການລົງປະຊາມະຕິທີ່ບໍ່ມີຂໍ້ຜູກມັດ
ຫຍັງ. ແຕ່ພວກທ່ານທັງສອງເວົ້າວ່າ ສຽງປະຊາຊົນຂອງພວກທ່ານ ຮຽກຮ້ອງຢ່າງ
ແຮງກ້າ ໃຫ້ພວກທ່ານຕ້ອງໄດ້ປະຕິບັດຕາມ ທັງເຮັດໃຫ້ພວກທ່ານມີທ່າແຮງຫລາຍ
ຂຶ້ນ ເມື່ອພວກທ່ານເປີດໃຫ້ມີການພົບປະກັບນາຍົກລັດຖະມົນຕີ Paolo Gentiloni.

ຜູ້ນໍາຂອງທັງສອງຂົງເຂດ ຢາກຮັກສາລາຍຮັບທີ່ໄດ້ມາຈາກການເກັບພາສີໄວ້ຫລາຍ
ກວ່າເກົ່າ ແລະຢາກມີສິດມີສຽງຫລາຍຂຶ້ນ ກ່ຽວກັບເລື່ອງການສຶກສາ, ການເຂົ້າເມືອງ
ຂອງຄົນຕ່າງຊາດ, ຄວາມໝັ້ນຄົງຂອງຊາດ ແລະເລື່ອງສະພາບແວດລ້ອມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອເພີ້ມກ່ຽວກັບຂ່າວນີ້

Italy Autonomy
please wait
Embed

No media source currently available

0:00 0:01:46 0:00

XS
SM
MD
LG