ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຕາລີ ຂົ່ມຂູ່ ທີ່ຈະຂັດຂວາງ ເຮືອທີ່ນຳເອົາ ພວກອົບພະຍົບ ເຂົ້າມາໃນປະເທດ

ພວກອົບພະຍົບ ອອກຈາກເຮືອລາດຕະເວນ ຍາມຝັ່ງອີຕາລີ Vos Hestia Diciotti ໃນເມືອງທ່າ Sicilian, Catania, ອີຕາລີ, ພະຈິກ 16, 2016.
ພວກອົບພະຍົບ ອອກຈາກເຮືອລາດຕະເວນ ຍາມຝັ່ງອີຕາລີ Vos Hestia Diciotti ໃນເມືອງທ່າ Sicilian, Catania, ອີຕາລີ, ພະຈິກ 16, 2016.

ເຈົ້າ​ໜ້າ​ທີ່ ອີ​ຕາລີ ກ່າວ​ວ່າ ລັດຖະບານ​ຂອງ​ພວກ​ເຂົາ​ເຈົ້າ ​ໄດ້​ບອກ​ກັບ​ຄະນະ​ກຳມາ
​ທິການ​ຢູ​ໂຣບ​ ໃນ Brussels ​ວ່າ ຕົນ​ກຳລັງພິຈາລະນາ​ ທີ່​ຈະ​ປະຕິ​ເສດ ບໍ່​ຮັບ​ເອົາ​ການ​
ເຂົ້າ​ມາ​ຂອງ​ພວກ​ອົບ​ພະຍົບ ທີ່​ເດີນທາງ​ໄປ​ຍັງ​ຢູ​ໂຣບ ທີ່​ໄດ້ຖືກ​ຊ່ອຍ​ກູ້​ໄພ ຈາກ​ຍ້ອນ
​ເຮືອຫຼົ້ມຢູ່​ທະເລ Mediterranean.

ຂໍ້​ສ​ະ​ເໜີໃນ​ການແກ້​ໄຂ​ຂອງ​ອີ​ຕາ​ລີ ນັ້ນ ກໍ​ແມ່ນ​ຍຸຕິເຮືອ ທີ່​ບໍ່​ໄດ້​ລົງທະບຽນ​ຢູ່ອີ​ຕາ​ລີ
​ໃຫ້​ເຂົ້າ​ໄປ​ໃນ​ທ່າ​ຂອງ​ຕົນ ຖ້າ​ຫາກ​ວ່າ ຈຸດປະສົງ​ຂອງ​ພວກ​ເຂົາ​ນັ້ນ ​ແມ່ນ​ເພື່ອ​ນຳ​ສົ່ງ​
ພວກ​ອົບ​ພະຍົບພວກ​ນີ້.​

ພວກອົບພະຍົບ ແລະພວກຍົກຍ້າຍ ລໍຖ້າການລໍຄອຍ ຖ້າສະມາຊິກຂອງອົງການ NGO Proactiva Open Arms, ໃນຂະນະທີ່ພວກເຂົາເຈົ້າຢູ່ໃນເຮືອຢາງທີ່ແອອັດ ຢູ່ໜ້ານ້ຳທະເລເມດິເຕເຣນຽນ ຫ່າງປະມານ 21 ໄມລ ພາກເໜືອຂອງເມືອງ Sabratha, ລີເບຍ, 3 ກຸມພາ, 2017.

ການ​ເອົາ​ບາດກ້າວ​ທີ່​ແຂງ​ຂັນ ທີ່​ວ່າ​ນີ້ ມີ​ຂຶ້ນ ຫຼັງ​ຈາກພວກ​ຂໍ​ລີ້​ໄພ​ແລະ​ອົບພະຍົບທາງ​ດ້ານ​ເສດຖະກິດ ປະມານ 11 ພັນຄົນ, ​ໂດຍ​ສະ​ເພາະ​ຈາກ​ບັນດາ​ປະ​ເທດ​ອາ​ຟຣິກາ ທີ່​ໄປ​ຮອດ
​ໄປ​ເຖິງ​ຝັ່ງ​ອີ​ຕາ​ລີ ​ໃນຊ່ວງ​ໄລຍະ 4 ມື້ຜ່ານມານີ້ ຈາກ​ປະ​ເທດລີ​ເບຍທີ່​ປະສົບ​ກັບ​ໄພ​ສົງ
ຄາມ. ​ຂໍ້ຄວາມໃນ​ຈົດໝາຍ ທີ່​ສົ່ງ​ເຖິງ​ຄະນະ​ກຳມາ​ທິການ ​ເອກ​ອັກຄະ​ລັດຖະທູດ​ອີ​ຕາ​ລີ
ປະຈຳ​ຢູ​ໂຣບ ທ່ານ Maurizio Massari ​ໄດ້​ກ່າວ​ວ່າ ສະຖານະ​ການ​ນີ້ ​ແມ່ນ​ໄດ້ “ບໍ່​ສາ
ມາດຍືນ​ຍົງ​ໄດ້​ແລ້ວ.”

​ໃນ​ກອງ​ປະຊຸມເມື່ອ​ວັນ​ພຸດ​ວານ​ນີ້ ທ່ານ Massari ​ໄດ້​ແຈ້ງ​ໃຫ້​ທ່ານ Dimitris Avramo-
poulos ກຳມະການ​ຂອງ​ຢູ​ໂຣບ ​ຮັບຜິດຊອບ​ກ່ຽວ​ກັບພວກ​ອົບ​ພະຍົບ ຊາບ​ວ່າ ​ລັດຖະ
ບານ​ຂອງ​ເພິ່ນ ເວລາ​ນີ້ກຳລັງ​ພິຈາລະນາ​ທີ່​ຈະ​ປະຕິ​ເສດ​ ສິດ​ໃນ​ການ​ເຂົ້າຈອດ ຂອງເຮືອ​
ໃດໆ ທີ່​ບໍ່​ໄດ້​ມີ​ທຸງ​ອີ​ຕາ​ລີ​ປັກ​ຢູ່ ຫຼື​ບໍ່​ມີ​ສ່ວນ​ໃນ​ການ​ປະຕິບັດ​ງານ​ຂອງ​ສະຫະພາບ​ຢູ​ໂຣບ
​ແລະ​ຊ່ອຍເຫຼືອ​ກູ້​ໄພ ​ໃນທະ​ເລ Mediterranean.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ພວກອົບພະຍົບ ລໍຖ້າທີ່ຈະອອກຈາກເຮືອ Vos Hestia ໃນຂະນະທີ່ພວກເຂົາເຈົ້າທີ່ທ່າ Crotone, ຫຼັງຈາກທີ່ໄດ້ຮັບການຊ່ອຍເຫຼືອ "ຊ່ອຍພວກເດັກນ້ອຍ" ໃນຝັ່ງທະເລເມດິຕິເຣນຽນ ທີ່ຝັ່ງລີເບຍ, ໃນ Crotone, ອີຕາລີ, 21 ມິຖຸນາ, 2017.

XS
SM
MD
LG