ໃນວັນສຸກມື້ນີ້ ໜ່ວຍກູ້ໄພອີຕາລີ ໄດ້ຢຸດການຊອກຄົ້ນຫາຜູ້ໂດຍສານ ທີຍັງຫາຍສາບ
ສູນຢ່າງນ້ອຍ 21 ຄົນມາໄດ້ນຶ່ງອາທິດແລ້ວ ຫຼັງຈາກເຮືອທ່ອງທ່ຽວທີ່ຫລົ້ມເລີ້ມມີການ
ເຄື່ອນຍ້າຍອອກໄປຈາກແຄມຝັ່ງທະເລ ໃນພາກຕາເວັນຕົກສຽງເໜືອຂອງ ອີຕາລີ
ເຈົ້າໜ້າທີມີຄວາມເປັນຫ່ວງວ່າ ສະພາບອາກາດທີ່ບໍ່ດີອາດຈະເຮັດໃຫ້ເຮືອ Costa
Concordia ຂະໜາດ 114.000 ໂຕນທີຈົມນໍ້າຢູ່ສ່ວນນຶ່ງແລ້ວນັ້ນ ຈະຍ້າຍອອກຈາກ
ກ້ອນຫີນ ທີ່ເຮືອຢອງຢູ່ແລະພິກ ຕົກລົງໄປບ່ອນນໍ້າເລິກ.
ອົງການຂ່າວ Reuteur ບັນລະຍາຍວ່າ ສະພາບຂອງນໍ້າທີຫ້ອມລ້ອມເຮືອນັ້ນ ຈະມີການ
ປ່ຽນແປງ ແລະຄາດວ່າຈະເກີດສະພາບອາກາດປັ່ນປ່ວນ ໃນຕອນແລງຂອງວັນສຸກມື້ນີ້.
ສະພາບດິນຟ້າອາກາດບໍ່ອໍານວຍນີ້ ອາດຈະເຮັດໃຫ້ມີການລ້າຊ້າລົງ ໃນການດູດເອົານໍ້າ
ມັນຫຼາຍໆພັນໂຕນອອກຈາກເຮືອ ເພື່ອປ້ອງກັນບໍ່ໃຫ້ເກີດການຮົ່ວໄຫລທີ່ອາດຈະກໍ່ໃຫ້
ເກີດໄພພິບັດຕໍ່ສິ່ງແວດລ້ອມເລາະຕາມບໍລິເວນແຄມຝັ່ງທະເລ Tascan.
ເຮືອທ່ອງທ່ຽວລຳນີ້ ຊຶ່ງເປັນບໍລິສັດ Carnival Coporation ທີ່ມີສຳນັກງານຢູ່ສະຫະລັດ
ໄດ້ຕໍາກ້ອນຫີນແລ້ວຫຼົ້ມງ່ຽງຂ້າງ ໃນວັນສຸກອາ ທິດແລ້ວນີ້.
ເຈົ້າໜ້າທີກ່າວວ່າຢ່າງນ້ອຍ 11 ຄົນໄດ້ເສຍຊີວິດຍ້ອນອຸບປະຕິເຫດດັ່ງກ່າວ. ໃນມື້ວັນ
ພະຫັດວານນີ້ ເຈົ້າໜ້າທີ່ອີຕາລີ ໄດ້ລະບູວ່າ ສອງສົບທີ່ພົບເຫັນນັ້ນເປັນຄົນສັນຊາດຝຣັ່ງ.
ບໍລິສັດ Carnival ກ່າວໃນຕອນແລງວັນພະຫັດວານນີ້ວ່າ ເຂົາເຈົ້າຈະທໍາການສືບສວນຢ່າງ
ຖີ່ຖ້ວນເບິ່ງເຮືອທ່ອງທ່ຽວທັງໝົດ 10 ລໍາຂອງບໍ ລິສັດ ເພື່ອທົບທວນມາດຕະຖານດ້ານ
ຄວາມປອດໄພ ແລະຂັ້ນຕອນຕ່າງໆລຸນຫຼັງທີ່ເຮືອ Concordia ເກີດອຸບປະຕິເຫດ.
ເຮືອທ່ອງທ່ຽວ Concordia ທີ່ມີມູນຄ່າຢູ່ 450 ລ້ານໂດລານັ້ນ ໄດ້ ບັນທຸກຜູ້ໂດຍສານ
4,200 ຄົນພ້ອມດ້ວຍລູກເຮືອ ໃນເວລາທີເກີດເຫດ ໃນມື້ວັນສຸກແລ້ວ.