ໃນວັນພະຫັດມື້ນີ້ ພວກນັກໝຸດນໍ້າອີຕາລີ ໄດ້ເລີ້ມຄືນໃໝ່ການຊອກຄົ້ນຫາຜູ້ໂດຍສານຈໍາ
ນວນ 21 ຄົນທີ່ຫາຍສາບສູນໃນອຸບປະຕິເຫດເຮືອທ່ອງທ່ຽວຫລົ້ມນອກແຄມຝັ່ງທະເລໃນ
ພາກຕາເວນຕົກສຽງເໜືອຂອງອີຕາລີ.
ເຈົ້າໜ້າທີ່ກ່າວວ່າ ພວກນັກໝຸດນໍ້າ ໄດ້ດໍາເນີນການຊອກຄົ້ນຫາຄືນໃໝ່ ຫລັງຈາກໄດ້ໂຈະ
ການປະຕິບັດງານ ໃນວັນພຸດວານນີ້ ຍ້ອນມີຄວາມເປັນຫ່ວງວ່າເຮືອ Costa Concordia
ອາດຈະພິກຍ້າຍຈາກກ້ອນຫີນທີ່ເຮືອຕັ້ງຄ້າງຢູ່ນັ້ນ ຕົກລົງໄປບ່ອນທີ່ມີນໍ້າເລິກ
ຍາດຕິພີ່ນ້ອງທີ່ມີຄວາມກັງວົນພາກັນລໍຖ້າດ້ວຍຄວາມຫວັງທີ່ມີນ້ອຍເຕັມທີທີ່ວ່າ ພວກນັກ
ກູ້ໄພຈະພົບເຫັນຜູ້ລອດຊີວິດຕື່ມອີກຫລັງຈາກເຮືອທ່ອງທ່ຽວໄດ້ຕໍາກ້ອນຫີນຢູ່ນອກແຄມ
ຝັ່ງທະເລ Tascan.
ໃນອຸບປະຕິເຫດທີ່ເກີດຂື້ນ ໃນມື້ວັນສຸກສັບປະດາແລ້ວນັ້ນ ເຮືອທ່ອງທ່ຽວໄດ້ຕໍາເອົາກ້ອນ
ຫີນແລ້ວເຮັດໃຫ້ທ້ອງເຮືອແຕກກວ້າງ 52 ແມດ ຊຶ່ງເປັນເຫດໃຫ້ເຮືອງ່ຽງໄປທາງຂ້າງ.
ເຈົ້າໜ້າທີ ກ່າວວ່າ ມີຢ່າງນ້ອຍ 11 ຄົນໄດ້ເສຍຊີວິດ.
ພວກນັກໝຸດນໍ້າກ່າວວ່າ ສະພາບການແມ່ນຍາກລໍາບາກຫລາຍແລະເປັນອັນຕະລາຍຢູ່ໃນ
ເຮືອທ່ອງທ່ຽວຂະໜາດ 114,000 ໂຕນທີຈົມນໍ້າເປັນບາງສ່ວນນັ້ນ ແລະເຈົ້າໜ້າທີ່ອີຕາລີ
ໄດ້ກ່າວອີກວ່າ ການຊອກຄົ້ນຫາຕື່ມອາດຈະໄດ້ຮັບຜົນສະທ້ອນຈາກການປ່ຽນແປງຂອງ
ດິນຟ້າອາກາດ. ນອກຈາກນັ້ນແລ້ວ ສະພາບດີນຟ້າອາກາດ ຍັງກໍ່ໃຫ້ເກີດ ມີຄວາມວິຕົກ
ກ່ຽວກັບຄວາມເປັນໄປໄດ້ທີ່ອາດຈະເກີດໄພພິບັດຕໍ່ສິ່ງແວດລ້ອມນັ້ນ.