ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊອກຄົ້ນຫາຜູ້ໂດຍສານ ໃນເຮືອທ່ອງທ່ຽວ ທີ່ຫລົ້ມ ໄດ້ຍຸດຕິລົງໃນວັນພຸດມື້ນີ້ (ເບິ່ງວີດີໂອກັບສະໄລດ໌)


ການຊອກຄົ້ນຫາຜູ້ໂດຍສານ ໃນເຮືອທ່ອງທ່ຽວ ທີ່ຫລົ້ມ ໄດ້ຍຸດຕິລົງໃນວັນພຸດມື້ນີ້ (ເບິ່ງວີດີໂອກັບສະໄລດ໌)
ການຊອກຄົ້ນຫາຜູ້ໂດຍສານ ໃນເຮືອທ່ອງທ່ຽວ ທີ່ຫລົ້ມ ໄດ້ຍຸດຕິລົງໃນວັນພຸດມື້ນີ້ (ເບິ່ງວີດີໂອກັບສະໄລດ໌)

ໃນ​ວັນ​ພຸດມື້ນີ້ ໜ່ວຍ​ກູ້​ໄພພາກັນ​ຢຸດການ​ປະຕິບັດ​ງານ ໃນ​ການ​ຊອກ​ຄົ້ນຫາຜູ້​ໂດຍສານ ​
ຢູ່ໃນເຮື​ອ Costa Concordia ​ເພາະວ່າ​ເຮືອນໍາ​ທ່ຽວ​ລຳ​ນີ້ໄດ້ງ່ຽງຫລາຍ​ຂຶ້ນ​ຕື່ມ.

ເຮືອ Costa Concordia ​ໄດ້​ຕໍາ​ກ້ອນ​ຫີນ ​ແລະຫລົ້ມ​ລົງ​ຢູ່ນອກ​ແຄມຝັ່ງ​ທະ​ເລ ທາງ​ພາກ
ເໜືອ​ຂອງ​ປະ​ເທດອີ​ຕາ​ລີ ​ໃນແລງ​ວັນ​ສຸກຜ່ານ​ມາ. ຢ່າງ​ໜ້ອຍ 11 ຄົນ​ໄດ້​ເສຍ​ຊີວິດ ​ແລະ
ອີກ 20 ຄົນຍັງ​ຫາຍ​ສາບ​ສູນ. ​ເຈົ້າ​ຂອງ​ເຮືອ​ໄດ້​ຖິ້ມ​ໂທດ​ການ​ເກີດ​ອຸບປະຕິ​ເຫດໃນ​ຄັ້ງນີ້ວ່າ
ເປັນຄວາມ​ພິດ​ພາດ​ຂອງກັບຕັນ​ເຮືອ.

ເຄື່ອງບັນ​ທຶກ​ສຽງ ​ທີ່​ໄດ້​ນຳ​ມາ​ເປີ​ດ​ໃຫ້​ຮູ້​ໃນ​ວັນ​ອັງຄານນີ້ ສະ​ແດງ​ໃຫ້​ເຫັນເຖິງການໂຕ້​ຖຽງ
ດ້ວຍຄວາມໃຈ​ຮ້າຍລະຫວ່າງ​ເຈົ້າ​ໜ້າ​ທີ່​ຍາມ​ຝັ່ງອີ​ຕາ​ລີແລະ ກັບຕັນເຮືອ ທີ່ເຮັດໃຫ້​ເຮືອ​
ຫລົ້ມ​ນັ້ນວ່າ ກັບຕັນ​ເຮືອໄດ້​ປະຕິ​ເສດ​ບໍ່​ຟັງ​ຄໍາ​ສັ່ງ​ ໃຫ້​ລາວກັບ​ຄືນ​ໄປ​ຫາ​ເຮືອ​ທີ່ງ່ຽງຫລົ້ມ
ຢູ່ນັ້ນ.

ກັບຕັນ​ຂອງ​ໜ່ວຍຍາມ​ຝັ່ງອີ​ຕາ​ລີ​ ທ່ານ Gregory De Falco ​ໄດ້​ສັ່ງ​ໃຫ້ກັບຕັນ​ເຮືອ​ທີ່
ຫລົ້ມ​ນັ້ນ ໄຊ້ຂັ້ນ​ໄດ​ປີນ​ຄືນ​ຂຶ້ນ​ໄປ​ເທິງ​ເຮືອ ​ແລະລາຍ​ງານໃຫ້​ທ່ານ​ຊາບວ່າ ຍັງມີ​ຈັກ​ຄົນ​
ທີ່ຄ້າງຢູ່​ໃນ​ເຮືອນັ້ນ.

ນາຍ Francesco Schettino ກັບຕັນເຮືອທ່ອງທ່ຽວອີຕາລີ ທີ່ຫລົ້ມ
ນາຍ Francesco Schettino ກັບຕັນເຮືອທ່ອງທ່ຽວອີຕາລີ ທີ່ຫລົ້ມ

ແຕ່​ວ່າກັບຕັນ​ເຮືອຂັບ​ເຮືອ​ທ່ອງ​ທ່ຽວ​ຕອບ​ວ່າ ລາວຈະ​ບໍ່​ກັບ​ຄືນ​ໄປ​ຫາ​ເຮືອ ​ແລະ​ຍັງ​ເວົ້າ​ວ່າ​
ຢູ່​ໃນ​ເຮືອມັນມືດ​ໂພດ. ລາວ​ຕອບ​ວ່າ ລາວ​ປະສານ​ງານ​ການ​ກູ້​ໄພ​ຈາກ​ເຮືອ​ຊູ​ຊີບ​ຂອງ​ລາວ.

ໃນ​ວັນ​ອັງຄານ​ວານ​ນີ້ ຜູ້​ພິພາກ
ສາ​ຄົນ​ນຶ່ງ​ໄດ້​ປ່ອຍກັບຕັນ​ເຮືອ
ທ່ອງ​ທ່ຽວ​ອອກ​ຈາກ​ຄຸກ ແລະ
ສັ່ງ​ໃຫ້​ກັກ​ບໍລິ​ເວນ​ຜູ້ກ່ຽວ.
ລາວ​ປະ​ເຊີນ​ໜ້າ​ກັບຂໍ້​ຫາ​ຂ້າ​
ຄົນ​ຕາຍ ແລະປະລະ​ເຮືອ
ກ່ອນ​ຄົນ​ໂດຍສານທັງ​ໝົດໄດ້
ຮັບ​ການ​ກູ້​ໄພ​.

XS
SM
MD
LG