ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຕາລີ ກູ້ໄພ ອົບພະຍົບ 1,000 ຄົນ ຢູ່ທະເລ ມີດີແຕເຣນຽນ


ພວກອົບພະຍົບ ຈາກເຂດໃຕ້ທະເລຊາຍຊາຮາຣາ ຢູ່ເທິງເຮືອຢາງ ທີ່ພວມຈະຫລົ້ມ.
ພວກອົບພະຍົບ ຈາກເຂດໃຕ້ທະເລຊາຍຊາຮາຣາ ຢູ່ເທິງເຮືອຢາງ ທີ່ພວມຈະຫລົ້ມ.

ໜ່ວຍ​ຍາມ​ຝັ່ງ​ອີ​ຕາ​ລີກ່າວ​ວ່າ ຕົນ​ໄດ້​ໃຫ້ການ​ຊ່ອຍ​ເຫລືອພວກ​ອົບ​ພະຍົບປະມານ 1 ພັນ ຄົນ ຈາກ​ເຮືອ​ທີ່​ຮົ່ວ ​ໃນ​ທະ​ເລ​ເມ​ດີ​ແຕ​ເຣນຽນ ​ໃນ​ວັນ​ສຸກ​ວານ​ນີ້ ຂະນະ​ທີ່​ມີ​ການ​ພົບ​ເຫັນ​ວ່າ ມີ​ຄົນ​ນຶ່ງ​ເສຍ​ຊີວິດ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ອົບ​ພະຍົບ​ເຫລົ່ານີ້ແມ່ນ​ພົບ​ເຫັນ​ຢູ່​ໃນ​ເຮືອ 9 ລຳ ຊຶ່ງ 6 ລຳ​ແມ່ນເປັນ​ເຮືອ​ຢາງ ​ແລະ 3 ລຳ​ເປັນ​ເຮືອ​ໄມ້ ​ແລະ​ໄດ້ໃຫ້ການ​ຊ່ອຍ​ເຫຼືອ​ໃນ​ການ​ປະຕິບັດ​ງານ​ຂອງ​ໜ່ວຍ​ຍາມ​ຝັ່ງຕະຫຼອດ​ມື້. ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ທີ່ເສຍ​ຊີວິດ​ ແມ່ນ​ພົບ​ເຫັນ​ຢູ່​ໃນ​ເຮືອ​ຢາງ​ລຳ​ນຶ່ງ.

ໜ່ວຍ​ຍາມ​ຝັ່ງ​ກ່າວ​ວ່າ ພວກ​ອົບ​ພະຍົບ​ເຫລົ່ານີ້ ​ໄດ້​ຖືກ​ສົ່ງ​ໄປ​ໃສ່​ເຮືອ​ກູ້​ໄພ​ແລະນຳ​ໄປ​ຂຶ້ນ ຝັ່ງ​ທີ່​ເກາະ​ຊີ​ຊີ​ລີ ​ແຕ່​ໜ່ວຍ​ຍາມ​ຝັ່ງກໍ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ສັນຊາດ​ຂອງ​ພວກ​ອົບ​ພະຍົບ​ເຫລົ່ານີ້.

ອົບ​ພະຍົບສ່ວນ​ໃຫຍ່​ ທີ່​ຂ້າມ​ທະ​ເລ​ຈາກ​ລີ​ເບຍ​ໄປ​ຫາ​ອີ​ຕາ​ລີນັ້ນ ແມ່ນ​ມາ​ຈາກ​ອາຟຣິກາ ຫລື​ບໍ່​ກໍ​ພາກ​ຕາ​ເວັນ​ອອກ​ກາງຊຶ່ງ​ຕາມ​ປົກກະຕິ​ແລ້ວເຂົາ​ເຈົ້າຈະ​ເສຍ​ຄ່າ​ຈ້າງ​ໃ​ຫ້​ແກ່​ພວກ ​ລັກລອບ​ຂົນ​ສົ່ງ​ທາງ​ທະ​ເລ.

ມີ​ອົບ​ພະຍົບ​ແລະ​ພວກ​ຍົກຍ້າຍ​ຖິ່ນ​ຖານ​ຫຼາຍກວ່າ 180,000 ຄົນເດີນທາງ​ໄປ​ຮອດ​ອີ​ຕາ​ລີ​ໃນ​ປີ​ກາຍ​ນີ້ ຊຶ່ງ​ເປັນຈຳນວນຫຼາຍ ​ເປັນ​ປະຫວັດ​ການ. ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ມີ​ຫລາຍ​ກວ່າ 5,000 ຄົນ​ໄດ້​ເສຍ​ຊີວິດ​ໃນ​ປີ​ກາຍທີ່​ພະຍາຍາມ​ຫາ​ທາງຂ້າມ​ທະ​ເລ​ເມ​ດີ​ແຕ​ເຣນຽນ.

Italy Migrants
please wait
Embed

No media source currently available

0:00 0:01:21 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG