ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍ​ຍາມ​ຝັ່ງ​ຂອງອີຕາ​ລີ ຊ່ອຍ​ອົບ​ພະຍົບຊີ​ເຣຍ​ ໃນ​ທະ​ເລ Mediterranean (ວີດີໂອ)


ຊາວອົບພະຍົບຊີເຣຍ ກຳລັງຂຶ້ນເຮືອ Scirocco ຂອງກອງທັບເຮືອອີຕາລີ ໃນຂະນະທີ່ປະຕິບັດການຊ່ອຍເຫຼືອຜູ້ລີ້ໄພ ຢູ່ນອກຝັ່ງທະເລຂອງ Libya.
ຊາວອົບພະຍົບຊີເຣຍ ກຳລັງຂຶ້ນເຮືອ Scirocco ຂອງກອງທັບເຮືອອີຕາລີ ໃນຂະນະທີ່ປະຕິບັດການຊ່ອຍເຫຼືອຜູ້ລີ້ໄພ ຢູ່ນອກຝັ່ງທະເລຂອງ Libya.
ໜ່ວຍ​ທະຫານຍາມ​ຝັ່ງ​ຂອງອີຕາ​ລີ ກ່າວ​ວ່າ ​ຕົນ​ໄດ້​ຊ່ອຍ​ ຊາວ
ອົບ​ພະຍົບຊີ​ເຣຍ​ ຈຳນວນເກືອບຮອດ​ 300 ຄົນ ຂຶ້ນ​ມາຈາກ​
ເຮືອ​ຫາ​ປາ​ທີ່ລ່ອງ​ລອຍ​ຢູ່​ໃນ​ທະ​ເລ Mediterranean.

​ໃນ​ຈຳນວນ​ທັງ​ໝົດ 281 ຄົນ​ນັ້ນ ມີຮວມທັງ ຜູ້​ຊາຍ ຜູ້ຍິງ​ແລະ
ເດັກນ້ອຍ ທີ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຂຶ້ນ​ມາ​ຈາກ​ເຮືອ​ລຳ​ດັ່ງ​ກ່າວ
ເມື່ອ​ວັນ​ເສົາ ວານ​ນີ້.

ເຈົ້າໜ້າ​ທີ່​ກ່າວ​ວ່າ ຈຳນວນ​ໜຶ່ງ​ໃນ​ນັ້ນ ມີ​ສຸ​ຂະ​ພາບ​ທີ່​ໜ້າ​ເປັນ
​ຫ່ວງ.

ອີຕາ​ລີ ​ໄດ້ເພີ້ມທະວີ ການລາດຕະ​ເວ​ນຊອກຫາຊາວ​ອົບ​ພະ​ຍົບ
​ໃນ​ປີ​ກາຍ​ນີ້ ຫຼັງຈາກ​ເຮືອ​ລຳ​ໜຶ່ງ​ ທີ່​ເຕັມ​ໄປ​ດ້ວຍ​ຊາວ​ອົບ​ພະຍົບ
ຊອກ​ຫາ​ບ່ອນ​ລີ້​ໄພ ຫຼົ້ມລົງ​ໃກ້​ຝັ່ງ​ເມືອງLampedusa ເຮັດ​ໃຫ້
ຢ່າງ​ໜ້ອຍ 359 ຄົນເສຍ​ຊີວິດ.

ປະ​ເທດ​ອີ​ຕາ​ລີ ​ແມ່ນ​ທາງ​ຜ່ານຫຼັກ ​ເພື່ອ​ໄປ​ຍັງຢູ​ໂຣບ ສຳລັບ​ຊາວ​ອົບ​ພະຍົບຈາກພາກ
ຕາ​ເວັນ​ອອກກາງ ​ແລະ ອາ​ຟຣິກາ ຜູ້​ທີ່​ຊອກ​ຫາ​ທາງ​ຫລົບ​ໜີ​ສົງຄາມ ຄວາມທຸກ​ຍາກ ​
ແລະຄວາມ​ວຸ້ນວາຍທາງການ​ເມືອງ​. ອີ​ຕາ​ລີ​ ໄດ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ ​ໃນ​ການ​
ຮັບ​ມືກັບພວກອົບ​ພະຍົບ ​ທີ່ຫ​ລັ່ງໄຫລ​ເຂົ້າມາ​ ​ເປັນຈຳນວນຫລວງຫຼາຍ​ ໃນ​ປີ​ແລ້ວ​ນີ້.

ເມື່ອຕົ້ນ​ເດືອນ​ນີ້ ອົງການ​ອົບ​ພະ​ຍົບສາກົນກ່າວວ່າ​ ມີອົບ​ພະຍົບຫຼາຍກວ່າ 40,000
ຄົນ ​ໄດ້​ສ່ຽງ​ໄພ​ຂ້າມ​ທະ​ເລ Mediterranean ໄປ​ຍັງຢູ​ໂຣບ ໃນ​ລະຍະ 5 ​ເດືອນຕົ້ນປີ​
2014 ນີ້ ຊຶ່ງເປັນ​ໂຕ​ເລກ​ ທີ່​ເກືອບ​ເທົ່າ​ກັບ​ ຈຳນວນ​ລວມທັງ​ໝົດ ຂອງ​ປີ 2013.

ອີ​ຕາ​ລີ ​ໄດ້​ທວງໃຫ້ສະຫະ​ພາບ​ຢູ​ໂຣບ ​ເຄື່ອນ​ໄຫວຫຼາຍຂຶ້ນ ​ເພື່ອ​ຊ່ອຍ​ລາດຕະ​ເວນ
ທະ​ເລ Mediterranean ນັ້ນ.
ITALY MIGRANTS VO
please wait
Embed

No media source currently available

0:00 0:00:25 0:00
XS
SM
MD
LG