ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຕາລີ ລາຍງານການເສຍຊີວິດໃໝ່ ຫຼາຍຮ້ອຍກໍລະນີ ຍ້ອນໄວຣັສໂຄໂຣນາ


ປາຍທີ່ຕັ້ງຢູ່ໃນເຂດເທດສະບານເມືອງຂຽນເປັນພາສາ ອິຕາລີວ່າ "ໄວຣັສໂຄໂຣນາ, ເປັນຄຳເຕືອນຕໍ່ປະຊາຊົນອາໄສຢູ່ໃນເຮືອນ. ໃນເມືອງ ຄາຊາລປຸສເຕີເລັນໂກ, ທາງພາກເໜືອຂອງ ອິຕາລີ. 23 ກຸມພາ, 2020.
ປາຍທີ່ຕັ້ງຢູ່ໃນເຂດເທດສະບານເມືອງຂຽນເປັນພາສາ ອິຕາລີວ່າ "ໄວຣັສໂຄໂຣນາ, ເປັນຄຳເຕືອນຕໍ່ປະຊາຊົນອາໄສຢູ່ໃນເຮືອນ. ໃນເມືອງ ຄາຊາລປຸສເຕີເລັນໂກ, ທາງພາກເໜືອຂອງ ອິຕາລີ. 23 ກຸມພາ, 2020.

ທະວີບ ຢູໂຣບ ໄດ້ກາຍເປັນສູນກາງການແຜ່ລະບາດຂອງ COVID-19, ດ້ວຍປະເທດທີ່ໄດ້ຮັບຜົນກະທົບໜັກສຸດຄື ອິຕາລີ ໄດ້ລາຍງານການເສຍ ຊີວິດຄັ້ງໃໝ່ຫຼາຍຮ້ອຍຄົນໃນວັນອາທິດວານນີ້.

ຕົວເລກການເສຍຊີວິດທັງໝົດໃນປະເທດດັ່ງກ່າວຕອນນີ້ໄດ້ກາຍ 5,400 ຄົນແລ້ວ.

ທຸລະກິດທີ່ບໍ່ມີຄວາມຈຳເປັນທຸກແຫ່ງໃນປະເທດ ອິຕາລີ ທີ່ຖືກຜົນກະທົບໜັກ ນັ້ນ ໄດ້ຖືກສັ່ງໃຫ້ປິດໃນຂະນະທີ່ປະເທດກຳລັງຕໍ່ສູ້ກັບການລະບາດຂອງໄວຣັສ ໂຄໂຣນາ.

ນາຍົກລັດຖະມົນຕີ ຈູເຊັບເປ ຄອນເຕ ໄດ້ກ່າວວ່າ “ມັນແມ່ນວິກິດການທີ່ຫຍຸ້ງ ຍາກ ໃນໄລຍະຫຼັງສົງຄາມຂອງພວກເຮົາ.”

ມີການຢືນຢັນ 53,578 ກໍລະນີ ຂອງໄວຣັສດັ່ງກ່າວໃນປະເທດ ອິຕາລີ, ອີງຕາມການກ່າວຂອງສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ຄິວບາ ໄດ້ສົ່ງແພດໝໍ ແລະ ພະຍາບານກຸ່ມນຶ່ງ ໄປຊ່ວຍເຫຼືອ ອິຕາລີ ຕໍ່ສູ້ກັບໄວຣັສນັ້ນ.

ຄະນະກຳມາທິການ ສະຫະພາບ ຢູໂຣບ ໄດ້ໃຫ້ຄວາມໝັ້ນໃຈຕໍ່ ອິຕາລີ ວ່າ ໜີ້ສິນຂອງປະເທດດັ່ງກ່າວຈະບໍ່ກີດກັນເຂົາເຈົ້າຈາກການກູ້ຢືມເງິນ ເພື່ອຕໍ່ສູ້ກັບ ໄວຣັສນັ້ນ. ໃນການສຳພາດກັບໜັງສືພິມ Corriere della Sera ຂອງ ອິຕາລີ ນັ້ນ, ຫົວໜ້າຄະນະກຳມາທິການສະຫະພາບ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ ໄດ້ກ່າວວ່າ “ສິ່ງທີ່ພວກເຮົາທຸກຄົນເຂົ້າໃຈກໍແມ່ນ ວ່າ ບໍ່ມີປະເທດສະມາຊິກໃດ ຈະສາມາດປະເຊີນກັບໄພຂົ່ມຂູ່ນີ້ ພຽງຜູ້ດຽວ. ໄວຣັສດັ່ງກ່າວບໍ່ ມີເຂດຊາຍແດນ ແລະ ສະຫະພາບ ຢູໂຣບ ແມ່ນແຂງແກ່ນ ກວ່າເກົ່າ ເວລາທີ່ພວກເຮົາສະແດງຄວາມສາມັກຄີຢ່າງເຕັມທີ່.”

ປະເທດ ສເປນ, ເຊິ່ງແມ່ນປະເທດທີ່ໄດ້ຮັບຜົນກະທົບໜັກສຸດເປັນອັນດັບສອງ ໃນ ຢູໂຣບ, ແມ່ນກຳລັງກຽມພ້ອມ ໃນຂະນະທີ່ເຂົາເຈົ້າຄາດຄະເນຜົນກະທົບ ຈາກໄວຣັສ. ລັດຖະບານໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ ມັນຈະຮ້າຍແຮງຂຶ້ນ ກວ່າເກົ່າ.

ບັນດາເຈົ້າໜ້າທີ່ ສເປນ ໄດ້ເຕືອນວ່າ ສະຖານະການດັ່ງກ່າວອາດຈະຄອບງຳ ລະບົບການເບິ່ງແຍງສຸຂະພາບຂອງປະເທດ.

ສເປນ ໄດ້ເລີ່ມປະຕິບັດການປະກາດພາວະສຸກເສີນ 15 ວັນດົນກວ່ານຶ່ງອາທິດ ທີ່ຜ່ານມາ, ດ້ວຍການອະນຸຍາດໃຫ້ຜູ້ທີ່ມີວຽກຈຳເປັນອອກບ້ານໄດ້ເທົ່ານັ້ນ.

Europe has become the epicenter of the COVID-19 outbreak, with the hardest hit nation, Italy reporting hundreds of new deaths on Sunday.

The total number of deaths in the country has now surpassed 5,400.

All nonessential businesses in hard-hit Italy have been ordered to close as the country battles the coronavirus pandemic.

“It is the most difficult crisis in our postwar period,” Prime Minister Giuseppe Conte said.

There are 53,578 confirmed cases of the virus in Italy, according to Johns Hopkins Coronavirus Resource Center.

Cuba has deployed a group of doctors and nurses to help Italy combat the virus.

The European Union Commission has reassured Italy that the country’s debt will not keep it from borrowing money to deal with the virus. In an interview with Italian newspaper Corriere della Sera newspaper, EU Commission chief Ursula von der Leyen said, “What we all understand is that no member state can face this threat alone. The virus has no borders and the European Union is stronger when we show full solidarity.”

Spain, the second-worst hit country in the EU, is bracing as it anticipates the impact from the virus. “The worst is yet to come,” the government said Saturday.

Spanish officials have warned that the situation could soon overcome the country’s health care system.

Spain began a 15-day state of emergency more than a week ago, allowing only essential outings.

XS
SM
MD
LG