ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Renzi ຜ່າຍແພ້ໃນການລົງ ປະຊາມະຕິ ທີ່ມີຄວາມສຳຄັນ


ນາຍົກລັດຖະມົນຕີ ອິຕາລີ ທ່ານ Matteo Renzi ກ່າວໃນ
ລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບ Chigi ໃນ
ນະຄອນຫຼວງ ໂຣມ, 5 ທັນວາ, 2016.
ນາຍົກລັດຖະມົນຕີ ອິຕາລີ ທ່ານ Matteo Renzi ກ່າວໃນ ລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບ Chigi ໃນ ນະຄອນຫຼວງ ໂຣມ, 5 ທັນວາ, 2016.

ປາກົດວ່າ ອີຕາລີ ພວມມຸ່ງໜ້າໄປສູ່ສັບປະດາແຫ່ງຄວາມສັບສົນທາງດ້ານການເມືອງ ລຸນຫຼັງ ພວກໄປລົງປະຊາມະຕິແຫ່ງຊາດໃນວັນອາທິດວານນີ້ ໄດ້ປະຕິເສດຂໍ້ສະເໜີປະຕິຮູບ ລັດຖະທຳມະນູນຂອງ ນາຍົກລັດຖະມົນຕີ ທ່ານ ແມທິວ ເຣັນຊີ ຜູ້ທີ່ໄດ້ປະກາດລາອອກ ເມື່ອເຫັນວ່າມີການພ່າຍແພ້ຢ່າງໃຫຍ່.

ໃນກອງປະຊຸມນັກຂ່າວເປັນເວລາສັ້ນໆ ໃນສອງຊົ່ວໂມງຫຼັງຈາກໜ່ວຍປ່ອນບັດອັດລົງ ແລ້ວ ທ່ານ ເຣັນຊີ ໄວ 41 ປີກໍໄດ້ປະກາດການເສຍໄຊໂດຍກ່າວວ່າ “ຂ້າພະເຈົ້າໄດ້ ພ່າຍແພ້ແລ້ວ ແລະຂ້າພະເຈົ້າຈຶ່ງຢາກຂໍປະກາດອອກມາໃຫ້ທ່ານຊາບ.” ທ່ານກ່າວ ວ່າ ທ່ານຈະຍື່ນໃບລາອອກຕໍ່ປະທານາທິບໍດີ ເຊີຈິໂອ ແມຕາແຣລລາ ໃນວັນ ຈັນມື້ນີ້.

ທ່ານເວົ້າວ່າ “ພວກເຮົາອອກໄປໂດຍບໍ່ມີຄວາມເສຍໃຈ. ຣັດຖະບານຂອງຂ້າພະເຈົ້າ ສິ້ນສຸດລົງແຕ່ພຽງທໍ່ນີ້.” ກ່ອນໜ້ານັ້ນ ທ່ານໄດ້ຂຽນຫາພວກສະໜັບສະໜູນທ່ານທາງ ທວີດເຕີ້ວ່າ “ຢ່າງໃດກໍດີ ຂໍຂອບໃຈພວກທ່ານໝົດທຸກຄົນ. ຂໍໃຫ້ ອີຕາລີ ຈົ່ງຈະເລີນ.”

ໃນການນັບຄະແນນສຽງຈາກ 20 ເຂດເຫັນວ່າ ມີສຽງຂັດຄ້ານຂໍ້ສະເໜີຂອງທ່ານ ເຣັນຊີ 59.3 % ແລະ ມີແຕ່ພຽງ 40.7 % ທີ່ສະໜັບສະໜູນທ່ານ ນາຍົກດັ່ງກ່າວ. ພວກຜູ້ນຳ ຝ່າຍຄ້ານ ອັນມີລວມທັງ ທ່ານ ເບັບເປ ກຣີໂຢ ຫົວໜ້າຂະບວນການປະຊາຊົນ ນິຍົມຫ້າ ດາວ ໄດ້ຮຽກຮ້ອງໃຫ້ປະທານາທິບໍດີ ແມຕາແຣລລາ ເປີດການເລືອກຕັ້ງສະພາກ່ອນກຳ ນົດ.

ທ່ານ ກຣີໂຢ ກ່າວວ່າ “ພວກເຮົາຈຳເປັນຕ້ອງໄດ້ເລືອກຕັ້ງໄວທີ່ສຸດເທົ່າທີ່ຈະເປັນໄປ ໄດ້.” ໄດ້ມີການສົງໄສກັນຢູ່ໃນນະຄອນ ໂຣມ ວ່າປະທານາທິບໍດີ ອີຕາລີ ຈະຈັດຕັ້ງລັດ ຖະບານຊົ່ວຄາວຂຶ້ນມາ ນຳພາໂດຍທ່ານ ປິແອ ກາໂລ ປາດວນ ຣມຕ ການເງິນຄົນປັດຈຸ ບັນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Italy Referendum
please wait
Embed

No media source currently available

0:00 0:01:35 0:00

XS
SM
MD
LG