ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຕາລີ ປະຕິເສດ ທີ່ຈະຊ່ອຍເຫຼືອ ອົບພະຍົບ ໂດຍປ່ອຍໃຫ້ ລີເບຍ ເຮັດໜ້າທີ່ແທນ


ພວກອົບພະຍົບ ແລະພວກຍົກຍ້າຍຖິ່ນຖານ ຢູ່ເທິງເຮືອຢາງທີ່ແອອັດ ພວມລໍຖ້າ ການຊ່ອຍເຫຼືອ ໂດຍກຳປັ່ນ ທີ່ບໍ່ຂຶ້ນກັບລັດຖະບານ ຂອງສະເປນ ຊື່ວ່າ Proactiva Open Arms, ຫຼັງຈາກທີ່ໄດ້ແລ່ນອອກໄປຈາກ ລີເບຍ ເພື່ອພະຍາຍາມ ຈະໄປປະເທດໃນທະວີບຢູໂຣບ, ເຮືອຢາງດັ່ງກ່າວ ແລ່ນຢູ່ນອກຝັ່ງ ຂອງລີເບຍທາງທິດເໜືອ, ວັນທີ 6 ພຶດສະພາ 2018.
ພວກອົບພະຍົບ ແລະພວກຍົກຍ້າຍຖິ່ນຖານ ຢູ່ເທິງເຮືອຢາງທີ່ແອອັດ ພວມລໍຖ້າ ການຊ່ອຍເຫຼືອ ໂດຍກຳປັ່ນ ທີ່ບໍ່ຂຶ້ນກັບລັດຖະບານ ຂອງສະເປນ ຊື່ວ່າ Proactiva Open Arms, ຫຼັງຈາກທີ່ໄດ້ແລ່ນອອກໄປຈາກ ລີເບຍ ເພື່ອພະຍາຍາມ ຈະໄປປະເທດໃນທະວີບຢູໂຣບ, ເຮືອຢາງດັ່ງກ່າວ ແລ່ນຢູ່ນອກຝັ່ງ ຂອງລີເບຍທາງທິດເໜືອ, ວັນທີ 6 ພຶດສະພາ 2018.

ອີຕາລີ ສືບຕໍ່ເອົາທ່າທີທີ່ເຂັ້ມງວດຕໍ່ພວກອົບພະຍົບ ທີ່ຕົກຄ້າງຢູ່ນອກຝັ່ງທະເລຂອງຕົນ
ໂດຍກ່າວຕໍ່ພວກອົງການກຸສົນຂອງຢູໂຣບ ໃຫ້ຍຸຕິການຊ່ອຍເຫຼືອພວກອົບພະຍົບ ແລະ
ປະຖິ້ມພວກເຂົາເຈົ້າໄວ້ ໃຫ້ໜ່ວຍຍາມຝັ່ງຂອງລີເບຍ ຊ່ອຍກູ້ ເອົາພວກເຂົາເຈົ້າແທນ.

“ໃຫ້ທາງການຂອງລີເບຍ ເຮັດໜ້າທີ່ຂອງພວກເຂົາເຈົ້າ ຊ່ອຍກູ້ ແລະສົ່ງພວກອົບ
ພະຍົບ ກັບຄືນປະເທດຂອງເຂົາເຈົ້າ ດັ່ງທີ່ພວກເຂົາເຈົ້າ ໄດ້ເຮັດມາແລ້ວ ເປັນບາງ
ຄັ້ງບາງຄາວ ໂດຍປາດສະຈາກ ພວກກຳປັ່ນທີ່ກະຕືລືລົ້ນ ຂອງອົງການທີ່ບໍ່ຂຶ້ນກັບ
ລັດຖະບານ ທຳການລົບກວນ ແລະສ້າງບັນຫາ”
ນັ້ນແມ່ນຄຳເວົ້າຂອງລັດຖະມົນຕີ
ກະຊວງພາຍໃນ ທີ່ນິຍົມຂວາຈັດ ຂອງອີຕາລີ ທ່ານ ມັດເທໂອ ຊາລວີນີ. ທ່ານກ່າວຕື່ມ
ວ່າ “ທ່າເຮືອຂອງອີຕາລີທັງຫຼາຍ ແມ່ນ ແລະຈະຖືກປິດ ຕໍ່ພວກຄົນທີ່ຊ່ອຍເຫຼືອ
ກຸ່ມຄ້າມະນຸດ.”

ໃນວັນອາທິດວານນີ້ ກຸ່ມຊ່ອຍເຫຼືອສະເປນ ທີ່ຊື່ວ່າ Proactiva Open Arms ໄດ້ກ່າວ
ວ່າ ໜ່ວຍຍາມຝັ່ງຂອງອີຕາລີ ໄດ້ຮັບສັນຍານຂໍຄວາມຊ່ອຍເຫຼືອ ຈາກເຮືອ 6 ລຳ ທີ່ບັນ
ທຸກປະມານ 1,000 ຄົນ ແຕ່ວ່າ ອີຕາລີ ໄດ້ບອກກຸ່ມຊ່ອຍເຫຼືອທັງຫຼາຍ ເຊັ່ນດຽວກັນກັບ
ກຸ່ມ Proactiva ວ່າ ການຊ່ອຍເຫຼືອຂອງພວກເຂົາເຈົ້ານັ້ນ ແມ່ນບໍ່ຈຳເປັນ.

ແທນທີ່ຈະໄປຊ່ອຍເຫຼືອ ໜ່ວຍຍາມຝັ່ງຂອງອີຕາລີ ໄດ້ສົ່ງສັນຍານເຕືອນໄພ ໄປໃຫ້
ລີເບຍ ແລະໄດ້ມອບພາລະກິດການຊ່ອຍເຫຼືອ ໃຫ້ແກ່ ລີເບຍ ທີ່ເປັນຄູ່ຮ່ວມງານຂອງ
ພວກເຂົາເຈົ້າ.

ໃນສອງສາມສັບປະດາຜ່ານມານີ້ ລັດຖະບານປະຊານິຍົມໃໝ່ຂອງອີຕາລີ ໄດ້ທຳການ
ປາບປາມ ພວກກຳປັ່ນຊ່ອຍເຫຼືອ ຂອງຕ່າງປະເທດ ທີ່ປະຕິບັດການ ຢູ່ໃນທະເລ
ເມດີເຕີເຣນຽນ.

ທ່ານຊາລວີນີ ໄດ້ກ່າວຫາກຸ່ມການກຸສົນ ຊ້ຳແລ້ວຊ້ຳອີກ ວ່າ ເຮັດວຽກຄຽງຄູ່ກັບພວກ
ລັກລອບນຳເອົາພວກອົບພະຍົບ ເດີນທາງໄປທະວີບຢູໂຣບ.

ນອກເໜືອຈາກ ພວກອົບພະຍົບ 1,000 ຄົນທີ່ໄດ້ກ່າວເຖິງໂດຍກຸ່ມ Proactiva ນັ້ນ
ແລ້ວ ກຳປັ່ນອີກສອງລຳ ທີ່ບັນທຸກພວກອົບພະຍົບ ຫຼາຍຮ້ອຍຄົນ ເຊັ່ນກຳປັ່ນ ອົງການ
ບໍ່ຂຶ້ນກັບລັດຖະບານ ຂອງເຢຍຣະມັນ ຊື້ວ່າ Lifeline ແລະກຳປັ່ນ ບັນທຸກຕູ້ສິນຄ້າ
ຂອງເດັນມາກ ຊື່ວ່າ Alexander Maersk ແມ່ນກຳລັງແລ່ນຢູ່ໃນ ທະເລເມດີເຕີເຣນຽນ
ແລະລໍຖ້າຟັງຄຳສັ່ງຢູ່ວ່າ ທ່າເຮືອບ່ອນໃດ ທີ່ພວກເຂົາເຈົ້າອະນຸຍາດໃຫ້ທຽບທ່າໄດ້.

ກຳປັ່ນສອງລຳດັ່ງກ່າວ ໄດ້ຖືກປະຕິເສດບໍ່ໃຫ້ເຂົ້າທຽບທ່າເຮືອ ທັງຢູ່ໃນ ອີຕາລີ ແລະ
ມາລຕາ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG