ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ອິຕາລີ ລົງປະຊາມະຕິ ກ່ຽວກັບ ການປະຕິຮູບ ລັດຖະທຳມະນູນໃໝ່


ນາຍົກລັດຖະມົນຕີ ອິຕາລີ ທ່ານ Matteo Renzi ເຂົ້າຮ່ວມ
ໃນກອງປະຊຸມຖະແຫຼງຂ່າວ ທີ່ຫ້ອງການນາຍົກລັດຖະມົນຕີ ໃນລະຫວ່າງການປຶກສາຫາລື ກ່ຽວກັບ ຜົນທີ່ອອກມາຂອງ Brexit ໃນນະຄອນຫຼວງ ເບີລິນ, ເຢຍຣະມັນ, 27 ມິຖຸນາ, 2016.
ນາຍົກລັດຖະມົນຕີ ອິຕາລີ ທ່ານ Matteo Renzi ເຂົ້າຮ່ວມ ໃນກອງປະຊຸມຖະແຫຼງຂ່າວ ທີ່ຫ້ອງການນາຍົກລັດຖະມົນຕີ ໃນລະຫວ່າງການປຶກສາຫາລື ກ່ຽວກັບ ຜົນທີ່ອອກມາຂອງ Brexit ໃນນະຄອນຫຼວງ ເບີລິນ, ເຢຍຣະມັນ, 27 ມິຖຸນາ, 2016.

ປະຊາຊົນ ອິຕາລີ ກຳລັງພາກັນລົງປະຊາມະຕິ ກ່ຽວກັບ ການປະຕິຮູບລັດຖະທຳມະນູນ ທີ່ອາດປະເມີນຄວາມຄິດເຫັນຕໍ່ຕ້ານສະຫະພາບ ຢູໂຣບ ຢູ່ໃນປະເທດ ໃນວັນອາທິດມື້ນີ້.

ສະຖານທີ່ປ່ອນບັດໄດ້ໄຂຂຶ້ນ 7 ໂມງເຊົ້າຕາມເວລາໃນທ້ອງຖິ່ນ ແລະ ມີກຳນົດຈະປິດລົງ ໃນ 16 ຊົ່ວໂມງຕໍ່ມາ.

ປະຊາຊົນ ອິຕາລີ ປະມານ 51 ລ້ານຄົນ ມີສິດຈະລົງຄະແນນສຽງ ແລະ ຜົນຄະແນນທີ່ສົມ ບູນແບບ ຄາດວ່າຈະມີອອກມາໃນຕອນເຊົ້າຂອງວັນຈັນມື້ອື່ນນີ້.

ບັນດາຜູ້ລົງຄະແນນສຽງຈະຕັດສິນໃຈວ່າ ຈະຮັບຮອງເອົາຂໍ້ສະເໜີຂອງນາຍົກລັດຖະມົນ ຕີທີ່ສະໜັບສະໜູນ EU ທ່ານ Matteo Renzi ທີ່ຈະຂະຫຍາຍອຳນາດຂອງທ່ານ ຊຶ່ງ ທ່ານຈະສາມາດຜັກດັນໃຫ້ມີການປະຕິຮູບທາງເສດຖະກິດ ຫຼື ບໍ່, ເຊິ່ງລັດຖະບານກ່າວ ວ່າ ຈະເຮັດໃຫ້ການເມືອງໃນ ອິຕາລີ ມີຄວາມໝັ້ນຄົງ.

ແນວໃດກໍຕາມ, ເກືອບທຸກໆການຢັ່ງຫາງສຽງໃນສອງເດືອນທີ່ຜ່ານມາໄດ້ສະເໜີວ່າ ທ່ານ Renzi ຈະໄດ້ຮັບຄວາມຜ່າຍແພ້.

ທ່ານໄດ້ສັນຍາວ່າຈະລາອອກຈາກຕຳແໜ່ງ ຖ້າທ່ານປາໄຊ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Italy Referendum
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG