ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ທ່ານ Napolitano ​ຖືກເລືອກເປັນ ປະທານາທິບໍດີ ອີຕາລີ ອີກ (ວີດີໂອ)


ແຜນທີ່ປະເທດອິຕາລີ
ແຜນທີ່ປະເທດອິຕາລີ
ສະພາ​ແຫ່ງ​ຊາດ​ອິຕາ​ລີໄດ້​ເລືອກ​ຕັ້ງ​ເອົາ​ ທ່ານ Giorgio
Napolitano ​ໃຫ້​ສືບ​ຕໍ່​ດໍາລົງ​ ຕໍາ​ແໜ່​ງ​ປະທາ​ນາ​ທິບໍດີ ​
ເປັນ​ສະ​ໄໝ​ທີ່​ສອງ​ອີກ ຢ່າງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ບັນດາ​ສະມາຊິກ​ສະພາ ສາມາດເກ້​ຍກ່ອມທ່ານ Napolitano ​
ໄວ 87 ປີ ​ໃຫ້​ຢູ່​ໃນ​ຕໍາ​ແໜ່​ງປະທານາທິບໍດີ​ຕໍ່​ໄປ ​ເພື່ອ​ຊ່ວຍ​ແກ້
​ໄຂສະພາບ​ການ​ບໍ່ໄປ​ບໍ່​ມາ ທີ່​ຂັດຂວາງ​ການຈັດ​ຕັ້ງ​ລັດຖະບານ​ຊຸດ​ໃໝ່​ນັ້ນ.

ລຸນຫຼັງຈາກ​ການ​ລົງ​ຄະ​ແນນ​ສຽງ​ກັນນັ້ນ ທ່ານ Napolitano ທີ່​ໄດ້​ປະຕິ​ເສດ​ມາ​ກ່ອນ​ແລ້ວ​ນັ້ນ ​ເວົ້າ​ວ່າ ທ່ານ​ຮັບ​ເອົາ​ຄະ​ແນນ​ສຽງ​ນີ້ ຍ້ອນຄວາມ​ຮັບຜິດຊອບ​ຕໍ່ປະ​ເທດ​ຊາດ ​ແຕ່
ທ່ານ​ກໍ​ເວົ້າວ່າ ການຈັດ​ຕັ້ງ​ລັດຖະບານ​ນັ້ນ​ແມ່ນ​ຕ້ອງມີ​ຄວາມ​ພະຍາ​ຍາມ​ຂອງຫຼາຍໆ​ຝ່າຍ. ​ທ່ານ Napolitano ກ່າວ​ໃນ​ຕອນ​ນຶ່ງ​ວ່າ:

“ຂ້າພະ​ເຈົ້າຫວັງ​ທີ່​ສຸດວ່າ ​ໃນ​ບໍ່​ເທົ່າ​ໃນ​ອາທິດ​ຕໍ່ໜ້າ​ນີ້ ທຸກໆ​ຄົນ​ຈະສາມາດ​ປະຕິບັດພາລະ​ໜ້າ​ທີ່​ຂອງ​ພວກ​ຕົນ​ ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສະ​ຖາ
​ບັນ​ຕ່າງໆ​ຂອງ​ສາທາລະນະ. ພວກເຮົາທັງ​ໝົດ​ຈະ​ຕ້ອງ​ພິຈາລະນາ ຄື​ກັນ
​ກັບທີ່ ຂ້າພະ​ເຈົ້າພະຍາຍາມ​ກະທໍາຕະຫລອດຫຼາຍຊົ່ວ​ໂມງ​ຜ່ານ​ມານີ້
ເບິ່ງສະຖານະ​ການ​ອັນຫຍຸ້ງຍາກຂອງປະ​ເທດ​ຊາດ ​ເບິ່ງບັນຫາ​ຕ່າງ​ໆຂອງ​
ປະ​ເທດແລະ​ຂອງ ປະຊາ​ຊົນ​ອີ​ຕາ​ລີ ​ແລະ​ພາບ​ພົດ​ ແລະ​ບົດບາດ​ຂອງ​ປະ​
ເທດຊາດ​ຂອງ​ພວກ​ເຮົາ ​ໃນ​ເວທີ​ສາກົນ. ​”


ຢູ່​ບໍລິ​ເວນ​ນອກ​ຕຶກ​ສະພາ​ແຫ່ງ​ຊາດ ປະຊາຊົນຫຼາຍພັນ​ຄົນ​ໄດ້ໂຮມ​ຊຸມນຸມກັນ​ຕໍ່ຕ້ານ​ການ​
ເລືອກ​ຕັ້ງ​ສະ​ໄໝ​ທີ່​ສອງ​ຂອງ​ທ່ານ Napolitano ​ໂດຍກ່າວວ່າ ຄະນະຜູ້ນໍາທາງ​ການເມືອງ
​ທີ່​ເຖົ້າ​ແກ່​ແ​ລ້ວຂອງ​ປະ​ເທດ​ນັ້ນ ບໍ່ໄດ້​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ ​ໃນ​ສິ່ງທີ່​ປະຊາຊົນຕ້ອງການ.

XS
SM
MD
LG