ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີອີຕາລີ ໃຫ້ຄໍາໝັ້ນສັນຍາ ຈະລາອອກ (ເບິ່ງວີດີໂອ)


ນາຍົກລັດຖະມົນຕີ Silvio Berlusconi ແຫ່ງອີຕາລີ.
ວັນທີ 9 ພະຈິກ 2011.
ນາຍົກລັດຖະມົນຕີ Silvio Berlusconi ແຫ່ງອີຕາລີ. ວັນທີ 9 ພະຈິກ 2011.

ນາຍົກລັດຖະມົນຕີອີຕາລີ ທ່ານ Silvio Berlusconi ກ່າວ​ວ່າ ທ່ານຈະ​ລາ​ອອກ​ຈາກ
​ຕໍາ​ແໜ່​ງຫລັງ​ຈາກ​ສະພາ​ຮັບ​ຜ່ານ​ເອົາໂຄງການ​ປະຕິ​ຮູບ​ດ້ານ​ເສດຖະກິດ​ທີ່​ສໍາຄັນ​ທີ່​ສຸດ
​ຕ່າງໆ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ເຮັດ​ໃຫ້ເສດຖະກິດ​ຂອງ​ອີ​ຕາ​ລີ​ມີ​ສະຖຽນ​ລະ​ພາບ​ນັ້ນ.

ທ່ານ Berlusconi ປະກາດ​ເລື້ອງ​ນີ້​ໃຫ້​ຮູ້​ໃນ​ວັນ​ອັງຄານ​ວານ​ນີ້​ຫລັງຈາກສູນ​ເສຍ​ສຽງ
​ສ່ວນ​ຫລາຍ​ໃນ​ສະພາ​ແຫ່ງ​ຊາດ​ ໃນ​ລະຫວ່າງການ​ລົງມະຕິ​ຕາມ​ປົກກະຕິ ​ກ່ຽວ​ກັບການ
​ເອົາ​ມາດ​ຕະການນຶ່ງ​ວ່າ​ດ້ວຍ​ຮ່າງ​ງົບປະມານ​ໃນ​ສະພາ​ຕໍ່າ ​ເວລາພວກ​ສະມາຊິກ​ຂອງ​ພັກ
​ລັດຖະບານ​ 7 ທ່ານ​ໂຕນໜີ​ຈາກ​ພັກ. ຮ່າງ​ງົບປະມານ​ດັ່ງກ່າວ​ໄດ້​ຮັບ​ສຽງ​ສະໜັບສະໜຸນ
308 ສຽງ ​ແຕ່​ພວກ​ຜູ​ແທນ​ຈໍານວນ 321 ທ່ານ​ບໍ່​ອອກສຽງ​ໃນ​ການ​ລົງມະຕິ​ກັນ​ນັ້ນ.

ພວກ​ຝ່າຍ​ຄ້ານ​ໄດ້​ຮຽກຮ້ອງ​ໃຫ້​ທ່ານ Berlusconi ລາ​ອອກ​ຈາກ​ຕໍາ​ແໜ່​ງຫລັງ​ຈາກ
​ພວກ​ຜູ້​ແທນ​ໃນ​ຈໍານວນ​ຫລາຍ​ກວ່າ​ເຄິ່ງຢູ່​ໃນ​ສະພາທີ່​ມີ​ບ່ອນ​ນັ່ງ​ທັງ​ໝົດ 630 ບ່ອນ​ບໍ່
​ຍອມ​ລົງ​ຄະ​ແນນ​ສຽງ.

ທ່ານ Berlusconi ກໍາລັງ​ຖືກ​ກົດດັນ​ຈາກ​ພວກ​ຜູ້​ນໍາເຂດ​ຢູ​ໂຣ​ ​ໃຫ້​ຮັບຮອງ​ເອົາ​ຮ່າງ​ງົບ
ປະມານ​ທີ່​ຕັດ​ການ​ໃຊ້​ຈ່າຍ​ລົງ​ ເພື່ອ​ຫລີກ​ລ່ຽງວິ​ກິດ​ການ​ດ້ານ​ການ​ເງິນ ​ຄື​ກັນ​ກັບ​ວິ​ກິດ
​ການ​ທີ່​ເກີດຂຶ້ນ​ໃນ​ປະ​ເທດ​ກຣີສ​ໃນ​ປັດຈຸ​ບັບນີ້. ຄາດ​ວ່າ​ທັງ​ສອງ​ສະພາ​ຈະ​ລົງມະຕິ​ກັນ
​ກ່ຽວ​ກັບແຜນການ​ປະ​ຕິ​ຮູບ​ດ້າງ​ງົບປະມານ​ຂອງ​ທ່ານ ໃນ​ເດືອນ​ນີ້.

ທ່ານ Berlusconi ​ໄດ້ກ່າວ​ເນ້ນ​ອີກ​ໃໝ່​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານ​ຈະລາ​ອອກຈາກ​ຕໍາ​ແໜ່​ງ
​ໃນ​ເວລາ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້​ຫລັງ​ຈາກ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ໄດ້​ຖືກ​ຮັບຮອງ​ເອົາ.
ນອກ​ນັ້ນ​ ທ່ານ Berlusconi ຍັງໄດ້ກ່າວ​ກັບ​ໜັງສືພິມ La Tampa ຂອງ​ອີ​ຕາ​ລີ​ ວ່າ ​ທ່ານ
​ມອງ​ເຫັນ​ວ່າ ອີ​ຕາ​ລີ​ຈະ​ຈັດການ​ເລືອກ​ຕັ້ງ​ຂຶ້ນ​ໃນ​ຕົ້ນ​ປີ 2012 ຈະ​ມາ​ນີ້ ​ແລະ​ທ່ານ​ຈະ​ບໍ່​ສະ
ມັກ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃດ​ ໃນ​ການ​ເລືອກ​ຕັ້ງ​ຄັ້ງຕໍ່ໜ້າ​ນີ້.

ທ່ານ Berlusconi ​ໄດ້​ເລືອກ​ເອົາ​ທ່ານ Angelino Alfano ອະດີດລັດຖະມົນຕີ​ຍຸຕິ​ທໍາ​
ເປັນ​ຜູ້​ສະມັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ເພື່ອ​ຊີງ​ເອົາ​ຕໍາ​ແໜ່​ງນາຍົກລັດຖະມົນຕີນັ້ນ.

ອິຕາ​ລີ​ເປັນ​ປະ​ເທດ​ທີ​ມີ​ການ​ເສດຖະກິດ​ໃຫຍ່​ອັນ​ດັບ​ສາມໃນ​ເຂດ​ທີ່​ໃຊ້​ເງິນ​ຢູ​ໂຣ ​ແລະ​ເປັນ
​ເສດຖະກິດ​ໃຫຍ່​ທີ່​ສຸດ​ອັນ​ດັບ 7 ຂອງ​ໂລກ. ​ແຕ່ປະ​ເຊີນ​ກັບວິ​ກິດ​ການ​ດ້ານ​ເສດຖະກິດ​ທີ່
​ເກີດ​ຈາກ​ໜີ້​ສິນ​ຂອງ​ລັດຖະບານ​ທີ່​ກໍາລັງ​ເພີ່ມ​ທະວີ​ຂຶ້ນ​ນັບ​ມື້ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບອີຕາລີ:

XS
SM
MD
LG