ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫລວດອີຕາລີ ທັບມ້າງ ຕາ​ໜ່າງເງົາຟອກເງິນມາເຟຍຈີນ


ເງິນທີ່ເຫັນຫລັງຈາກ ການສືບສວນບັນດາຫົວໜ້າຄ້າຢາເສບຕິດ ທີ່ໃຊ້ລະບົບເງົາມືດ ນາຍໜ້າຊັກຟອກເງິນຂອງຈີນ
ຮູບພາບເຜີຍແຜ່ໂດຍຕຳຫລວດອີຕາລີ ວັນທີ 4 ເມສາ 2023
ເງິນທີ່ເຫັນຫລັງຈາກ ການສືບສວນບັນດາຫົວໜ້າຄ້າຢາເສບຕິດ ທີ່ໃຊ້ລະບົບເງົາມືດ ນາຍໜ້າຊັກຟອກເງິນຂອງຈີນ ຮູບພາບເຜີຍແຜ່ໂດຍຕຳຫລວດອີຕາລີ ວັນທີ 4 ເມສາ 2023

ຕຳຫລວດອີຕາລີ ໄດ້ຈັບ 33 ຄົນ ໃນວັນພຸດວານນີ້ ໃນການທັບມ້າງ​ຕາ​ໜ່າງ ນາຍໜ້າ ທີ່ຖືກກ່າວຫາຟອກເງິນເກີນກວ່າ 50 ລ້ານຢູໂຣ (52.5 ລ້ານໂດລາສະຫະລັດ) ຈາກບັນດາກຸ່ມຄ້າຢາເສບຕິດ ຮວມທັງກຸ່ມ ‘Ndranheta mafia ອີງຕາມ​ລາຍ​ງານອົງການຂ່າວຣອຍເຕີ.

ຕຳຫລວດ ກາເດຍ ດີ ຟີນັນສາ (Guardia di Finanza) ພັນເອກ​ຟ​ຣັງແຊັສໂກ ຣຸຍສ໌ ໄດ້ກ່າວຕໍ່ອົງການຂ່າວຣອຍເຕີ ເຖິງທ່າທາງລັກ​ສະນະຂອງກໍລະນີ ທີ່ພົວພັນ​ກັບ​ການກໍ່ຕັ້ງລະຫວ່າງບັນດາອົງການຈັດຕັ້ງ​ເຊັ່ນ​ກຸ່ມ ‘Ndrangheta ແລະອົງ​ການ​ຂອງຈີນ ທີ່ບໍລິການ​ໃນ​ການສະໜອງ​ດ້ານການເງິນ.

ພັນເອກຣຸຍສ໌ ຜູ້ທີ່ໄດ້ນຳພາການສືບສວນເທື່ອຫລ້າສຸດໃນນະຄອນໂຣມ ໄດ້ກ່າວວ່າ ຈຳນວນຫລາຍກວ່າ 50 ລ້ານຢູໂຣ ທີ່ຢູ່ໃນເສັ້ນທາງການເຄື່ອນໄຫວການເງິນ ບໍ່ໄດ້ໃຫ້ຄວາມຈິງ ຕໍ່ຂອບເຂດຂອງການພົວພັນ.

“ນີ້ແມ່ນອັນທີ່ພວກເຮົາໄດ້ຕິດຕາມແຕ່ປີ 2020 ຫາ 2022 ແຕ່ວ່າການສືບ ສວນບໍ່ສາມາດຕິດຕາມການປະຕິບັດງານໄດ້ທັງໝົດ. ມັນຄືກັບການລັກຈອບ ເບິ່ງ ເຈົ້າເຫັນ 20 ເປີເຊັນ ຕໍ່ສິ່ງທີ່ເກີດຂຶ້ນ” ທ່ານໄດ້ກ່າວ.

ຕຳຫລວດ Guardia di Finanza ໄດ້ກ່າວຢູ່ໃນຖະແຫລງການວ່າ ເຂົາເຈົ້າໄດ້ຈັບ 33 ຄົນ ຮວມທັງຄົນສັນຊາດຈີນເຈັດຄົນ ໃນນະຄອນໂຣມ ແລະຢູ່ໃນຫົກ​ຫົວເມືອງ​ຂອງອີຕາລີ ​ສົມ​ຮູ້​ຮ່ວມ​ຄິດ​ຂອງ​ກຸ່ມອາດຊະຍາກຳຄ້າຢາເສບຕິດ ແລະຟອກເງິນ.

ອ່ານຂາ່ວນີ້ເປັນພາສາອັງກິດ

XS
SM
MD
LG