ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຮືອບັນທຸກ ອົບພະຍົບ ຫຼາຍຮ້ອຍຄົນ ໄປເຖິງທ່າເຮືອ ໃນ ພາກໃຕ້ອີຕາລີ


ພວກອົບພະຍົບ ທີ່ແນມເຫັນຢູ່ເທິງເຮືອຂົນສົ່ງ Blue Sky.
ພວກອົບພະຍົບ ທີ່ແນມເຫັນຢູ່ເທິງເຮືອຂົນສົ່ງ Blue Sky.

ເຮືອ​ລຳນຶ່ງ ທີ່ບັນທຸກອົບ​ພະຍົບ ຫລາຍ​ຮ້ອຍ​ຄົນ ​ໄດ້​ໄປ​ເຖິງ
ທ່າ​ເຮືອ Corigliano Calabro ທາງ​ພາກ​ໃຕ້​ຂອງອີ​ຕາ​ລີ​ໃນ
ຕອນ​ແລງວັນ​ສຸກ​ວານ​ນີ້ ຫຼັງ​ຈາກ​ພວກລູກ​ເຮືອໄດ້ປະຖິ້ມ ຢູ່
​ກາງ​ທະ​ເລ​ທີ່​ປັ່ນປ່ວນ.

ບັນດາ​ເຈົ້າ​ໜ້າ​ທີ່​ ຈາກໜ່ວຍຍາມຝັ່ງອີ​ຕາ​ລີ ​ສາມາດ​ເຂົ້າ​
ຄວບ​ຄຸມ Ezadeen ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້ ຫລັງ​ຈາກ​
ໄດ້​ຖືກ​ຢ່ອນລົງໃສ່ເຮືອໂດຍ​ເຮືອບິນ​ເຮ​ລິ​ຄອບ​ເຕີ. ​ເຮືອລຳ​
ດັ່ງກ່າວ​ໄດ້ເກີດຈັກຕາຍ​ຢູ່​ກາງທະ​ເລ​ທີ່​ປັ່ນປ່ວນ ປະມານ
40 ກິ​ໂລ​ແມັດ ຫ່າງ​ຈາກ​ຊາຍ​ຝັ່ງ Crotone ຂອງອິຕາ​ລີ.

ບັນດາ​ເຈົ້າ​ໜ້າ​ທີ່​ຄາດ​ຄະ​ເນ​ວ່າ​ມີ​ປະມານ 450 ຄົນ​ຢູ່​ເທິງ​ເຮືອລຳນີ້ ຮວມທັງ​ຜູ້ຍິງ ​ແລະ
​ເດັກນ້ອຍ ສ່ວນ​ໃຫຍ່ຄິດ​ວ່າ​ເປັນ​ຊາວຊິີເຣຍ.

ຜູ້​ໂດ​ຍສານ​ຄົນ​ນຶ່ງ​ໄດ້​ໃຊ້​ວິທະຍຸຂອງເຮືອ ບອກ​ເຈົ້າ​ໜ້າ​ທີ່ວ່າ ພວກ​ລູກ​ເຮືອ​ໄດ້​ໂຕນ​ໜີ​
ຈາກ​ເຮືອແລ້ວ.

ມັນ​ແມ່ນ​ເຫດການ​ເທື່ອ​ທີ່​ສອງ​ໃນທຳນອງນີ້ ພາຍໃນ​ນຶ່ງອາທິດ​.

ຄະນະ​ກຳມາທິການ​ຢູ​ໂຣບກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ການ​ຕໍ່ສູ້​ຕ້ານ​ການລັກລອບ​ຄ້າມະ​
ນຸດ ຈະ​ເປັນ​ເລື່ອງ​ສຳຄັນ​ທີ່ສຸດ ​ຢູ່​ໃນ “ວິທີການ​ແກ້ໄຂກ່ຽວ​ກັບການຍົກ ຍ້າຍຖິ່ນຖານ
ຮອບດ້ານ” ​ໃນ​ປີ 2015.

ຄະນະ​ກຳມາທິການ ກ່າວ​ວ່າ ພວກ​ລັກລອບຄ້າມະນຸດ ​ໄດ້​ພົບ​ເຫັນ​ເສັ້ນ​ທາງໃໝ່​ເຂົ້າ​ມາ
ສູ່​ຢູ​ໂຣບແລະ​ໃຊ້​ວິ​ທີ​ການ​ແບບ​ໃໝ່ ເພື່ອສວຍໃຊ້ເອົາ​ຜົນ​ປະ​ໂຫຍ​ດ ຈາກພວກຄົນ​ທີ່​ສິ້ນ
ຫວັງ ຫ​ລົບ​ໜີ​ຈາກບັນຫາຂັດແຍ້ງແລະ​ສົງຄາມ ອັນ​ເປັນ ບ້ານ​ເກີ​ດ​ເມືອງ​ນອນຂອງ​ເຂົາ
​ເຈົ້າ. ຖະ​ແຫລ​ງການ​ຂອງ​ຄະນະ​ກຳມາທິການ​ສະ​ບັບນຶ່ງ ກ່າວວ່າ “ພວກ​ເຮົາ​ຈະຕ້ອງ​ບໍ່​
ອະນຸ​ຍາດ​ໃຫ້​ພວກ​ລັກລອບ ​ເຮັດ​ໃຫ້​ຜູ້ຄົນ ​ສ່ຽງ​ຊີວິດເຂົາເຈົ້າຢູ່​ໃນ​ເຮືອທີ່​ເກົ່າໆ ​ແລະ​ປະ
ຖິ້ມ​ເຮືອ​ເຫຼົ່ານີ້ຢູ່​ໃນ​ສະພາບອາກາດ​ ທີ່​ເປັນ​ອັນຕະລາຍ.”

ITALY MIGRANTS VO
please wait
Embed

No media source currently available

0:00 0:00:51 0:00

XS
SM
MD
LG