ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

30 ຄົນ ເສຍຊີວິດ ຍ້ອນເຮືອຫຼົ້ມ ຢູ່ນອກຝັ່ງ ອີຕາລີ (ວີດີໂອ)


ສົບອົບພະຍົບ ທີ່ເຄາະຮ້າຍຄົນນຶ່ງ ພວມຖືກຢ່ອນລົງມາ ຈາກເຮືອຂອງ ກອງທັບເຮືອມາລຕ້າ (12 ຕຸລາ 2013)
ສົບອົບພະຍົບ ທີ່ເຄາະຮ້າຍຄົນນຶ່ງ ພວມຖືກຢ່ອນລົງມາ ຈາກເຮືອຂອງ ກອງທັບເຮືອມາລຕ້າ (12 ຕຸລາ 2013)
ເຈົ້າໜ້າທີ່ອີຕາລີກ່າວວ່າ ເຮືອທີ່ບັນທຸກພວກອົບພະຍົບ ໄດ້ຫຼົ້ມຢູ່
ນອກຝັ່ງຂອງເກາະ Sicily ເຮັດໃຫ້ 30 ກວ່າຄົນເສຍຊີວິດຊຶ່ງເປັນ
ເຫດຮ້າຍຄັ້ງທີສອງ ທີ່ເກີດຂຶ້ນຢູ່ໃນເຂດດັ່ງກ່າວ.

ເຈົ້າໜ້າທີ່ເວົ້າວ່າ ພວກອົບພະຍົບ 200 ກວ່າຄົນ ໄດ້ຖືກຊ່ອຍຊີ
ວິດໄວ້ໄດ້ໃນວັນສຸກວານນີ້ ໃນການປະຕິບັດງານຮ່ວມລະຫວ່າງ ກອງທັບເຮືອຂອງອີຕາລີແລະມາລຕ້າ.

ໜ່ວຍຍາມຝັ່ງຂອງອີຕາລີເວົ້າວ່າ ຕົນໄດ້ຮັບໂທລະສັບຜ່ານດາວ
ທຽມຈາກເຮືອລຳດັ່ງກ່າວວ່າພວມຕົກຢູ່ໃນສະພາບຄັບຂັນ. ຕໍ່ມາ
ບໍ່ດົນເຮືອບິນຂອງກອງທັບມາລຕ້າກໍໄດ້ພົບເຫັນເຮືອລຳນີ້ແລະກໍຖີ້ມແພຊູຊີບລົງໄປໃຫ້.

ເຈົ້າໜ້າທີ່ເວົ້າວ່າ ເຮືອບິນເຮຣີຄອບເຕີ້ ໄດ້ສົ່ງພວກທີ່ໄດ້ຮັບບາດເຈັບໄປຍັງໂຮງໝໍທີ່ເກາະ Lampedusa ປະມານ 100 ກິໂລແມັດ ຫ່າງຈາກບ່ອນທີ່ເກີດເຮືອຫຼົ້ມໃນວັນສຸກວານນີ້.

ເຫດຮ້າຍໃນຄັ້ງນີ້ ເກີດຂຶ້ນພຽງນຶ່ງອາທິດກວ່າໆ ຫຼັງຈາກເຮືອພວກອົບພະຍົບອາຟຣິກາໄດ້
ຫຼົ້ມຢູ່ນອກແຄມຝັ່ງຂອງເກາະ Lampedusa ທີ່ເຮັດໃຫ້ມີຜູ້ເສຍຊີ ວິດ 300 ກວ່າຄົນນັ້ນ.

ITALY MIGRANTS
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG