ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິຕາລີ ໄວ້ອາໄລ ຫາຜູ້ເຄາະຮ້າຍ ຍ້ອນໄພແຜ່ນດິນໄຫວ


ນາຍົກລັດຖະມົນຕີ ອິຕາລີ ທ່ານ Matteo Renzi, ຊ້າຍ, ຢືນປອບໃຈແມ່ຍິງຄົນໜຶ່ງໃນຕອນສິ້ນສຸດພິທີສົ່ງສະການລັດ
ຖະບານ ສຳລັບຜູ້ເຄາະຮ້າຍບາງຄົນ ຈາກເຫດແຜ່ນດິນໄຫວ
ໃນກາງປະເທດ ອິຕາລີ ໃນວັນພຸດທີ່ຜ່ານມາ. ໃນເມືອງ
Ascoli Piceno, ອິຕາລີ, 27 ສິງຫາ, 2016.
ນາຍົກລັດຖະມົນຕີ ອິຕາລີ ທ່ານ Matteo Renzi, ຊ້າຍ, ຢືນປອບໃຈແມ່ຍິງຄົນໜຶ່ງໃນຕອນສິ້ນສຸດພິທີສົ່ງສະການລັດ ຖະບານ ສຳລັບຜູ້ເຄາະຮ້າຍບາງຄົນ ຈາກເຫດແຜ່ນດິນໄຫວ ໃນກາງປະເທດ ອິຕາລີ ໃນວັນພຸດທີ່ຜ່ານມາ. ໃນເມືອງ Ascoli Piceno, ອິຕາລີ, 27 ສິງຫາ, 2016.

ໃນວັນເສົາວານນີ້ ປະເທດ ອີຕາລີ ໄດ້ຈັດພິທີໄວ້ອາໄລແຫ່ງຊາດຂຶ້ນສຳລັບ 290 ຄົນທີ່ ຢືນຢັນວ່າໄດ້ເສຍຊີວິດໄປຍ້ອນແຜ່ນດິນໄຫວທີ່ມີຄວາມແຮງໃນວັນພຸດຜ່ານມາ ທີ່ທຳ ລາຍສີ່ຫົວເມືອງໃນໃຈກາງຂອງປະເທດ ທັງສັ່ນສະເທືອນຂົງເຂດກະສິກຳນັ້ນນຳ.

ແຕ່ວ່າ ພວກຜູ້ນຳທາງການເມືອງທີ່ມາເຕົ້າໂຮມກັນເພື່ອທຳພິທີໃຫ້ແກ່ 35 ຄົນທີ່ເສຍ ຊີວິດຢູ່ໃນເມືອງ Ascoli Piceno ຊຶ່ງບໍ່ໄດ້ຮັບການເສຍຫາຍພໍທໍ່ໃດ ຍ້ອນແຜ່ນດິນໄຫວ ພຽງແຕ່ສັ່ນສະເທືອນໜ້ອຍດຽວ ໄດ້ບິນໄປສັງເກດເຂດຖືກທຳລາຍຍ້ອນແຜ່ນດິນໄຫວ ຄັ້ງຮ້າຍແຮງທີ່ສຸດຂອງປະເທດແຫ່ງດັ່ງກ່າວໃນຮອບເຈັດປີຜ່ານມາ.

ຮູບພາບແຂວນຢູ່ເທິງຝາຂອງໂບດທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວ ໃນບ້ານ Santi Lorenzo e Flaviano. ໃຈກາງປະເທດ ອິຕາລີ. 27 ສິງຫາ 2016.
ຮູບພາບແຂວນຢູ່ເທິງຝາຂອງໂບດທີ່ໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວ ໃນບ້ານ Santi Lorenzo e Flaviano. ໃຈກາງປະເທດ ອິຕາລີ. 27 ສິງຫາ 2016.

ພວກໄອຍະການປະຈຳຂົງເຂດກ່າວວ່າ ຕົນບໍ່ພຽງແຕ່ຈະສືບສວນສອບສວນເບິ່ງເລື່ອງທີ່ ວ່າ ເປັນຫຍັງຕຶກສາທາລະນະທີ່ຫາກໍສ້າງຂຶ້ນໃໝ່ໆ ອັນມີລວມທັງໂຮງຮຽນຫຼາຍຫຼັງ ໃນປີ 2012 ຈຶ່ງບໍ່ສາມາດທົນທານຕໍ່ກຳລັງແຮງຂອງແຜ່ນດິນໄຫວນີ້ໄດ້ເທົ່ານັ້ນ ແຕ່ພວກເຂົາ ເຈົ້າຍັງຂູ່ວ່າ ຈະກ່າວຟ້ອງພວກເຈົ້າຂອງຊັບສິນທີ່ໄດ້ທຳການປ່ຽນແປງກົດລະບຽບຂອງ ການກໍ່ສ້າງບ້ານເຮືອນນັ້ນນຳ ຊຶ່ງລະເມີດກົດລະບຽບວິສະວະກຳການກໍ່ສ້າງປັດຈຸບັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG