ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອິຕາລີ ລະນຶກເຖິງວັນຄົບຮອບ ຂອງການຕິດເຊື້ອ COVID-19 ທຳອິດ ຢູ່ທ້ອງຖິ່ນ ໃນປະເທດຕາເວັນຕົກ


ດອກໄມ້ຖືກວາງຢູ່ເທິງແທ່ນຫີນຂອງສຸສານທ່ານ ອາດຣີອາໂນ ເຕຣວິຊານ, ຜູ້ເຄາະຮ້າຍຄົນທຳອິດຂອງ COVID-19, ຢູ່ສຸສານຂອງເມືອງ ໂວ ເວຈີໂອ, ພາກພື້ນ ຢູກາໂນ. 10 ກຸມພາ, 2021.
ດອກໄມ້ຖືກວາງຢູ່ເທິງແທ່ນຫີນຂອງສຸສານທ່ານ ອາດຣີອາໂນ ເຕຣວິຊານ, ຜູ້ເຄາະຮ້າຍຄົນທຳອິດຂອງ COVID-19, ຢູ່ສຸສານຂອງເມືອງ ໂວ ເວຈີໂອ, ພາກພື້ນ ຢູກາໂນ. 10 ກຸມພາ, 2021.

ມັນແມ່ນນຶ່ງປີທີ່ຜ່ານມາ ທີ່ປະເທດ ອິຕາລີ ໄດ້ກາຍເປັນປະເທດທຳອິດທີ່ຢູ່ນອກທະວີບ ເອເຊຍ ທີ່ໄດ້ຮັບການຢືນຢັນການຕິດຕໍ່ໄວຣັສໂຄໂຣນາໃນທ້ອງຖິ່ນ.

ໃນວັນທີ 20 ກຸມພາ 2020, ອິຕາລີ ໄດ້ຢືນຢັນການຕິດເຊື້ອ COVID-19 ຄັ້ງທຳອິດຂອງເຂົາເຂົ້າໂດຍຜູ້ຊາຍອາຍຸ 38 ປີຈາກເມືອງ ໂຄໂດໂຍ.

ຫຼາຍຊົ່ວໂມງຕໍ່ມາ, ຊ່າງມຸງຫຼັງຄາອາຍຸ 77 ປີຈາກເມືອງ ໂວ, ໃນພາກພື້ນ ເວເນໂຕ, ໄດ້ເສຍຊີວິດ ແລະ ໄດ້ກາຍເປັນການເສຍຊີວິດທີ່ຖືກຮັບຮູ້ຄັ້ງທຳອິດຈາກກໍລະນີການຕິດເຊື້ອໃນທ້ອງຖິ່ນຢູ່ປະເທດຕາເວັນຕົກ. ນັບຕັ້ງແຕ່ນັ້ນມາ, ໄວຣັສດັ່ງກ່າວໄດ້ໝຸນວຽນໄປທົ່ວໂລກ, ຕິດແປດໃສ່ປະຊາຊົນຫຼາຍກວ່າ 111 ລ້ານຄົນ ແລະ ສັງຫານຫຼາຍກວ່າ ສອງລ້ານສີ່ແສນຄົນ, ອີງຕາມສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ພະສັນຕະປາປາ ຟຣານຊິສ ແລະ ປະທານາທິບໍດີ ອິຕາລີ ທ່ານ ເຊີຈີໂອ ແມັດຕາແຣລລາ ໄດ້ລະ ນຶກເຖິງວັນດັ່ງກ່າວໃນວັນອາທິດວານນີ້ ດ້ວຍການຕັ້ງວັນເຈົ້າໜ້າທີ່ຮັກສາສຸຂະພາບແຫ່ງຊາດຂຶ້ນ, ເປັນວັນປະຈຳປີ ເພື່ອເປັນກຽດໃຫ້ແກ່ແພດໝໍ, ພະຍາບານ ແລະ ຜູ້ສະໜອງການຊ່ວຍເຫຼືອທາງການແພດອື່ນໆ.

ພະສັນຕະປາປາ ຟຣານຊິສ ໄດ້ອະທິບາຍເຖິງການອຸທິດຕົນຂອງບັນດາພະນັກງານປິ່ນປົວສຸຂະ ພາບນັ້ນວ່າເປັນ “ຢາວັກຊີນຕໍ່ຕ້ານຄວາມເຫັນແກ່ຜົນປະໂຫຍດສ່ວນຕົວ ແລະ ຄວາມເຫັນແກ່ຕົວ” ທີ່ໄດ້ສະແດງໃຫ້ເຫັນຄວາມປາຖະໜາທີ່ແທ້ຈິງທີ່ມີຢູ່ໃນຫົວໃຈຂອງເຂົາເຈົ້າ, ການຢູ່ໃກ້ກັບຄົນຜູ້ທີ່ມີຄວາມຕ້ອງການທີ່ສຸດ ແລະ ອຸທິດຕົນໃຫ້ເຂົາເຈົ້າ.”

ວັນລະນຶກເຖິງດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ ສະຫະລັດ ມີຜູ້ເສຍຊີວິດຍ້ອນ ໄວຣັສໂຄໂຣນາເກືອບຮອດ 5 ແສນຄົນ.

ນະຄອນ ນິວຢອກ, ເຊິ່ງໄດ້ປະເຊີນກັບການລະບາດຄັ້ງໃຫຍ່ບໍ່ດົນຫຼັງຈາກ ອິຕາລີ ໃນປີກາຍນີ້, ເວົ້າວ່າການສະໜອງຢາວັກຊີນໂດສທຳອິດຂອງເຂົາເຈົ້າແມ່ນໄດ້ຫຼຸດລົງຕໍ່າກວ່າ 1000 ໂດສ.

ທ່ານ ອາເວຣີ ໂຄເຮັນ, ໂຄສົກຂອງເຈົ້າຄອງນະຄອນ ນິວຢອກ ທ່ານ ບິລ ເດິ ບລາຊີໂອ ໄດ້ຂຽນຂໍ້ຄວາມໃນທວິດເຕີເມື່ອວັນເສົາທີ່ຜ່ານມາວ່າ “ການຂົນສົ່ງທີ່ຖືກເລື່ອນເວລາອອກໄປ ໄດ້ເຮັດໃຫ້ຂະບວນການສັກຢາຢຸດຊະງັກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG