ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາງອາມັນດາ ນອກສ໌ ຖືກຕັດສິນ ໃຫ້ພົ້ນຜິດ ທີ່ອີຕາລີ


ນາງ Amanda Knox ຮ້ອງໄຫ້ ເວລາອອກຈາກສານ ຫລັງຈາກ
ສານຕັດສິນຕ່າວປີ້ນວ່າ ນາງບໍ່ມີຄວາມຜິດ ໃນຂໍ້ຫາຂ້ານາງ
Meredith Kercher.
ວັນທີ 4 ຕຸລາ 2011.
ນາງ Amanda Knox ຮ້ອງໄຫ້ ເວລາອອກຈາກສານ ຫລັງຈາກ ສານຕັດສິນຕ່າວປີ້ນວ່າ ນາງບໍ່ມີຄວາມຜິດ ໃນຂໍ້ຫາຂ້ານາງ Meredith Kercher. ວັນທີ 4 ຕຸລາ 2011.

ນາງ Amanda Knox ນັກ​ສຶກສາ​ມະຫາວິທະຍາ​ໄລ​ອະ​ເມຣິກັນ ​ໄດ້​ຂຶ້ນ​ເຮືອບິນ​ທີ່ປະເທດ​
ອີ​ຕາ​ລີໃນຖານະແມ່ຍິງ​ທີ່​ມີອິດສະລະ​ໃນ​ວັນ​ອັງຄານ​ມື້​ນີ້​ມຸ່ງ​ໜ້າ​ມາຍັງສະຫະລັດຫລັງ​ຈາກ​ຄະ
ນະ​ຕຸລາການໃນ​ອີ​ຕາ​ລີ​ຕັດສິນ​ຕ່າວ​ປີ້ນ​ຄະດີ​ໃຫ້ນາງພົ້ນ​ຈາກ​ຄວາມ​ຜິດໃນຂໍ້ຫາຂ້າຄົນ​ນັ້ນ.

ນາງ Knox ​ໄດ້​ລົ້ມ​ຟຸບ​ລົງ​ພ້ອມດ້ວຍ​ນໍ້າ​ຕາ​ເຕັມໜ້າ ​ແລະກໍມີສຽງສະແດງຄວາມດີໃຈດັງຂຶ້ນ
ໃນ​ສານເວລາ​ສານ​ອ່ານ​ຄໍາ​ຕັດສິນ​ນັ້ນ. ອະດີດ​ຄົນຮັກຂອງ​ນາງ Amanda Knox ຊຶ່ງ​ເປັນ
ຄົນ​ອີ​ຕາ​ລີ ​ແລະຄູ່​ຈໍາ​ເລີຍ​ຄື ທ້າວ Raffaele Sollecito ກໍ​ໄດ້​ຖືກ​ຕັດສິນ​ພົ້ນ​ຄວາມ​ຜິດ
ເຊ່ນ​ກັນ ​ແລະ​ໄດ້​ຖືກປ່ອຍອອກ​ຈາກ​ຄຸກ.

ນາງ Knox ​ໄດ້​ຂໍອຸທອນຕໍ່​ຄໍາ​ຕັດ​ຈໍາ​ຄຸກ​ນາງ​ເປັນ​ເວລາ 26 ປີ​ໃນ​ຂໍ້​ຫາ​ຖານ​ຄາດ​ຕະກໍາ
ເພື່ອນຫ້ອງ​ນອນ​ດຽວ​ກັນ​ ຄືນາງ Meredith Kercher ໃນ​ປີ 2007 ນັ້ນ. ພວກ​ນັກ​
ຊ່ຽວຊານ​ດ້ານ​ພິສູດ​ຫລັກຖານ​ທີ່​ສານ​ແຕ່ງຕັ້ງ​ຂຶ້ນ​ກ່າວ​ວ່າ ​ເຊື້ອ DNA ທີ່​ໃຊ້​ເປັນ​ຫລັກ​
ຖານ​ເພື່ອ​ຕັດ​ສິນ​ຄວາມຜິດ​ຂອງ​ນາງ Knox ນັ້ນ​ເປັນ​ທີ່ເຊື່ອ​ຖື​ບໍ່​ໄດ້​ແລະ​ອາດ​ຈະ​ຖືກ​ເຈືອ
ປົນ​ດ້ວຍ​ສິ່ງ​ເປິ​ເປື້ອນຈາກ​ຕໍາຫລວດ​ກໍ​ເປັນ​ໄດ້.

XS
SM
MD
LG