ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອິຕາລີ ຈັດວັນໄວ້ອາໄລ ແຫ່ງຊາດ ໃຫ້ຜູ້ເຄາະຮ້າຍ ຈາກເຫດການຂົວຫັກພັງ


ຄວັນທູບ ປິວຂຶ້ນ ໃນລະຫວ່າງພິທີສົ່ງສະການພວກຜູ້ເຄາະ
ຮ້າຍບາງຄົນ ຈາກເຫດຂົວທາງຫຼວງຫັກພັງ, ຢູ່ສູນວາງສະແດງ ຟີເອຣາ ດີ ເຈໂນວາ, ປະເທດ ອິຕາລີ. 18 ສິງຫາ, 2018.
ຄວັນທູບ ປິວຂຶ້ນ ໃນລະຫວ່າງພິທີສົ່ງສະການພວກຜູ້ເຄາະ ຮ້າຍບາງຄົນ ຈາກເຫດຂົວທາງຫຼວງຫັກພັງ, ຢູ່ສູນວາງສະແດງ ຟີເອຣາ ດີ ເຈໂນວາ, ປະເທດ ອິຕາລີ. 18 ສິງຫາ, 2018.

ອິຕາລີິ ໄດ້ຈັດວັນໄວ້ອາໄລແຫ່ງຊາດໃນວັນເສົາວານນີ້ ຫຼັງຈາກຂົວທາງຫຼວງໄດ້ພັງລົງ
ໃນເມືອງທ່າເຮືອ ເຈນົວ ເຮັດໃຫ້ມີຜູ້ເສຍຊີວິດ 42 ຄົນ ໃນວັນອັງຄານທີ່ຜ່ານມາ.

ສຽງຕົບມື ໄດ້ດັງຂຶ້ນຢູ່ພິທີໄວ້ອາໄລຂອງລັດຖະບານໃນເມືອງ ເຈນົວ ໃນຂະນະທີ່ບັນ
ດານັກກູ້ໄພ ແລະ ສະມາຊິກຂອງກົມປ້ອງກັນພົນລະເມືອງໄດ້ເດີນທາງຮອດ ເພື່ອເຂົ້າ
ຮ່ວມພິທີ ສຳລັບຜູ້ທີ່ໄດ້ເສຍຊີວິດ ໃນເວລາທີ່ຂົວທາງຫຼວງ ໂມຣັນດີ ໄດ້ພັງລົງ.

ບັນດາເຈົ້າໜ້າທີ່ ໄດ້ໃຊ້ສູນວາງສະແດງ ໃນບໍລິເວນ ບ່ອນຈັດງານຂອງເມືອງ ເຈນົວ
ໃຫ້ເປັນໂບດ. ຕຶກດັ່ງກ່າວໄດ້ຖືກປະດັບດ້ວຍດອກໄມ້ ແລະ ຮູ[ພາບຕ່າງໆສຳລັບງານ
ນັ້ນ. ຢູ່ຕໍ່ໜ້າໂຕະບູຊາ ແລະ ກ້ອງໄມ້ກາງເຂນໃຫຍ່່ນັ້ນ, ໂລງສົບ 18 ໂລງ ໄດ້ຖືກປົກ
ຫຸ້ມດ້ວຍດອກກຸຫຼາບສີຂາວ, ລວມທັງຊາວມຸສລິມຈາກປະເທດ ອາລເບເນຍ 2 ຄົນຜູ້
ທີ່ໄດ້ເສຍຊີວິດ ແລະ ໂລງສົບນ້ອຍສີຂາວນຶ່ງໂລງ ສຳລັບຜູ້ເຄາະຮ້າຍທີ່ມີອາຍຸນ້ອຍທີ່
ສຸດ, ເຊິ່ງມີອາຍຸ 8 ປີ, ຜູ້ທີ່ໄດ້ເສຍຊີວິດພ້ອມກັບພໍ່ແມ່ຂອງລາວ.

ຈໍໂທລະພາບໃຫຍ່ຫຼາຍອັນໄດ້ຖືກຕິດຕັ້ງໄວ້ ຢູ່ນອກສູນວາງສະແດງເພື່ອໃຫ້ຄົນອື່ນໆ
ໄດ້ເບິ່ງ, ເຊິ່ງແມ່ນຊາວ ອິຕາລີ ທີ່ມາຈາກທົ່ວປະເທດ ແລະ ນັກທ່ອງທ່ຽວ ຜູ້ທີ່ໄດ້ໄປ
ເຂົ້າຮ່ວມພິທີ. ຫຼາຍຄົນໄດ້ເວົ້າວ່າເຂົາເຈົ້າໄດ້ອອກມາເພື່ອສະແດງຄວາມສາມັກຄີ ກັບ
ບັນດາຄອບຄົວຂອງຜູ້ເຄາະຮ້າຍ ເພາະສິ່ງທີ່ໄດ້ເກີດຂຶ້ນນັ້ນ ແມ່ນສາມາດທີ່ຈະເກີດ
ຂຶ້ນກັບໃຜກໍໄດ້.

ຫົວໜ້າບາດຫຼວງຂອງເມືອງ ເຈນົວ, ພະ ອາເຈໂລ ບາຍາສໂກ (Angelo Bagnasco)
ໄດ້ເປັນປະທານໃນພິທີທາງສາສະໜາ. ບັນດາເຈົ້າໜ້າທີ່ລະດັບສູງ ແລະ ນັກການ
ເມືອງຂອງ ອິຕາລີ, ລວມທັງປະມຸກລັດ ທ່ານ ເຊີຈີໂອ ມັດຕາແຣລລາ ແລະ ນາຍົກ
ລັດຖະມົນຕີ ຈູເຊັບເປ ຄັອນເຕ, ກໍໄດ້ເຂົ້າຮ່ວມໃນພິທີດັ່ງກ່າວນຳດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG