ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີຕາລີເປີດໃຊ້ ລົດໄຟຄວາມໄວສູງ ຂອງເອກະຊົນ (ວີດີໂອລາວ/ອັງກິດ)


ອິຕາ​ລີ​ໄດ້​ເປີດ​​ໃຊ້​ການບໍລິການລົດ​ໄຟ​ຄວາມ​ໄວ​ສູງ​​ຂອງບໍລິສັດເອກະ​ຊົນ​​ ​ເປັນເທື່ອ​ທໍາ​ອິດ​ຂອງ​ພາກ​ພື້ນ​ຢູ​ໂຣບ ​ເມື່ອ​ທ້າຍ​ເດືອນ​ແລ້ວ​ນີ້ ​ໃນຂະນະ​ທີ່​ປະ​ເທດ​ຊາດເຄຶ່ອນ​ໄຫວ​ໄປ​ສູ່ການ​ເປັນ​​ເສດຖະກິດ​ທີ່​ເປີດ​ກວ້າງ ມີເສລີພາບ ຫລາຍ​ຂຶ້ນ ໝາຍ​ຄວາມ​ວ່າ​ບໍ່​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດຖະບານ​ທັງ​ໝົດ. ການ​ເຄຶ່ອນ​ໄຫວດັ່ງກ່າວ​ ອາດສາມາດ​ເຮັດ​ໃຫ້​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ຢູ​ໂຣບ ​ປະຕິບັດ​ຕາມຕົວຢ່າງ​ຂອງ​ອິຕາ​ລີ​ ​ໃນ​ການ​​ໂອນທຸລະ​ກິດດ້ານ​ການ ບໍລິການ​ຂົນ​ສົ່ງ​ທາງ​ລົດ​ໄຟ ​ໃຫ້​ເປັນ​ຂອງ​ເອກະ​ຊົນ​ ພ້ອມ​ດຽວ​ກັນ​ກໍສ້າງ​ໜ້າ​ວຽກໃໝ່ ​ແລະ​ອໍານວຍ​ມີການ​ແຂ່ງຂັນຢູ່​ໃນວົງ​ການ​ຕະຫລາດ. ດາຣາ ມີ​ເລຶ່ອງນີ້ມາສະ​ເໜີທ່ານ​.

ເບິ່ງວີດີໂອ ພາສາລາວ:

ລົດ​ໄຟລຸ້ນ​ໃໝ່ ທີ່​ມີ​ຫົວ​ເປັນລັກສະນະ​ແບບລູກກະສຸນ​ປືນ​ ຊື່ວ່າ “Italo” ສາມາດ​ແລ່ນ​ໃນຄວາມ​ໄວ​ສູງ​ເຖິງ 360 ກິ​ໂລ​ແມດ​ຕໍ່​ຊົ່ວ​ໂມງ ​ແລະ​ບໍລິ ຫານ​ໂດຍ​ບໍລິສັດ NTV ຊຶ່ງ​ເປັນ​ບໍລິສັດ​ນຶ່ງ​ຂອງ​ເຈົ້າ​ຂອງ​ບໍລິສັດ​ຜະລິດ​ລົດ ສະປອດ Ferrari ​ທ່ານ Luca di Montezemolo ທີ່​ໄດ້​ລົງທຶນ​ໄປ 1300 ລ້ານ​ໂດ​ລາ.

ທ່ານ di Montezemolo ກ່າວ​ວ່າ ຜົນ​ສໍາ​ເລັດ​ທີ່​ແທ້​ຈິງ​ນັ້ນ ກໍ​ຄື​ການ​ທີ່​ໄດ້​ນໍາ​ເອົາຄວາມເປັນອິດສະຫລະ​ມາສູ່​ວົງ​ການ​ຂົນ​ສົ່ງ​ທາງ​ລົດໄຟຂອງ​ອິ​ຕາ​ລີ.

“ຢ່າງນ້ອຍ ບັດ​ນີ້ ພົນລະ​ເມືອງຊາວ​ອິຕາ​ລີ​ ​ແລະ​ນັກ​ທ່ອງ​ທ່ຽວຊາວ​ຕ່າງປະ​ເທດ​ທັງ​ຫລາຍກໍ​ຈະ​ສາມາດ​ເລືອກ​ໄດ້ ​ແລະ​ການຜູກຂາດ​ທຸລະ​ກິດ​ນຶ່ງ​ທີ່​ມີ​ມາ​ດົນ​ນານ ​ຂອງ​ປະ​ເທດ​ພວກ​ເຮົາ​ ກໍ​ມາ​ເຖິງ​ຈຸດ​ຈົບ​ແລ້ວ.”

ທ່ານ ມອນ​ເຕ​ເຊ​ໂມ​ໂລ ກ່າວ​ວ່າບັນດາ​ຜູ້​ໂດຍສານ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ການແຂ່ງຂັນ​ກັນ​ນີ້. ທ່ານ​ກ່າວ​ຕື່ມ​ວ່າ ຄວາມ​ມຸ້ງ​ໝາຍ​ກໍ​ຄືຍາດ​ເອົາ ຕະຫລາດ​ໃນ​ສັດສ່ວນ​ ນຶ່ງ​ສ່ວນ​ສີ່​ ມາ​ຈາກ​ເຄືອ​ຂ່າຍ​ລົດ​ໄຟ Trenitalia ທີ່​ເປັນຂອງ​ລັດຖະບານ​ ຊຶ່ງເປັນ​ນາຍຈ້າງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດນັ້ນ ​ໃຫ້​ໄດ້​ພາຍໃນ​ປີ 2014.

ບັນດາຊ່ຽວຊານ​ດ້ານ​ການ​ຂົນ​ສົ່ງ ກ່າວ​ວ່າ ​ເຖິງ​ແມ່ນ​ຈະຢູ່​ໃນ​ຍຸກ​ເສດຖະ ກິດ​ຝືດ​ເຄືອງ​ໃນ​ເວ​ລາ​ນີ້​ກໍ​ຕາມ ລົດ​ໄຟ​ລຸ້ນ​ໃໝ່​ນີ້​ອາດ​ເປັນການ​ພັດທະນາ​ໃນ​ທາງ​ບວກກໍ​ໄດ້. ສາດສະດາຈານ Matteo Caroli ທີ່ມະຫາ​ວິ​ທະຍາ​ໄລ LUISS ​ແຫ່ງ​ກຸງ​ໂຣມ ກ່າວ​ວ່າ:

“ພວກ​ເຮົາ​ຍັງ​ເປັນ​ລະບົບ​ການ​ຜະລິດ​ອັນ​ດັບ​ສອງ​ຢູ່​ໃນ​ພາກ​ພື້ນ​ຢູ​ໂຣບ ຄື​ລອງ​ຈາກ​ເຢຍຣະມັນ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ ສິ່ງ​ທີ່​ກໍາລັງ​ເກີດ​ຂຶ້ນຢູ່​ໃນລະ​ບົບລົດ​ໄຟ​ໃນ​ຂະນະ​ນີ້ ກໍ​ຄື​ຕົວຢ່າງ​ຂອງ​ຄວາມ​ເຂັ້ມ​ແຂງ​ຂອງ​ລະ​ບົບວົງ ການ​ອຸດສາຫະກໍາ. ​ໂດຍ​ພື້ນຖານ​ແລ້ວ ​ພວກ​ເຮົາກໍ​ມີ​ບັນຫາ​ວິ​ກິດ​ການ​ດ້ານ ການ​ເງິນ ດັ່ງ​ດຽວກັບ​ພວກ​ປະ​ເທດອື່ນໆໃນຢູ​ໂຣບ ​ແຕ່ໃນດ້ານການ​ແຂ່ງ ຂັນ​ແລ້ວ ​ພວກ​ບໍລິສັດ​ຂອງ​ເຮົາ​ແມ່ນ​ຍັງ​ແຂງ​ແຮງ​ຢູ່.”

​ໂຄງການ​ລົດ​ໄຟ​ຄວາມ​ໄວ​ສູງນີ້ ນັບ​ວ່າ​ເປັນ​ຕົວຢ່າງ​ອັນ​ນຶ່ງຂອງຄວາມທະ​ເຍີ​ທະຍານ​ໃໝ່​ ​ສໍາ​ລັບເສດຖະກິດ​ຂອງ​ອິຕາ​ລີ ຊຶ່ງ​ເປັນ​ປະ​ເທດ​ທີ່ໃຫຍ່​ອັນ​ດັບ​ສາມ​ໃນ​ເຂດ​ຢູ​ໂຣ​ໂຊນ ພາຍ​ໃຕ້​ການ​ນໍາພາ​ຂອງນາຍົກລັດ​ຖະມົນຕີ Mario Monti. ທ່ານມອນ​ຕີແມ່ນ​ໄດ້​ພະຍາ​ຍາມຂົນຂວາຍ​ເພື່ອ​ກະຕຸກ​ຊຸກຍູ້​ ​ເສດຖະກິດທີ່​ຊົບ​ເຊົາຝືດ​ເຄືອງ ທີ່​ຖືກ​ຄອບ​ງໍາ​ໂດຍ​ປະ​ເພນີ​ໃນ​ການ​ປົກ​ປ້ອງ​ອຸສາ​ຫະກໍາ​ພາຍ​ໃນ​ປະ​ເທດ​ນັ້ນ.

ບໍລິສັດ NTV ​ມີ​ລົດ​ໄຟ​ຄວາມ​ໄວ​ສູງ​ໄວ້​ບໍລິການ​ທັງ​ໝົດ​ 25 ຂະ​ບວນ ທີ່​ຊື້​ຈາກ Alstom ຊຶ່ງ​ເປັນ​ບໍລິສັດຂົນ​ສົ່ງ​ຂອງຝຣັ່ງທີ່​ມີ​ຫລາຍ​ຊາດ​ຮ່ວມລົງທຶນ​ນໍາ​ກັນ. ທ່ານ Pierre-Louis Bertina ຜູ້​ອໍານວຍ​ການ​ບໍລິຫານ​ບໍລິສັດ Alstom ກ່າວ​ວ່າ

“ລົດ​ໄຟ​ຄວາມ​ໄວ​ສູງ​ຊຸດນີ້​ເປັນ​ລຸ້ນທີ່​ສີ່​ຂອງ​ບໍລິສັດ Alstom ​ເປັນ​ລຸ້ນທີ່​ວ່າ​ທັນ​ສະ​ໃໝ​ໄຮ​ເທັ​ກ​ທີ່​ສຸດ​ແທ້ ບໍ່​ມີ​ເທັ​ກ​ໂນ​ໂລ​ຈີ່​ອື່ນ​ໃດ​ໃນ​ໂລກ​ທຽບ​ນີ້​ໄດ້.”

ທາງ​ໃນລົດ​ໄຟ​ແຕ່​ລະ​ຄັນ ​ຖືກ​ຕົກ​ແຕ່ງ​ຢ່າງຫລູຫລາ​ທັນ​ສະ​ໃໝ ​ເບາະ​ນັ່ງ​ຫຸ້ມ ດ້ວຍ​ໜັງ ມີ​ປ່ອງຢ້ຽມ​ກວ້າງ​ໃຫຍ່ ​ແລະມີ​ຕູ້​ບ່ອນ​ເບິາງຮູບ​ເງົາ. ມີ​ບໍລິການ ສາມ​ຊັ້ນ​ດ້ວຍ​ກັນ ຊຶ່ງ​ຜູ້​ໂດຍສານ​ເລືອກ​ເອົາ​ໄດ້ຕາມ​ໃຈ​ຊອບ ​ຕາມລາຄາ​ທີ່​ຕົນ​ພໍ​ຈ່າຍ​ໄດ້. ທ່ານ Giuseppe Bonollo ຈາກບໍລິສັດ NTV ກ່າວ​ວ່າ ຄຸນ​ນະພາ​ບຂອງ​ການ​ບໍລິການ​ເປັນ​ຈຸດ​ແຕກ​ຕ່າງທີ່ເດັ່ນຢ່າງ​ແທ້ຈິງ.

“ພາຍ​ໃນ​ຕູ້​ພຽບພ້ອມ​ດ້ວຍ​ໄຮ​ເທັ​ກ ມີ​ລະບົບ​ອິນ​ເທີເນ​ດ WI-FI ​ໄວ້​ບໍລິການໃຫ້​ຄວາມ​ສະດວກຜູ້​ໂດຍສານ ​ແລະ​ຍິ່ງ​ໄປ​ກວ່າ​ນັ້ນ ລົດ​ໄຟ​ລຸ້ນນີ້​ຖື​ວ່າ​ເປັນ​ວັດຕະກໍາ​ທັນ​ສະ​ໃໝທີ່​ສຸດ​ອັນທໍາ​ອິດ​ຂອງ​ໂລກ ຄື​ທ່ານ​ສາມາດ​ໃຊ້​ແລ໊ບທ໊ອບ​ເຂົ້າ​ເບິ່ງ​ຊົມ TV ຜ່ານ​ດາວ​ທຽມ​ນັ້ນ​ໄດ້ນໍາອີກ.”

ທີ່​ສະຖານີລົດ​ໄຟ Termini ​ໃນ​ກຸງ​ໂຣມ ​ຜູ້​ໂດຍ​ສານ​ຫລາຍ​ຄົນ​ພາກັນ​ຕັ້ງ ໜ້າ​ລໍຖ້າ​ເບິ່ງ​ພິທີການ​ເປີດ​ໃຊ້​ບໍລິການ​ລົດ​ໄຟ​ຄວາມ​ໄວ​ສູງ​ທີ່​ວ່ານີ້ ​ເມື່ອ​ວັນ​ທີ 28 ​ເມສາ​ຜ່ານ​ມາ ​ແລະ​ສະ​ແດງ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບສິ່ງ​ທີ່​ຈະ​ພາ​ໃຫ້​ລົດ​ໄຟ​ນີ້ ປະສົບ​ຜົນ​ສໍາ​ເລັດ.

“​ເລຶ່ອງຄວາມ​ສະອາດ ກົງ​ຕໍ່​ເວລາ ​ແລະ​ຄວາມສຸພາບ​ອ່ອນ​ໂຍນ ຂອງ​ພະນັກງານບໍລິການ.”

ລົດ​ໄຟ​ຄວາມ​ໄວ​ສູງ Italo ມີ​ນະ​ໂຍບາ​ຍລົດ​ລາຄາ​ປີ້ທີ່​ຈອງ​ລ່ວງ​ໜ້າ ​ເພື່ອ​ດຶງ​ດູດ​ເອົາ​ລູກ​ຄ້າ ​ແຕ່​ວ່າ ​ໃນ​ຂະນະ​ດຽວ​ກັນ ​ເຄືອ​ຂ່າຍລົດ​ໄຟ​ທີ່​ລັດ​ເປັນ​ເຈົ້າຂອງ​ນັ້ນ ກໍ​ໄດ້​ລົດ​ລາຄາ ​ແລະ​ປັບປຸງ​ການ​ບໍລິການ​ໃຫ້ດີ​ຂຶ້ນກວ່າ​ເກົ່າ​ແລ້ວ.

​ສ່ວນບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ​ຢູ​ໂຣບ ກໍພາກັນ​ລໍຖ້າ​ເບິ່ງ​ຢ່າງ​ລະມັດລະວັງ ວ່າພວກ​ຕົນ​ຄວນຈະ​ເອົາ​ແບບຢ່າງຂອງອິຕາ​ລີ​ຫລື​ບໍ່?

ເບິ່ງວີດີໂອ ພາສາອັງກິດ:

XS
SM
MD
LG