ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບ​ພະຍົບ 10 ຄົນ ຈົມນ້ຳ​ຕາຍ ຢູ່​ທະ​ເລ ​ເມ​ດີ​ເທີ​ເຣນຽນ ​ແຕ່​ຢ່າງ​ໜ້ອຍ 4800 ຄົນ ຖືກ​ຊ່ອຍ​ໄວ້​ໄດ້


ພວກອົບພະຍົບບາງຄົນ ທີ່ຖືກຊ່ອຍກູ້ຊີວິດ ເດີນທາງໄປຮອດທ່າເຮືອ ເກາະ Lampedusa, ພາກໃຕ້ຂອງອີຕາລີ ວັນທີ 2 ພຶດສະພາ,
2015.
ພວກອົບພະຍົບບາງຄົນ ທີ່ຖືກຊ່ອຍກູ້ຊີວິດ ເດີນທາງໄປຮອດທ່າເຮືອ ເກາະ Lampedusa, ພາກໃຕ້ຂອງອີຕາລີ ວັນທີ 2 ພຶດສະພາ, 2015.

ມີອົບ​ພະຍົບ 10 ຄົນຈາກ​ອາ​ຟຣິກາ​ ຕາຍ​ດຶກ​ນ້ຳ​ຢູ່​ໃນ​ທະ​ເລ​
ເມ​ດີ​ເທີ​ເຣນຽນ ​ໃກ້​ກັບ​ຝັ່ງ​ຂອງ​ລີ​ເບຍ​ໃນ​ສອງ​ສາມ​ມື້​ຜ່ານ​ມາ​ນີ້
​ແຕ່​ຢ່າງ​ໜ້ອຍ 4800 ຄົນ ຖືກ​ຊ່ອຍ​ກູ້​ຊີວິດ​ໄວ້​ໄດ້ ​ໃນ​ຂະນະ
​ທີ່​ພວກ​ລັກລອບ​ຄ້າ​ຜູ້​ຄົນ ສວຍໂອກາດ​ໃນ​ເວລາ​ທີ່​ນ້ຳ​ທະ​ເລ
ງຽບສະຫງົບ ພະຍາຍາມ​ພາ​ຜູ້​ຄົນ ສ່ຽງ​ກັບ​ໄພ​ອັນຕະລາຍ
ຂ້າມ​ທະ​ເລ​ ​ໄປ​ຍັງ​ຝັ່ງ​ທະ​ເລ​ກ້ຳ​ໃຕ້ຂອງ​ຢູ​ໂຣບ.

ພວກ​ອົບ​ພະຍົບທັງ​ໝົດ​ທີ່​ຖືກ​ຊ່ອຍ​ຊີວິດ​ໄວ້​ໄດ້​ນັ້ນ ​ໄດ້​ຖືກ​
ຂົນ​ສົ່ງ​ນຳ​ເຮືອ​ໄປ​ຍັງ​ທ່າ​ເຮືອ​ແຫ່ງ​ຕ່າງໆ​ຂອງ​ອີ​ຕາ​ລີ ຊຶ່ງ​
ຈຳນວນ​ນຶ່ງ​ຖືກ​ສົ່ງ​ໄປ​ເກາະ Lampedusa ​ໃນ​ພາກ​ໃຕ້​ສຸດ
​ຂອງ​ອີ​ຕາ​ລີ ​ແລະ​ພວກ​ອື່ນໆ​ ຖືກ​ພາ​ໄປ​ຍັງ​ເກາະ Sicily ​
ແລະ​ເກາະ Calabria.

Italy Migrants
please wait
Embed

No media source currently available

0:00 0:00:40 0:00

ໜ່ວຍ​ຍາມ​ຝັ່ງ​ຂອງ​ອີ​ຕາ​ລີ ກ່າວ​ວ່າ ຕົນ​ໄດ້​ຊ່ອຍ​ກູ້​ຊີວິດ​ພວກ​ອົບ​ພະຍົບຫຼາຍ​ຮ້ອຍ​ຄົນ ​ໃນ​ເຮືອ​ຢ່າງ​ນ້ອຍ 16 ລຳ​ໃນ​ວັນ​ອາທິດ​ວານ​ນີ້ ລຸນ​ຫຼັງທີ່​ໄດ້​ຊ່ອຍ​ໄວ້​ໄດ້ເກືອບ 3700 ຄົນ ​ໃນ​ມື້ວັນ​ເສົາ.

ອີ​ຕາ​ລີ​ກ່າວ​ວ່າ ຄາດ​ວ່າ ​ດິນ​ຟ້າ​ອາກາດ​ທີ່​ອຸ່ນຂຶ້ນ​ແດ່ ​ແລະ​ທະ​ເລທີ່ງຽບສະຫງົບ ຈະ​ເຮັດ​ໃຫ້​ພວກ​ອົບ​ພະຍົບ​ເດີນທາງ​ມາ​ຮອດ​ໃນ​ຈຳນວນ​ຫຼາຍ​ຂຶ້ນ ​ເປັນ 2 ​ແສນ​ຄົນ​ໃນ​ປີ​ນີ້ ຊຶ່ງ​ເປັນ​ຈຳນວນ 3 ໝື່ນ​ຄົນ ​ລື່ນ​ປີ 2014 ຜ່ານ​ມາ.

UN Head: Mediterranean Migration Worst Humanitarian Crisis Since WWII
please wait

No media source currently available

0:00 0:02:21 0:00

XS
SM
MD
LG