ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອີຕາລີ ໄປລົງຄະແນນສຽງ ທ່າມກາງອາກາດ ແລະ ຄວາມຮູ້ສຶກ ທີ່ເສົ້າໝອງ


ຕຳຫຼວດຄົນນຶ່ງຢືນຢູ່ນອກສະຖານທີ່ປ່ອນບັດ.ນະຄອນຫຼວງ ໂຣມ. 4 ມີນາ, 2018.
ຕຳຫຼວດຄົນນຶ່ງຢືນຢູ່ນອກສະຖານທີ່ປ່ອນບັດ.ນະຄອນຫຼວງ ໂຣມ. 4 ມີນາ, 2018.

ປະຊາຊົນ ອິຕາລີ ໄດ້ພາກັນອອກໄປລົງຄະແນນສຽງໃນວັນອາທິດມື້ນີ້ ໃນສິ່ງທີ່ຕໍ່ໄປ
ອາດຈະຖືວ່າເປັນ ນຶ່ງໃນການເລືອກຕັ້ງຄັ້ງຫຼ້າສຸດ ທີ່ມີຄວາມສຳຄັນທີ່ສຸດຂອງປະເທດ.

ທ້ອງຟ້າສີຂີ້ເຖົ່າມືດ ທີ່ປົກຄຸມປະເທດ ໄດ້ສະທ້ອນໃຫ້ເຫັນອາລົມທີ່ເສົ້າໝອງຂອງບັນ
ດາຜູ້ລົງຄະແນນສຽງ ທີ່ໄດ້ຝ່າທົນສະພາບອາກາດທີ່ບໍ່ດີ ແລະ ຝົນທີ່ຢຸດຊົ່ວຄາວ.
ຫຼາຍຄົນໄດ້ເດີນທາງຮອດສະຖານທີ່ປ່ອນບັດໃນພາກພື້ນ ລາຊີໂອ "Lazio," ເຊິ່ງ
ລວມມີນະຄອນຫຼວງ ໂຣມ, ໄດ້ກ່າວວ່າ ເຂົາເຈົ້າບໍ່ພໍໃຈ ກັບຜູ້ສະໝັກຕ່າງໆທີ່ມີຢູ່ໃຫ້
ເຂົາເຈົ້າ ເຖິງແມ່ນວ່າມັນຈະມີ 21 ພັກການເມືອງແຂ່ງຂັນກັນກໍຕາມ.

ພວກເຈົ້າຍັງໄດ້ສະແດງຄວາມຕື່ນຕົວໃນສິ່ງທີ່ການເລືອກຕັ້ງອາດກໍ່ໃຫ້ ເກີດຜົນກະ
ທົບຕາມມາ, ໄດ້ສະແດງຄວາມຢ້ານກົວວ່າຜົນຄະແນນ ຈະກະຕຸ້ນໃກ້ເກີດຄວາມບໍ່
ສະຫງົບທາງການເມືອງ ແລະ ສັງຄົມ, ແລະ ເຮັດໃຫ້ ອິຕາລີ ແຕກແຍກກັນຫຼາຍຂຶ້ນ
ແລະ ມີແນວໂນ້ມເກີດຄວາມຮຸນແຮງຫຼາຍກວ່າກ່ອນການເລືອກຕັ້ງ.

ນາງ ແອັກເນເຊ ຣັອສຊີ "Agnese Rossi" ອາຍຸ 38 ປີ, ນັກນິເວດວິທະຍາ ທີ່ໄດ້ກະ
ກຽມການລົງຄະແນນສຽງໃນນະຄອນຫຼວງ ໂຣມ ກ່າວວ່າ “ຂ້າພະເຈົ້າບໍ່ເຊື່ອຜູ້ສະ
ໝັກທັງຫຼາຍທີ່ຖືກມອບໃຫ້ຂ້າພະເຈົ້າ.”

ລາວໄດ້ເວົ້າວ່າ ລາວຄາດວ່າ ພັນທະມິດປີກຂວາ ນຳໜ້າໂດຍອະດີດນາຍົກລັດຖະ
ມົນຕີ 3 ສະໄໝ ທ່ານ ຊິລວິໂອ ເບີລັສໂກນີ "Silvio Berlusconi" ແລະ ທ່ານ
ແມັດຕີໂອ ຊາລວີນີ "Matteo Salvini" ຜູ້ຕໍ່ຕ້ານຄົນເຂົ້າເມືອງ, ພັກການເມືອງ ບໍ່ໄວ້
ວາງໃຈ ຢູໂຣບ ຈະກາຍເປັນຜູ້ຊະນະຄະແນນໂດຍລວມ ແລະ ຈະສາມາດສ້າງຕັ້ງພື້ນ
ຖານຂອງລັດຖະບານພັນທະມິດ, ເຊິ່ງແມ່ນພາບທີ່ເຮັດໃຫ້ລາວຢ້ານກົວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG