ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຕາລີ ປ່ອນບັດເລືອກຕັ້ງ ສະພາແຫ່ງຊາດ ມື້ສຸດທ້າຍ (ສະໄລດ໌)


ທ່ານ Pierluigi Bersani ຜູ້ນໍາພັກປະຊາທິປະໄຕ ປ່ອນບັດ ຢູ່ໃນເມືອງ Piacenza ຂອງອີຕາລີ, 24 ກຸມພາ 2013
ທ່ານ Pierluigi Bersani ຜູ້ນໍາພັກປະຊາທິປະໄຕ ປ່ອນບັດ ຢູ່ໃນເມືອງ Piacenza ຂອງອີຕາລີ, 24 ກຸມພາ 2013
ຊາວອີຕາລີ ພາກັນໄປປ່ອນບັດເປັນມື້ທີສອງ ແລະມື້ສຸດທ້າຍ
ໃນວັນຈັນມື້ນີ້ ໃນການເລືອກຕັ້ງແຫ່ງຊາດທີ່ສໍາຄັນທີ່ສຸດບັ້ນ
ນຶ່ງຂອງປະເທດໃນຮອບຫລາຍໆປີຜ່ານມາ. ພວກປ່ອນບັດ
ທີ່ໂກດແຄ້ນກ່ຽວກັບ ສະພາບເສດຖະກິດທີ່ຖົດຖອຍມາເປັນ
ເວລາດົນນານ ແລະພວກນັການ ເມືອງລະດັບສູງທີ່ຂາດ
ຄວາມເຊື່ອຖື ພາກັນໄປລົງຄະແນນສຽງໃຫ້ບັນດາພັກ ທີ່ຕໍ່
ຕ້ານລັດຖະບານ ທີ່ໃຫ້ຄໍາໝັ້ນສັນຍາວ່າ ຈະທໍາການປ່ຽນ
ແປງ ຢ່າງເຖິງກົກເຖິງຮາກ.

ບັນດາປະເທດເພື່ອນສະມາຊິກອີຢູຂອງອີຕາລີ ພາກັນຈັບ
ຕາຈ້ອງເບິ່ງຢ່າງໃກ້ຊິດ ການເລືອກຕັ້ງເປັນເວລາສອງວັນ
ຂອງອີຕາລີຄັ້ງນີ້ ທີ່ອາດສາມາດຫລໍ່ຫລອມອະນາຄົດຂອງ
ເສດຖະກິດທີ່ໃຫຍ່ອັນດັບທີສາມ ຂອງກຸ່ມເສດຖະກິດດັ່ງກ່າວ
ກໍໄດ້ນັ້ນ.

ການລົງຄະແນນສຽງໄດ້ສິ້ນສຸດລົງໃນຕອນບ່າຍໆຂອງມື້ນີ້ ແລະ ຜົນການລົງຄະແນນ ສຽງຄັ້ງທໍາອິດແມ່ນຕ້ອງປະກາດອອກມາໃນເວລາ ບໍ່ນານພໍເທົ່າໃດຫລັງຈາກນັ້ນ ແຕ່
ໃນຂະນະນີ້ ຍັງບໍ່ມີລາຍງານອອກມາເທື່ອ.

ການຢັ່ງຫາງສຽງປວງຊົນສະແດງໃຫ້ເຫັນວ່າ ພັກປະຊາທິປະໄຕແລະຜູ້ນໍາພັກດັ່ງກ່າວ
ທ່ານ Pier Luigi Bersani ມີຄະແນນນໍາໜ້າຢ່າງໝິ່ນໆ ແຕ່ອາດຈະບໍ່ໄດ້ສຽງສ່ວນ
ຫລາຍທີ່ຕ້ອງການ ເພື່ອທີ່ຈະຊຸກຍູ້ໃຫ້ສະພາຮັບຜ່ານການປະຕິຮູບເສດຖະກິດຂອງ
ເຂົາເຈົ້າ ໂດຍບໍ່ຕ້ອງໄດ້ປະກອບ ລັດຖະບານປະສົມ.

ປະມວນພາບການເລືອກຕັ້ງແຫ່ງຊາດ ໃນອີຕາລີ:

XS
SM
MD
LG