ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈໍານວນຜູ້ເສຍຊີວິດ​ ເພີ່ມຂຶ້ນ ໃນ​ເຫດແຜ່ນດິນ​ໄຫວ ທີ່ອິຕາລີ (ສະໄລດ໌)


ຕຶກອາຄານທີ່ Sant' Agostino ໃກ້ໆກັບ Ferrara ໄດ້ຫັກພັງເສຍຫາຍໃນເຫດແຜ່ນດິນໄຫວ
ຕຶກອາຄານທີ່ Sant' Agostino ໃກ້ໆກັບ Ferrara ໄດ້ຫັກພັງເສຍຫາຍໃນເຫດແຜ່ນດິນໄຫວ

ຈໍານວນ​ຜູ້​ເສຍ​ຊີວິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 6 ຄົນ​ແລ້​ວ​ ໃນ​ເຫດແຜ່ນດິນ​ໄຫວ​ ທີ່​ມີ​ຄວາມ​ແຮງ​ແທກໄດ້ເຖິງ 6.0 ​ຣິກ​ເຕີ​ ​ທີ່ໄດ້ສັ່ນ​ສະ​ເທືອ​ນ​ພາກ​ເໜືອ​ຂອງ​ອິຕາ​ລີ ກ່ອນ​ພະ​ອາທິດ​ຂຶ້ນ​ໃນເຊົ້າວັນ​ອາທິດ​ວານ​ນີ້ ໂດຍໄດ້​ທໍ​າລາຍຕຶກອາຄານແລະ​ໂບດທີ່​ເກົ່າ​ແກ່ຫຼາຍ​ຮ້ອຍ​ປີ ຢູ່​ໃນ​ທົ່ວ​ຂົງ​ເຂດ​ນັ້ນ.

ກົມສໍາຫລວດທໍລະນີວິທະຍາ​ຂອງ​ສະຫະລັດ​ ​ກ່າວ​ວ່າ ຈຸດ​ສູນ​ກາງ​ຂອງ​ແຜ່ນດິນ​ໄຫວ​ຄັ້ງ​ນີ້​ ແມ່ນ​ຢູ່ຫ່າງ​ຈາກ​ເມືອງ Bologna ​ໄປທາງ​ພາກ​ຕາ​ເວັນ​ຕົກ​ສຽງເໜືອປະມານ ​35 ກິ​ໂລ​ແມັດ.

ແຜ່ນດິນໄຫວເກີດ​ຂຶ້ນໃນຕອນ​ເຊົ້າ​ມື​ດ​ ປະມານ 4 ​ໂມງ​ເຊົ້າ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ ​ຊຶ່ງ​ພາ​ໃຫ້​ຜູ້​ຄົນ​ຢ້າ​ນກົວ​ແລະ​ແລ່ນ​ອອກ​ໄປ​ສູ່​ທ້ອງ​ຖະໜົນ ​ແລະ​ກໍ​ຍັງ​ມີແຜ່ນດິນ​ໄຫວລະດັບ​ນ້ອຍກ່ວາ ຫລື aftershocks ຕິດຕາມ​ມາ​ອີກ​ຫຼາຍ​ຄັ້ງ ຊຶ່ງ​ອັນ​ທີ່​ຮ້າຍ​ແຮງ​ສຸດນັ້ນ ​ແມ່ນມີ​ຄວາມ​ແຮງ​ແທກ​ໄດ້ 5.1 ຣິກ​ເຕີ.

ແຜ່ນດິນ​ໄຫວຄັ້ງ​ນີ້ໄດ້​ເຮັດ​ໃຫ້ຕຶກອາຄານແລະ​ໂບດທີ່​ເກົ່າ​ແກ່ ຊຶ່ງ​ບາງແຫ່ງກໍມີ​ອາຍຸ​ໄດ້​ເຖິງ 1500 ປີ​ ນັ້ນ​ ກາຍມາເປັນກອງຊາກ​ຫັກ​ພັງ. ກະຊວງ​ວັດທະນະ​ທໍາ​ຂອງ​ອິຕາ​ລີ​ກ່າວ​ວ່າ ຄວາມ​ເສຍ​ຫາຍແມ່ນໃຫຍ່​ຫຼວງສົມຄວນ.

ນາຍົກ​ລົດ​ຖະມົນຕີ​ອິຕາ​ລີ ທ່ານ Mario Monti ​ໄດ້ສົ່ງຄວາມ​ເສົ້າ​ສະ​ລົດ​ໃຈ​ໄປ​ຍັງພວກທີ່​ໄດ້​ຮັບ​ເຄາະຮ້າຍ ​ແລະທ່ານກໍ​ວາງ​ແຜນ​ທີ່​ຈະ​ອອກ​ຈາກ​ກອງ​ປະຊຸມ​ສຸດ​ຍອດ NATO ທີ່​ຊີ​ຄາ​ໂກ ກ່ອນ​ກໍ​ານົດ ​ເພື່ອ​ກັບ​ຄືນ​ເມື​ອບ້ານ.

XS
SM
MD
LG